ໃນວັນທີ 12-13 ກໍລະກົດຜ່ານມາທີ່ນະຄອນຫຼວງປັກກິ່ງສປຈີນ, ທ່ານ ໂພໄຊ ໄຂຄຳພິທູນຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນຈາກ ສປປ ລາວ ເຂົ້າຮ່ວມກອງປະຊຸມລະດັບສູງຄັ້ງທີສອງ ຂອງເວທີປຶກສາຫາລື ກ່ຽວກັບ ການປະຕິບັດງານສາກົນເພື່ອການພັດທະນາຮ່ວມກັນ (Second High-Level Conference of Forum on Global Action for Shared Development)ພາຍໃຕ້ຂໍ້ລິເລີ່ມດ້ານການພັດທະນາສາກົນ (Global Development Initiative)ທີ່ສະເໜີໂດຍທ່ານ ສີຈິ້ນຜິງປະທານປະເທດ ແຫ່ງ ສະທາລະນະລັດປະຊາຊົນຈີນ, ໂດຍການເປັນເຈົ້າພາບຂອງອົງການຮ່ວມມືເພື່ອການພັດທະນາສາກົນຂອງ ສປ ຈີນ. ໃນພິທີເປີດກອງປະຊຸມດັ່ງກ່າວ, ທ່ານ ໂລ ຈ້າວຮຸຍ ປະທານອົງການຮ່ວມມື ເພື່ອການພັດທະນາສາກົນຂອງ ສປ ຈີນ ໄດ້ກ່າວເປີດກອງປະຊຸມ ແລະ ໄດ້ເຊີນທ່ານ ຫວັງ ອີ້ກຳມະການກົມການເມືອງສູນກາງພັກກອມມູນິດຈີນລັດຖະມົນຕີກະຊວງການຕ່າງປະເທດ ກ່າວປາໄສໃນພິທີເປີດ, ໂດຍມີບັນດາການນຳຂັ້ນສູງຂອງກຸ່ມປະເທດເພື່ອນມິດ ຂອງຂໍ້ລິເລີ່ມດ້ານການພັດທະນາສາກົນ ແລະ ຜູ້ຕາງໜ້າຈາກບັນດາສະຖານທູດ, ອົງການເຄືອຂ່າຍສະຫະປະຊາຊາດ, ອົງການຈັດຕັ້ງສາກົນ ແລະ ສະຖາບັນການເງິນສາກົນຕ່າງໆ ເຂົ້າຮ່ວມກອງປະຊຸມຫຼາຍກວ່າ 500 ທ່ານ.
ກອງປະຊຸມ ໄດ້ປຶກສາຫາລືກ່ຽວກັບມາດຕະການ ແລະ ແນວທາງປະຕິບັດຕ່າງໆ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືເພື່ອການພັດທະນາຮ່ວມກັນຂອງປະເທດກຳລັງພັດທະນາ ກໍຄືວິທີການແກ້ໄຂບັນດາສິ່ງທ້າທາຍຕ່າງໆ ທີ່ກີດຂວາງການພັດທະນາ ເສດຖະກິດ-ສັງຄົມຢູ່ໃນໂລກ ໂດຍສະເພາະພາຍໃຕ້ຂອບຂໍ້ລິເລີ່ມດ້ານການພັດທະນາສາກົນ ເພື່ອເປັນການປະກອບສ່ວນສຳຄັນໃນການເລັ່ງລັດການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງໃຫ້ບັນລຸຜົນເປັນຈິງ ໃນປີ 2030. ກອງປະຊຸມໄດ້ສຸມໃສ່ ປຶກສາຫາລື 5 ຫົວຂໍ້ຫຼັກຄື: ຫົວຂໍ້ທີ 1: ຮ່ວມມືກັນ ເພື່ອສ້າງ ການຫັນເປັນທັນສະໄໝຂອງປະເທດກໍາລັງພັດທະນາ: ເສັ້ນທາງໃໝ່, ວິໄສທັດອັນໃໝ່; ຫົວຂໍ້ທີ 2: ເວທີປຶກສາຫາລື ກ່ຽວກັບ ວິທີການດ້ານນະວັດຕະກຳ ເພື່ອເລັ່ງລັດການພັດທະນາແບບຍືນຍົງ: ການຈັດຕັ້ງປະຕິບັດ ຂັ້ນປະເທດ, ພາກພື້ນ ແລະ ສາກົນ ເພື່ອອະນາຄົດທີ່ດີຂຶ້ນ; ຫົວຂໍ້ທີ 3: ການຂ້າມຜ່ານທາງດ້ານພະລັງງານ ແລະ ການພັດທະນາແບບຍືນຍົງ; ຫົວຂໍ້ທີ 4: ການເຂົ້າຮ່ວມຂອງຜູ້ຈັດຕັ້ງປະຕິບັດຈາກຫຼາຍພາກສ່ວນ ໃນການຮ່ວມມືເພື່ອການພັດທະນາສາກົນ; ແລະ ຫົວຂໍ້ທີ 5: ການເຕົ້າໂຮມ ຄົນຮຸ່ນຕ່າງໆ: ຄວາມຮັບຜິດຊອບຂອງຊາວໜຸ່ມສາກົນຮ່ວມກັນ ໃນຍຸກດີຈີຕອນ.
ບັນດາຄະນະຜູ້ແທນທີ່ເຂົ້າຮ່ວມ ໂດຍລວມໄດ້ຢືນຢັນຄືນເຖິງຄວາມໝາຍໝັ້ນທາງດ້ານການເມືອງຂອງຕົນໃນການມີສ່ວນຮ່ວມຂອງທຸກພາກສ່ວນທີ່ກ່ຽວຂ້ອງທັງພາກລັດ, ພາກເອກະຊົນ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ ເພື່ອຮ່ວມມືກັນໃນວຽກງານການພັດທະນາເສດຖະກິດ-ສັງຄົມ ຢູ່ໃນສາກົນ ກໍຄືການຈັດຕັ້ງປະຕິບັດຂໍ້ລິເລີ່ມດ້ານການພັດທະນາສາກົນໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
ໃນໂອກາດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ທ່ານ ໂພໄຊ ໄຂຄຳພິທູນ ຍັງໄດ້ພົບປະສອງຝ່າຍກັບທ່ານ ຢາງ ເວີຍຊຸນ (Mr. Yang Weiqun)ຮອງປະທານອົງການຮ່ວມມືເພື່ອການພັດທະນາສາກົນ ຂອງ ສປຈີນ (CIDCA), ເພື່ອປຶກສາຫາລືກ່ຽວກັບການສົ່ງເສີມການຮ່ວມມືສອງຝ່າຍໃນດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ, ຊຶ່ງເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ລະຫວ່າງສອງປະເທດ ກໍຄືການຮ່ວມມືໃນຂອບອາຊຽນ ຊຶ່ງຜ່ານມາ ສປປ ລາວ ໄດ້ຮັບການຊ່ວຍເຫຼືອ ພາຍໃຕ້ ຂໍ້ລິເລີ່ມດ້ານການພັດທະນາສາກົນ ຂອງ ສປ ຈີນ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ໂດຍຜ່ານການຮ່ວມມືຫຼາຍຝ່າຍ.
ກອງປະຊຸມຄັ້ງນີ້ ແມ່ນເປັນສ່ວນໜຶ່ງຂອງການດຳເນີນງານເພື່ອຜັນຂະຫຍາຍຂໍ້ລິເລີ່ມດ້ານການພັດທະນາສາກົນ ຂອງທ່ານປະທານ ສີຈິ້ນຜິງ ທີ່ໄດ້ນໍາສະເໜີຕໍ່ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 76 ໃນເດືອນກັນຍາ ປີ 2021. ຂໍ້ລິເລີ່ມດັ່ງກ່າວແມ່ນໄດ້ຢຶດຖືເອົາການພັດທະນາເປັນບຸລິມະສິດຫຼັກ ໂດຍຖືເອົາປະຊາຊົນເປັນໃຈກາງ, ທຸກຄົນລ້ວນແລ້ວແຕ່ໄດ້ຮັບຜົນປະໂຫຍດ, ນຳໃຊ້ນະວັດຕະກຳໃໝ່ເປັນສິ່ງຂັບເຄື່ອນການພັດທະນາ ໂດຍການຢູ່ຮ່ວມກັນຢ່າງກົມກຽວລະຫວ່າງມະນຸດ ແລະ ທຳມະຊາດ ຊຶ່ງກວມເອົາ 8 ຂົງເຂດວຽກງານບຸລິມະສິດທີ່ສອດຄ່ອງກັບເປົ້າໝາຍການພັດທະນາແບບຍືນຍົງຄື 1. ການຫຼຸດຜ່ອນຄວາມທຸກຍາກ, 2. ການຄໍ້າປະກັນດ້ານສະບຽງອາຫານ, 3. ການຮັບມືກັບພະຍາດລະບາດ ແລະ ວັກຊິນ, 4. ການສະໜອງເງິນເພື່ອການພັດທະນາ, 5. ການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາສີຂຽວ, 6 ການຫັນເປັນອຸດສາຫະກໍາທີ່ທັນສະໄໝ, 7. ເສດຖະກິດດີຈີຕອນ ແລະ 8. ການເຊື່ອມໂຍງໃນຍຸກດີຈີຕອນ.
ຂ່າວ-ພາບ:ກຕທ