ໃນວັນທີ 17 ກໍລະກົດຜ່ານມາ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫົວພັນ ໄດ້ເຂົ້າຮ່ວມມອບຫໍສະໝຸດໂຮງຮຽນ ມສ ນາຄາວ ເມືອງວຽງໄຊ ແຂວງຫົວພັນ ກ່າວຮັບໂດຍທ່ານ ສອນມາ ອຸດົມໄຊ ຜູ້ອຳນວຍການໂຮງຮຽນ ມສ ນາ ຄາວ, ມີຄະນະນຳຈາກສູນກາງ, ແຂວງຫົວພັນ ພ້ອມດ້ວຍຄູ-ອາຈານເຂົ້າຮ່ວມ.
ທ່ານ ສອນມາ ອຸດົມໄຊ ໄດ້ລາຍງານໃຫ້ຮູ້ວ່າ: ໂຮງຮຽນ ມສ ນາຄາວ ສ້າງຕັ້ງຂຶ້ນໃນປີ 2012 ມາຮອດປີ 2023 ໂຮງຮຽນໄດ້ຮັບທຶນຊ່ວຍເຫຼືອສ້າງຫໍສະໝຸດຈາກທ່ານ ສິນລະວົງ ຄຸດໄພທູນ ພ້ອມດ້ວຍຄອບຄົວ, ໂຄງ ການດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງໃນເດືອນມັງກອນ 2024 ມູນຄ່າ 356 ລ້ານກີບ, ເປັນເຮືອນຊັ້ນດຽວ ກວ້າງ 7×13 ແມັດ ດຳເນີນມາເປັນເວລາ 6 ເດືອນ ມາຮອດປັດຈຸບັນສຳເລັດຕາມແຜນການທີ່ວາງໄວ້ ລວມມູນຄ່າການກໍ່ສ້າງທັງໝົດ 344 ລ້ານກີບ ສ່ວນງົບປະມານທີ່ຍັງເຫຼືອທາງໂຮງຮຽນໄດ້ນຳໄປໝູນໃຊ້ຊື້ອຸປະກອນການຮຽນ-ການສອນໃຫ້ໂຮງຮຽນ.
ທ່ານປະທານ ສນຊ ກ່າວວ່າ: ໂຮງຮຽນນາຄາວ ເປັນສູນລວມຂອງການສຶກສາມາແຕ່ສະໄໝການປະຕິ ວັດ, ການສ້າງຫໍສະໝຸດໃຫ້ໂຮງຮຽນຫຼັງນີ້ເພື່ອໃຫ້ລູກຫຼານ, ຄູ-ອາຈານຊາວແຂວງຫົວພັນໄດ້ສຶກສາຄົ້ນຄວ້າ ຮ່ຳຮຽນ, ໃຫ້ຄູ-ອາຈານ ແລະ ປະຊາຊົນເອົາໃຈໃສ່ສຶກສາອົບຮົມໃຫ້ລູກຫຼານມາເຂົ້າໂຮງຮຽນຕາມເກນອາຍຸ ແລະ ມັກຮັກໃນການອ່ານ-ການຂຽນເພື່ອຍົກລະດັບການສຶກສາຂອງລາວໃຫ້ໄດ້ຮັບການພັດພະນາດີຂຶ້ນເປັນກ້າວໆ.
ໂອກາດນີ້, ພາກສ່ວນຕ່າງໆທີ່ເຂົ້າຮ່ວມໄດ້ມອບເງິນຈຳນວນ 90 ລ້ານກີບໃຫ້ໂຮງຮຽນ ມສ ນາຄາວ ເພື່ອຊື້ອຸປະກອນເຂົ້າຫໍສະໝຸດ. ຂ່າວ: ສນຊ