ວັນ​ທີ 12 ກໍ​ລະ​ກົດ ຜ່ານມາ, ສະ​ຖານເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວປະ​ຈຳສ​ສຫວຽດ​ນາມໄດ້​ຈັດກອງ​ປະ​ຊຸມ​ສະຫຼຸບ​ວຽກ​ງານການ​ຄຸ້ມ​ຄອງ​ການ​​ສຶກ​ສາ​ລາວສົກ​​ປີ 2023-2024 ແລະວາງ​ທິດ​ທາງແຜນ​ການສົກ​ປີ 2024-2025 ຂຶ້ນທີ່​ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລກິວລອງແຂວງຫວິງລອງສ​ສຫວຽດ​ນາມ.
ເຂົ້າ​ຮ່ວມ​ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ, ຝ່າຍ​ລາວ​ມີທ່ານສຳ​ລານພັນ​ຄະ​ວົງຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ​ທິ​ການແລະກິ​ລາ; ທ່ານຄຳ​ຕັນສົມ​ວົງທີ່​ປຶກ​ສາ​ສຶກ​ສາ-ວັດ​ທະ​ນະ​ທຳສະ​ຖານ​ທູດ​ລາວ​ປະ​ຈຳສ​ສຫວຽດ​ນາມພ້ອມ​ດ້ວຍ​ບັນ​ດາ​ທ່ານຫົວ​ໜ້າກົງ​ສູນ​ໃຫຍ່​​ລາວປະ​ຈຳ​ນະ​ຄອນໂຮ່​ຈິ​ມິນ, ນະ​ຄອນດາ​ໜັງ; ຜູ້​ຕາງ​ໜ້າ​ຈາກບັນ​ດາຂອງ​ກະ​ຊວງ​ສຶກ​ສາ​ທິ​ການແລະກິ​ລາແລະຕາງ​ໜ້າພະ​ແນກ​ສຶກ​ສາ​ແລະກິ​ລາ​ແຂວງ​ຂອງ​ລາວພ້ອມ​ດ້ວຍ​ບັນ​ດາ​ຜູ້​ຕາງ​ໜ້າ​ນັກ​ສຶກ​ສາ​ລາວ​ທີ່​ກຳ​ລັງ​ຮ່ຳ​ຮຽນ​ຄົ້ນ​ຄວ້າ​ຢູ່ສ​ສຫວຽດ​ນາມ​ເຂົ້າ​ຮ່ວມ​ຈຳ​ນວນ100 ກວ່າຄົນ​. ​ຝ່າຍ​ຫວຽດ​ນາມ​ມີ: ທ່ານຫງວຽນວັນ​ຟຸກຮອງ​ລັດ​ຖະ​ມົນ​ຕີກະ​ຊວງ​ສຶກ​ສາແລະກໍ່​ສ້າງ​ພະ​ນັກ​ງານ​ຫວຽດ​ນາມ; ທ່ານ ຫງວຽນທິກວຽນ​ແທັກ​ຮອງປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຂວງຫວິງ​ລອງ;ຜູ້​ອຳ​ນວຍ​ການ​ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລກິວລອງ; ຜູ້​ຕາງ​ໜ້າ​ສະ​ຖານ​ທູດ​ຫວຽດ​ນາມ​ປະ​ຈຳສ​ປ​ປລາວເຂົ້າ​ຮ່ວມ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອສະຫຼຸບ, ຕີລາຄາຄືນສະພາບການຄຸ້ມຄອງ,ການເຄື່ອນໄຫວ ແລະ ການຮໍ່າຮຽນຂອງນັກສຶກສາລາວ ທີ່ກຳລັງສຶກ​ສາ​ຮ່ຳຮຽນຢູ່​ຕາມສະຖານການສຶກສາຕ່າງໆໃນທົ່ວປະເທດຂອງຫວຽດນາມໃນສົກປີ2023-2024 ທີ່ຜ່ານມາແລະກຳ​ນົດທິດທາງແຜນການເຄື່ອນໄຫວໃນ​ສົກປີ2024-2025 ຊຶ່ງເປັນສົກຮຽນທີ່ມີຄວາມໝາຍສຳຄັນເພື່ອສືບ​ຕໍ່​ຈັດ​ຕັ້ງ​ຜັນ​ຂະ​ຫ​ຍາຍໂຄງການຍົກສູງຄຸນນະພາບ ແລະ ປະສິດທິຜົນໃນການຮ່ວມມືລາວ-ຫວຽດນາມ, ຫວຽດ​ນາມ-ລາວ ໃນຂົງເຂດການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດໃນແຕ່ໄລ​ຍະ​ຂອງກະຊວງສຶກສາທິການ ແລະ ກິລາ​ຂອງ​ລາວ ແລະ ກະຊວງສຶກສາ ແລະ ກໍ່ສ້າງ​ພະ​ນັກ​ງານຂອງຫວຽດນາມ.
ໃນ​ສົກ​ປີ 2023-2024 ມີ​ນັກ​ຮຽນ​, ນັກ​ສຶກ​ສາ​ລາ​ວ​ທີ່​ກຳ​ລັງ​ສຶກ​ສາ​ຮ່ຳ​ຮຽນ​ຢູ່ສ​ສຫວຽດ​ນາ​ມ​ມີທັງ​ໝົດ: 10.190 ຄົນ (ຍິງ 4.277 ຄົນ) ໃນ​ນັ້ນ​ສາຍ​ປົກ​ຄອງ​ມີ 8.478 ຄົນ (ຍິງ 3.911 ຄົນ), ສາຍ​ປ້ອງກ​ັນ​ຄວາມ​ສະ​ຫງົບ 827 ຄົນ (ຍິງ 335 ຄົນ) ແລະປ້ອງ​ກັນ​ຊາດ 885 ຄົນ (ຍິງ 31 ຄົນ). ທຶນ​ລັດ​ຖະ​ບານ​ມີ 3.417 ຄົນ (ຍິງ 1.431 ຄົນ), ທຶນ​ຮ່ວມ​ມື​ລະ​ຫວ່າງ​ແຂວງ 4.244 ຄົນ (ຍິງ 2.221 ຄົນ), ທຶນ​ສ່ວນ​ຕົວ 1.058 ຄົນ (ຍິງ 561 ຄົນ)ແລະຜູ້​ໃຫ້​ທຶນ​ອື່ນໆ 141 ຄົນ (ຍິງ 64 ຄົນ). ສຳ​ເລັດ​ການ​ສຶກ​ສາແລະກັບ​ຄືນ​ປະ​ເທດ​ທັງ​ໝົດ 476 ຄົນ (ຍິງ 256 ຄົນ).
ຂ່າວ -ພາບ: ສະຖານທູດລາວປະ​ຈຳຫວຽດ​ນາມ.