ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2024 ໄດ້ເປີດຂຶ້ນໃນຕອນເຊົ້າວັນທີ 15 ກໍລະກົດ ຜ່ານມາ ແລະ ປິດລົງໃນຕອນເຊົ້າວັນທີ 17 ກໍລະກົດ ນີ້ ທີ່ຫໍປະຊຸມແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດ ຖະມົນຕີ, ສະມາຊິກລັດຖະບານ, ບັນດາທ່ານ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດທຽບເທົ່າກະຊວງ, ສູນກາງແນວລາວສ້າງຊາດ, ອົງການນິຕິບັນຍັດ, ອົງການຕຸລາການ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ບັນດາອົງການ ຈັດຕັ້ງມະຫາຊົນ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ເຂົ້າຮ່ວມ.
ກອງປະຊຸມດຳເນີນມາເປັນເວລາສອງມື້ເຄິ່ງ ດ້ວຍຈິດໃຈເຄັ່ງຮ້ອນ ແລະ ດ້ວຍບັນຍາກາດແຫ່ງການເສີມຂະຫຍາຍຄວາມເປັນເຈົ້າການ, ສຸມສະຕິປັນຍາ ແລະ ຄວາມຮັບຜິດຊອບການເມືອງຂອງບັນດາສະມາຊິກລັດຖະບານ, ເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາອົງການຈັດຕັ້ງພັກ-ລັດ ເຂົ້າໃນການຄົ້ນຄວ້າ ແລະ ປະກອບຄຳເຫັນໃນ 3 ວາລະທີ່ສໍາຄັນ, ພິເສດກອງປະຊຸມຄັ້ງນີ້ ແມ່ນໄດ້ຮັບຟັງຄຳເຫັນໂອ້ລົມຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ທີ່ໄດ້ໃຫ້ທິດຊີ້ນຳສະມາຊິກລັດຖະບານ, ບັນດາເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງວຽງຈັນ ຕ້ອງຍົກສູງຄວາມຮັບຜິດຊອບຮ່ວມກັນ ເພື່ອແກ້ໄຂບັນຫາທີ່ເຄັ່ງຮ້ອນຂອງເສດຖະກິດ, ເປັນຕົ້ນບັນຫາອັດຕາແລກປ່ຽນ, ອັດຕາເງິນເຟີ້, ລາຄາສິນຄ້າແພງ, ການແກ້ໄຂໜີ້ສິນສາທາລະນະ, ໜີ້ສິນຕ່າງປະເທດ, ການສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ມີການຜະລິດຢູ່ພາຍໃນໃຫ້ຫຼາຍ, ໃຫ້ໄວ, ມີປະສິດທິພາບ ແລະ ປະສິດທິຜົນ, ພ້ອມທັງຫັນປ່ຽນວິກິດໃຫ້ເປັນໂອກາດ ດ້ວຍການອອກມາດຕະການ, ວິທີການໃນການຈັດຕັ້ງປະຕິບັດຕົວຈິງ ໃຫ້ເປັນຮູບປະທຳ ໂດຍມີການກຳນົດໜ້າວຽກຈຸດສຸມ, ກໍານົດໄລຍະເວລາໃນການຈັດຕັ້ງປະຕິບັດ, ມີການແບ່ງມອບຄວາມຮັບຜິດ ຊອບໃຫ້ບຸກຄົນຄັກແນ່.
ສຳລັບຜົນຂອງການຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນ ຕໍ່ 3 ວາລະໃນກອງປະຊຸມມີດັ່ງນີ້:
ວາລະທີ 1. ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາ ບັນດາບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຕົວຈິງ ໃນໄລຍະ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2024 ຂອງລັດຖະບານ ເຊັ່ນ: ວຽກງານແຜນການ ແລະ ການລົງທຶນ, ແຜນງົບປະມານ, ແຜນເງິນຕາ, ການພັດທະນາແຮ່ທາດ; ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍໄດ້ຊີ້ນຳບັນດາຂະແໜງ ການ ແລະ ທ້ອງຖິ່ນກ່ຽວຂ້ອງ ສືບຕໍ່ຍົກສູງຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາປີ 2024 ທີ່ສະພາແຫ່ງຊາດ ໄດ້ມີມະຕິຮັບຮອງ ໃຫ້ເປັນຮູບປະທຳ ແລະ ປະສົບຜົນສຳເລັດຫຼາຍຂຶ້ນ, ສຸມໃສ່ແກ້ໄຂບັນດາຈຸດອ່ອນ, ຂໍ້ຄົງຄ້າງ ແລະ ອຸປະສັກຕ່າງໆ ທີ່ເປັນສິ່ງອຸດຕັນຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ແລະ ໃນຂົງເຂດທີ່ຕົນຮັບຜິດຊອບ ເພື່ອຮັບປະກັນສະຖຽນລະພາບທາງດ້ານການເມືອງໃຫ້ໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດ ມີການຂະຫຍາຍຕົວ ແລະ ໝັ້ນທ່ຽງ ບໍ່ໃຫ້ຕົກເຂົ້າໃນສະພາບວິກິດ, ຮີບຮ້ອນແກ້ໄຂຄວາມບອບບາງທາງດ້ານເສດຖະກິດມະຫາພາກ ໃຫ້ກັບສູ່ສະພາບປົກກະຕິໂດຍໄວ, ໃຫ້ພ້ອມກັນນໍາເອົາ ເນື້ອໃນຈິດໃຈທິດຊີ້ນຳ ຂອງສະຫາຍເລຂາທິການໃຫຍ່ ປະທານປະເທດ ຕໍ່ກອງປະຊຸມຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍສູ່ວຽກງານຕົວຈິງ ຢ່າງແຂງແຮງ, ເລິກເຊິ່ງ ແລະ ປະກົດຜົນເປັນຮູບປະທຳຕົວຈິງ, ໄດ້ກຳນົດທິດທາງ ແລະ ແຜນວຽກຈຸດສຸມຂອງລັດຖະບານ ແຕ່ນີ້ຮອດທ້າຍປີ 2024 ພ້ອມທັງ ມອບຄວາມຮັບຜິດຊອບໃຫ້ບັນດາກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ຢ່າງຈະແຈ້ງ ຊຶ່ງເນື້ອໃນລະອຽດ ກອງປະຊຸມໄດ້ຊີ້ນຳ ໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກຳນົດເຂົ້າໃນມະຕິກອງປະຊຸມລັດຖະບານເປີດກວ້າງຄັ້ງນີ້ ເພື່ອເປັນບ່ອນອີງ ໃຫ້ແກ່ທຸກພາກສ່ວນ ນຳໄປຈັດຕັ້ງປະຕິບັດຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ເກີດໝາກເກີດຜົນ ແລະ ບຸກທະລຸໃນການແກ້ໄຂບັນຫາຕົວຈິງ.
ວາລະທີ 2. ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາ ລາຍງານການແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ-ການເງິນ ແລະ ບັນຫາເຄັ່ງຮ້ອນດ້ານສັງຄົມ ໂດຍມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ປັບປຸງຄືນເນື້ອໃນຮ່າງບົດສະຫຼຸບ ຕາມການປະກອບຄຳເຫັນ ຂອງຜູ້ເຂົ້າຮ່ວມກອງປະຊຸມ ໃຫ້ມີເນື້ອໃນຄົບຖ້ວນສົມບູນຂຶ້ນ ແລະ ກຳນົດເຂົ້າໃນມະຕິກອງປະຊຸມຄັ້ງນີ້ ເພື່ອເປັນບ່ອນອີງໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ. ພ້ອມທັງ ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດທິດຊີ້ນຳຂອງລັດຖະບານ ໃນໄລຍະຜ່ານມາ ແລ້ວລາຍງານໃຫ້ລັດຖະບານຊາບ ຢ່າງເປັນປົກກະຕິ, ໃຫ້ບັນດາກະຊວງທີ່ກ່ຽວຂ້ອງ ສຸມໃສ່ຈັດຕັ້ງປະຕິບັດບັນດາໜ້າວຽກຂອງຕົນ ທີ່ລັດຖະບານ ໄດ້ແບ່ງຄວາມຮັບຜິດຊອບໃຫ້ ຕາມທີ່ໄດ້ກຳນົດໄວ້ໃນມະຕິ ສະບັບເລກທີ 17/ລບ, ລົງວັນທີ 12 ທັນວາ 2023 ແລະ ມະຕິຕົກລົງ ສະບັບເລກທີ 05/ລບ, ລົງວັນທີ 21 ພຶດສະພາ 2024 ໂດຍໃຫ້ມີການສ້າງແຜນຈັດຕັ້ງປະຕິບັດໃຫ້ລະອຽດ, ສຸມໃສ່ແກ້ໄຂບັນຫາທີ່ຄົງຄ້າງ ກໍຄື ປະຕິບັດບັນດາໜ້າວຽກ ທີ່ຍັງບໍ່ທັນສາມາດຈັດຕັ້ງປະຕິບັດໄດ້ສຳເລັດ ແລ້ວລາຍງານຄວາມຄືບໜ້າ ໃຫ້ລັດຖະບານຊາບ ແລະ ມີທິດຊີ້ນຳ ເປັນແຕ່ລະໄລຍະ.
ວາລະທີ 3. ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາ ລາຍງານຜົນກອງປະຊຸມວຽກງານການປົກຄອງທ້ອງຖິ່ນທົ່ວປະເທດ ໃນໄລຍະ ປີ 2021-2023 ແລະ ທິດທາງຈຸດສຸມ ປີ 2024-2025 ແລະ ມອບໃຫ້ກະຊວງພາຍໃນ ປັບປຸງເນື້ອໃນຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ໃຫ້ແທດຕົວຈິງ ແລະ ມີເນື້ອໃນຄົບຖ້ວນສົມບູນ. ພ້ອມນີ້ ໃຫ້ມີການສົມທົບແໜ້ນລະຫວ່າງກະຊວງກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອເຮັດໃຫ້ການແກ້ໄຂບັນຫາຂໍ້ຄົງຄ້າງຕ່າງໆ ມີຄວາມຄືບໜ້າ ແລະ ມີຜົນສຳເລັດ. ສຳລັບແຜນວຽກຈຸດສຸມໃນຕໍ່ໜ້າ (1). ປັບປຸງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ໃນບາງມາດຕາ ທີ່ເຫັນວ່າ ບໍ່ທັນສອດຄ່ອງ, (2). ແກ້ໄຂບັນຫາເຂດເຊື່ອມຕໍ່ ລະຫວ່າງ ແຂວງຕໍ່ແຂວງ ໃຫ້ຂາດຕົວ ແລະ ຮັບປະກັນຄວາມເປັນເອກະພາບໃນທົ່ວປະເທດ, (3). ປັບປຸງທາງດ້ານກົງຈັກການຈັດຕັ້ງ, ການແບ່ງຂັ້ນຄຸ້ມຄອງ ໃຫ້ຖືກຕ້ອງສອດຄ່ອງກັບເງື່ອນໄຂປັດຈຸບັນ, (4). ການສ້າງເທດສະບານ ແລະ ນະຄອນ ໃຫ້ຄົ້ນຄວ້າກໍານົດແຈ້ງ ໃນການເຄື່ອນໄຫວວຽກງານບໍລິຫານ ແລະ ບໍລິການຕົວເມືອງ ຢ່າງເປັນລະບົບຄົບຊຸດ ໂດຍສະເພາະ ຊຸກຍູ້ຄວາມເປັນເຈົ້າການ ໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດນໍາໃຊ້ງົບປະມານ ໃຫ້ແຕກຕ່າງຈາກເມືອງທົ່ວໄປ, (5). ການສ້າງຕັ້ງຕາແສງ ໃຫ້ຮີບຮ້ອນຄົ້ນຄວ້າທາງດ້ານນິຕິກໍາ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ, ເຮັດຢ່າງມີຈຸດສຸມ ແລະ ໃຫ້ທົດລອງຢູ່ແຂວງໃດໜຶ່ງກ່ອນ, (6). ສືບຕໍ່ເພີ່ມທະວີເອົາໃຈໃສ່ໃນວຽກງານ 3 ສ້າງ ໃນການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນ ຢ່າງລະອຽດຊັດເຈນ ແລະ ພ້ອມກັນຈັດຕັ້ງປະຕິບັດ ໃຫ້ມີການຫັນປ່ຽນຫຼາຍຂຶ້ນ.
ເພື່ອເຮັດໃຫ້ທິດທາງວຽກຈຸດສຸມ ກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ຕິດພັນກັບການປະຕິບັດ 2 ວາລະແຫ່ງຊາດ ໂດຍສະເພາະການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນ ຕາມຄຳເຫັນຊີ້ນຳຂອງສະຫາຍເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ໃນມື້ເປີດກອງປະຊຸມ ໃຫ້ເປັນຮູບປະທໍາ, ກອງປະຊຸມ ໄດ້ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກລັດຖະບານ, ບັນດາທ່ານ ເຈົ້າແຂວງ ແລະ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ນຳເອົາເນື້ອໃນຈິດໃຈດັ່ງກ່າວ ຫັນເປັນແຜນປະຕິບັດລະອຽດ, ມີຄາດໝາຍຊັດເຈນ, ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ ແລະ ບຸກຄົນຢູ່ແຕ່ລະຂັ້ນໃນແຕ່ລະໄລຍະໃຫ້ຈະແຈ້ງ, ທັງສອດຄ່ອງກັບເງື່ອນໄຂສະພາບຄວາມເປັນຈິງ ຂອງແຕ່ລະບ່ອນ, ແຕ່ລະວຽກ ໃຫ້ໄດ້ຮັບຜົນສຳເລັດເປັນກ້າວໆ. ພ້ອມກັນນັ້ນ, ກໍ່ຕ້ອງຍົກສູງຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດ ໃຫ້ສູງກວ່າເກົ່າແທ້, ການເຮັດວຽກ ໃຫ້ວາງຄາດໝາຍ, ກຳນົດເວລາເຮັດສຳເລັດ ແລະ ເວລາລາຍງານຄວາມຄືບໜ້າເປັນແຕ່ລະໄລຍະ, ທັງໃຫ້ມີກົນໄກຕິດຕາມກວດກາຢ່າງເປັນປົກກະຕິ.
ນອກຈາກນີ້, ກອງປະຊຸມ ຍັງໄດ້ຮຽກຮ້ອງມາຍັງ ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ 3 ອົງການຈັດຕັ້ງມະຫາຊົນແຕ່ລະຂັ້ນ ຊ່ວຍສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພົນລະເມືອງ ແລະ ສະມາຊິກພັກ-ພະນັກງານຕົນໃຫ້ຮັບຮູ້ ແລະ ເຂົ້າໃຈ ເຖິງສະພາບການຕົວຈິງ ແລະ ຄວາມພະຍາຍາມຂອງລັດຖະບານ ໃນການແກ້ໄຂບັນຫາເສດຖະກິດການເງິນຂອງປະເທດເຮົາ ບໍ່ໃຫ້ຕົກເຂົ້າໃນວິກິດ. ຂ່າວ-ພາບ: ສຳນານ