ໃນລະຫວ່າງວັນທີ15-17ກໍລະກົດ ນີ້ ທີ່ ນິວຢອກ ສ ອາເມຣິກາ,ທ່ານສະເຫຼີມໄຊກົມມະສິດຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດໄດ້ນໍາພາຄະນະຜູ້ແທນສປປລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີເວທີການເມືອງລະດັບສູງເພື່ອການພັດທະນາແບບຍືນຍົງປະຈຳປີ2024(The Ministerial meeting of the High-Level Political Forum on Sustainable Development - HLPF),ພາຍໃຕ້ຫົວຂໍ້: ຊຸກຍູ້ວາລະ2030ແລະການລຶບລ້າງຄວາມທຸກຍາກໃນທ່າມກາງສະພາບວິກິດການຫຼາຍດ້ານ: ການຈັດຕັ້ງປະຕິບັດແນວທາງແກ້ໄຂບັນຫາແບບຍືນຍົງ, ການສ້າງຄວາມເຂັ້ມແຂງແລະນະວັດຕະກຳຢ່າງມີປະສິດທິຜົນ(Reinforcing the 2030 Agenda and eradicating poverty in times of multiple crises: the effective delivery of sustainable, resilient and innovative solutions).ກອງປະຊຸມ ຈະໄດ້ທົບທວນຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະ2030ເພື່ອການພັດທະນາແບບຍືນຍົງ, ໂດຍລົງເລິກ5ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຄືປພຍ1ລຶບລ້າງຄວາມທຸກຍາກ; ປພຍ2: ລຶບລ້າງໄພອຶດຫິວ; ປພຍ13:ມີແຜນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ປພຍ16:ມີສັນຕິພາບ, ຄວາມຍຸຕິທຳແລະສະຖາບັນທີ່ເຂັ້ມແຂງ; ແລະປພຍ17:ເປັນຄູ່ຮ່ວມມືເພື່ອເປົ້າໝາຍການພັດທະນາແບບຍືນຍົງໃນສະພາບການທີ່ຫຼາຍປະເທດໃນທົ່ວໂລກກໍາລັງຮັບມືກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດທີ່ມີຜົນກະທົບມາຈາກວິກິດການຕ່າງໆໃນໄລຍະຜ່ານມາ.
ໃນວັນທີ 15 ກໍລະກົດ, ທ່ານສະເຫຼີມໄຊກົມມະສິດໄດ້ຂຶ້ນກ່າວຄຳເຫັນ ທັງໃນນາມອາຊຽນ ແລະ ໃນນາມສປປລາວໃນກອງປະຊຸມພາກອະພິປາຍທົ່ວໄປ ຊຶ່ງໃນນັ້ນທ່ານໄດ້ເນັ້ນໜັກເຖິງຜົນກະທົບທີ່ແກ່ຍາວມາຈາກວິກິດການຕ່າງໆຂອງສາກົນ,ລວມທັງຄວາມເຄັ່ງຕຶງທາງດ້ານພູມສາດການເມືອງແລະການຄ້າ,ຂໍ້ຫຍຸ້ງຍາກດ້ານເສດຖະກິດ,ລະບົບການເງິນແລະບັນຫາການປ່ຽນແປງຂອງດິນຟ້າອາກາດທີ່ມີຜົນຕໍ່ການຈັດຕັ້ງປະຕິບັດວາລະ2030ກໍຄືບັນດາເປົ້າໝາຍການພັດທະນາແບບຍືນຍົງແລະການພັດທະນາເສດຖະກິດ-ສັງຄົມໂດຍລວມ ພ້ອມທັງໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກຍົກລະດັບການຮ່ວມມືຢ່າງຮອບດ້ານແລະສະໜອງການຊ່ວຍເຫຼືອດ້ານຕ່າງໆໂດຍສະເພາະການຊ່ວຍເຫຼືອບັນດາປະເທດທີ່ມີສະພາບເງື່ອນໄຂພິເສດ ເປັນຕົ້ນປະເທດດ້ອຍພັດທະນາຄຽງຄູ່ກັບການຂັບເຄື່ອນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດເພື່ອບັນລຸປພຍພາຍໃນປີ2030ແລະພ້ອມກັນກ້າວໄປເພື່ອການພັດທະນາຢ່າງຍືນຍົງໃນອະນາຄົດ.
ພິເສດໃນກອງປະຊຸມປີນີ້, ທ່ານສະເຫຼີມໄຊ ກົມມະສິດ ໄດ້ຂຶ້ນນໍາສະເໜີບົດລາຍງານແຫ່ງຊາດແບບສະໝັກໃຈສະບັບທີ3ຂອງສປປລາວ ກ່ຽວກັບການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ(Voluntary National Review-VNR), ໂດຍທ່ານໄດ້ຊີ້ໃຫ້ເຫັນຄວາມໝາຍໝັ້ນອັນແຮງກ້າຂອງລັດຖະບານໃນການຈັດຕັ້ງວາລະ2030ຄຽງຄູ່ກັບເປົ້າໝາຍທີ່ເປັນບຸລິມະສິດດ້ານການພັດທະນາປະເທດໂດຍຜ່ານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີIX ຊຶ່ງເຫັນວ່າໄດ້ຮັບຜົນສໍາເລັດແລະຄວາມຄືບໜ້າໃນຫຼາຍດ້ານ ເວົ້າລວມ, ເວົ້າສະເພາະແມ່ນສາມາດສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພແລະເປັນລະບຽບຮຽບຮ້ອຍ,ການພັດທະນາເສດຖະກິດ-ສັງຄົມຄ່ອຍໆໄດ້ຮັບການຟຶ້ນຟູອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາຊົນເຜົ່າໄດ້ຮັບການປັບປຸງດີຂຶ້ນ. ເຖິງຢ່າງໃດກໍຕາມ, ເນື່ອງຈາກຜົນກະທົບຈາກໄພພິບັດທໍາມະຊາດແລະວິກິດການຕ່າງໆຈາກພາກພື້ນແລະສາກົນໃນໄລຍະຜ່ານມາລວມໄປເຖິງສະພາບໄພເງິນເຟີ້ໄດ້ເຮັດໃຫ້ອັດຕາການຂະຫຍາຍຕົວຂອງເສດຖະກິດໃນຊຸມປີຜ່ານມາບໍ່ໄດ້ຕາມແຜນການທີ່ວາງໄວ້. ຕໍ່ໜ້າສະພາບການດັ່ງກ່າວ, ມັນໄດ້ຮຽກຮ້ອງໃຫ້ພວກເຮົາຕ້ອງໄດ້ສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ,ພ້ອມກັນຕັດສິນໃຈຢ່າງກ້າຫານແລະຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິບັດວາລະດ້ານການພັດທະນາຂອງປະເທດ ແລະ ສາກົນ. ໃນນັ້ນ, ສປປລາວຈະສືບຕໍ່ພັດທະນາເສດຖະກິດຕາມແນວທາງຍຸດທະສາດການພັດທະນາແບບຍືນຍົງແລະສີຂຽວ, ຄຽງຄູ່ກັບການເຊື່ອມສານປພຍເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ, ກໍຄືການສ້າງພື້ນຖານເສດຖະກິດໃຫ້ມີຄວາມເຂັ້ມແຂງແລະສ້າງເງື່ອນໄຂທີ່ເອື້ອອໍານວຍເພື່ອນຳພາປະເທດຂ້າມຜ່ານອຸປະສັກ ແລະ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນອະນາຄົດ.
ຂະບວນການສົ່ງບົດລາຍງານແຫ່ງຊາດແບບສະໝັກໃຈແມ່ນກົນໄກໜຶ່ງຂອງອົງການ ສປຊ ໃນການລາຍງານຄວາມຄືບໜ້າແລະສິ່ງທ້າທາຍໃນການຈັດຕັ້ງປະຕິບັດປພຍໃນແຕ່ລະໄລຍະ. ບົດລາຍງານສະບັບທີ3ຂອງສປປລາວແມ່ນໄດ້ວິເຄາະວິໄຈທ່າອ່ຽງລວມຂອງທັງໝົດ18ເປົ້າໝາຍແລະການວິເຄາະວິໄຈແບບລົງເລິກບັນດາເປົ້າໝາຍທີ່ເຫັນວ່າເປັນບຸລິມະສິດສໍາຄັນແລະເຫັນຄວນເອົາໃຈໃສ່ຕື່ມພ້ອມທັງປິ່ນອ້ອມກັບ6ແນວທາງການຫັນປ່ຽນຂອງເລຂາທິການໃຫຍ່ອົງການສປຊໃນການຂັບເຄື່ອນການຈັດຕັ້ງປະຕິບັດວາລະສາກົນແຕ່ນີ້ຮອດປີ​ 2030ໂດຍໄດ້ສະທ້ອນໃຫ້ເຫັນຜົນຂອງການຈັດຕັ້ງປະຕິບັດກາງສະໄໝຂອງແຜນປະຕິບັດງານແຫ່ງຊາດ5ປີຄັ້ງທີIXເຂົ້າໃນການລາຍງານແລະໄດ້ລົງເລິກໃນ11ເປົ້າໝາຍການພັດທະນາແບບຍືນຍົງທີ່ເປັນບຸລິມະສິດຂອງສປປລາວຄື: ປພຍ1:ລຶບລ້າງຄວາມທຸກຍາກ,ປພຍ2:ລຶບລ້າງຄວາມອຶດຫິວ,ປພຍ3:ການມີສຸຂະພາບແລະຊີວິດການເປັນຢູ່ທີ່ດີ, ປພຍ4:ການສຶກສາທີ່ມີຄຸນນະພາບ,ປພຍ5:ຄວາມສະເໝີພາບລະຫວ່າງຍິງ-ຊາຍ,ປພຍ7:ພະລັງງານທີ່ສະອາດ,ປພຍ8:ການມີວຽກເຮັດງານທໍາທີ່ມີກຽດແລະເສດຖະກິດມີການຂະຫຍາຍໂຕ,ປພຍ9:ການຫັນເປັນອຸດສາຫະກໍາ,ປພຍ13:ມີແຜນຮັບມືກັບການປ່ຽນແປງດິນຟ້າອາກາດ,ປພຍ17:ເປັນຄູ່ຮ່ວມເພື່ອເປົ້າໝາຍການພັດທະນາແບບຍືນຍົງແລະປພຍ18:ຊີວິດປອດໄພຈາກລະເບີດບໍ່ທັນແຕກຊຶ່ງເປັນເປົ້າໝາຍແຫ່ງຊາດ.
ພ້ອມກັນນັ້ນ,ໃນໄລຍະກອງປະຊຸມດັ່ງກ່າວນີ້ສປປລາວຍັງໄດ້ຈັດກອງປະຊຸມປິ່ນອ້ອມ(Side Event)ຮ່ວມກັບປະເທດອາແຊກໄບຊານໂດຍການເປັນປະທານຮ່ວມຂອງທ່ານສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ຂອງ ສປປ ລາວ ແລະ ຮອງລັດຖະມົນຕີກະຊວງເສດຖະກິດ ຂອງ ປະເທດອາແຊັກໄບຊານ,ພາຍໃຕ້ຫົວຂໍ້:ການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ/ລະເບີດຝັງດິນເພື່ອການບັນລຸເປົ້າໝາຍການພັດທະນາແບບຍືນຍົງແລະພ້ອມກັນກ້າວໄປ(UXO/Mine Action to Attain the Sustainable Development Goals and Leave No One Behind)ຊຶ່ງເປັນຫົວຂໍ້ທີ່ຕິດພັນກັບປພຍແຫ່ງຊາດຂອງສປປລາວແມ່ນປພຍ18:ຊີວິດປອດໄພຈາກລະເບີດຕົກຄ້າງທີ່ບໍ່ທັນແຕກ(Lives Safe from UXO)ແລະອາແຊກໄບຊານແມ່ນປພຍ18:ການເກັບກູ້ລະເບີດຝັງດິນ(Mine Action).ນອກຈາກນັ້ນ, ໂດຍເຫັນໄດ້ຄວາມສຳຄັນຂອງວຽກງານເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ, ສປປ ລາວ ກໍໄດ້ມີການຈັດງານວາງສະແດງແຜ່ນຜ້າ​ທີ່​ຖືກ​ຕ່ຳ​ ແລະແຕ້ມເປັນ​ລວດ​ລາຍ​​ຮູບ​ພາບການ​ເລົ່າ​ເລື່ອງ​ຜົນ​ກະ​ທົບ​ຂອງລະເບີດບໍ່ທັນແຕກ​ທີ່ຕົກຄ້າງ ຕໍ່​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ,ສະ​ແດງ​ໃຫ້​ເຫັນ​ຜົນ​ໄດ້​ຮັບ​ຈາກ​ການກວດ​ກູ້ລະເບີດບໍ່ທັນແຕກ​ທີ່​ໄດ້​ຊ່ວຍປົກ​ປັກ​ຮັກ​ສາ​ຊີ​ວິດແລະ ​ພັດ​ທະ​ນາ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ.ການຈັດງານທັງສອງນີ້ແມ່ນແນໃສ່ເຜີຍ​ແຜ່ແນວທາງນະໂຍບາຍ ແລະ ສ້າງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ຜົນ​ກະ​ທົບຂອງລບ​ຕຢູ່ສ​ປ​ປລາວ,ເພີ່ມ​ຄວາມ​ເຂົ້າ​ໃຈ​ເຖິງ​ຜົນ​ກະ​ທົບ​ທີ່​ມີ​ຕໍ່​ປະ​ຊາ​ຊົນ​ ແລະ ​ການ​ດຳ​ລົງ​ຊີ​ວິດ​ປະ​ຈຳ​ວັນຂອງເຂົາເຈົ້າທີ່​ຍັງ​ຕ້ອງ​ໄດ້​ໃຊ້​ຊີ​ວິດ​ກັບ​ຄວາມ​ສ່ຽງ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ ແລະ ລະດົມ​ການຮ່ວມມື​ສະ​ໜັບ​ສະ​ໜູນ​ຕໍ່​ວຽກ​ງານ​ດັ່ງ​ກ່າວ ຈາກວົງຄະນາຍາດສາກົນ.
ຂ່າວ: ກຕປ