ໃນໄລຍະ06ເດືອນຕົ້ນປີ 2024 ແຂວງຊຽງຂວາງ ໄດ້ເອົາໃຈໃສ່ລົງຊຸກຍູ້ປະຊາຊົນທໍາການຜະລິດໃຫ້ຖືກຕ້ອງຕາມລະດູການ ເພື່ອຮັບປະກັນສະບຽງອາຫານໃຫ້ພຽງພໍຕາມຄວາມຕ້ອງການພາຍໃນ ແລະ ສົ່ງອອກ.ມາຮອດປັດຈຸບັນສາມາດປັກດຳເຂົ້າ ໄດ້ທັງໝົດ 6.200ເຮັກຕາ,ເທົ່າກັບ 21,86%ຂອງແຜນການປີ. ໃນນີ້, ປູກເຂົ້ານາປີ ໄດ້ 1.966ເຮັກຕາ, ປູກເຂົ້າເນີນສູງ ໄດ້ 3.820ເຮັກຕາ ແລະ ເຂົ້ານາແຊງ ໄດ້ 415ເຮັກຕາ, ເກັບກູ້ຜົນຜະລິດເຂົ້ານາແຊງ ໄດ້ 1.743ໂຕນ, ປະຕິບັດໄດ້ 82,53% ຂອງແຜນການ. ປູກສາລີຫວານ ແລະ ສາລີແຂງ ໄດ້ທັງໝົດ 12.882ເຮັກຕາ, ເທົ່າກັບ 55,20%ຂອງແຜນການປີ. ໃນນີ້, ປູກສາລີຫວານ ໄດ້ 117ເຮັກຕາ ແລະ ປູກສາລີແຂງ ໄດ້ 12.765ເຮັກຕາ, ເກັບກູ້ຜົນຜະລິດທັງໝົດ ໄດ້ 65.068ໂຕນ, ຜົນຜະລິດສາລີຫວານ ໄດ້ 1.122ໂຕນ ແລະ ຜົນຜະລິດສາລີແຂງ ໄດ້ 63.946ໂຕນ. ປູກພືດອຸດສາຫະກຳໄດ້ 16.000ເຮັກຕາ,ເທົ່າກັບ 54,49%ຂອງແຜນການປີ,ເກັບກູ້ຜົນຜະລິດພືດອຸດສາຫະກຳ ໄດ້ 77.998ໂຕນ,ເທົ່າກັບ 50,28% ຂອງແຜນການປີ.
ສໍາລັບການລ້ຽງສັດ,ແຂວງຊຽງຂວາງໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມການລ້ຽງສັດໃຫຍ່ຢ່າງເປັນຂະບວນກວ້າງຂວາງ. ມາຮອດປັດຈຸບັນ,ທົ່ວແຂວງມີສັດໃຫຍ່ປະເພດ ງົວ, ຄວາຍ, ມ້າ, ມີທັງໝົດ 321.856ໂຕ, ເທົ່າກັບ 97,13% ຂອງແຜນການປີ. ໃນນັ້ນ, ມີ ຄວາຍ 46.323ໂຕ, ງົວ 268.776ໂຕ (ໃນນັ້ນ, ແມ່ນງົວພັນພື້ນເມືອງທັງໝົດ), ມ້າ 6.757ໂຕ.ໝູ 156.376ໂຕ,ແບ້ແລະແກະ 21.382 ໂຕ,ມີສັດປີກປະມານ1.795.952 ໂຕສາມາດສົ່ງສັດລ້ຽງອອກທັງພາຍໃນ ແລະ ຕ່າງປະເທດ ໄດ້ທັງໝົດ4.738 ໂຕ. ໃນນັ້ນ ມີ ງົວ 2.150ໂຕ,ຄວາຍ 715ໂຕ ແລະ ມ້າ 22 ໂຕ ແລະ ຈໍານວນສັດທີ່ຜ່ານແຂວງ ມີ 1.851 ໂຕ. ຄຽງຄູ່ກັບການລ້ຽງສັດໃຫຍ່ແມ່ນໄດ້ສົ່ງເສີມການປູກຫຍ້າເພື່ອເປັນອາຫານສັດ ຊຶ່ງຮອດປັດຈຸບັນທົ່ວແຂວງມີທົ່ງຫຍ້າປັບປຸງທັງໝົດ 22.100ເຮັກຕາ.
ໃນ 6 ເດືອນຕົ້ນປີ 2024 ນີ້,ແຂວງຈະອອກແຮງສູ້ຊົນປູກພືດສະບຽງອາຫານແລະພືດເປັນສິນຄ້າເປັນຕົ້ນແມ່ນປູກເຂົ້າໃຫ້ໄດ້28.364ເຮັກຕາ,ຄາດຄະ ເນຜົນຜະລິດເຂົ້າ ໃຫ້ໄດ້109.740 ໂຕນ. ໃນນັ້ນ,ເນື້ອທີ່ປູກເຂົ້ານາປີ20.530ເຮັກຕາ,ຄາດຄະເນຜົນຜະລິດ92.103ໂຕນ, ເນື້ອທີ່ປູກເຂົ້ານາແຊງ 490 ເຮັກຕາ,ຄາດຄະເນຜົນຜະລິດ 2.147 ໂຕນແລະເນື້ອທີ່ປູກເຂົ້າເນີນສູງ7.344ເຮັກຕາ,ຄາດຄະເນຜົນຜະລິດ15.490ໂຕນ. ຊຸກຍູ້ສົ່ງເສີມການປູກພືດເປັນສິນຄ້າຕົ້ນຕໍແມ່ນສາລີແຂງແລະສາລີຫວານໃຫ້ໄດ້22.866 ເຮັກຕາ,ຄາດຄະເນຜົນຜະລິດ ໃຫ້ໄດ້127.024ໂຕນແລະປູກພືດອຸດສາຫະກໍາຕ່າງໆໃຫ້ໄດ້29.024 ເຮັກຕາ,ຄາດຄະເນຜົນຜະລິດ ໃຫ້ໄດ້161.904ໂຕນເຊິ່ງປະກອບມີ: ສາລີແຂງ,ອ້ອຍ,ກາເຟ, ກະທຽມ,ປະເພດຖົ່ວ,ໝາກເຜັດແລະພືດຜັກອື່ນໆ; ຊຸກຍູ້ສົ່ງເສີມການລ້ຽງສັດໃຫຍ່ ເປັນຕົ້ນແມ່ນ ງົວ, ຄວາຍ ແລະ ມ້າ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ເພື່ອຕອບສະໜອງການສົ່ງອອກຕ່າງແຂວງ, ຕ່າງປະເທດ ແລະ ບໍລິໂພກພາຍໃນແຂວງ. ໃນປີ 2025 ໃຫ້ມີງົວ ທັງໝົດ 284.040 ໂຕ,ຄວາຍ ໃຫ້ມີ54.450 ໂຕ,ມ້າ ໃຫ້ມີ6.950ໂຕ,ໝູ ໃຫ້ມີ169.780ໂຕ,ແບ້ແລະແກະໃຫ້ມີ 22.239ໂຕແລະສັດປີກ ໃຫ້ມີປະມານ1.903.750 ໂຕ.ແລະ ກໍ່ສ້າງ ແລະ ສ້ອມແປງຊົນລະປະທານ ເພື່ອຮັບປະກັນການສະໜອງນ້ຳໃຫ້ຊາວກະສິກອນທໍາການຜະລິດໃຫ້ພຽງພໍ.
ຂ່າວ: ຕະວິນຍານ