ກອງປະຊຸມຮ່ວມ ລະຫວ່າງ ອົງການປົກຄອງແຂວງຄໍາມ່ວນ ກັບ ຄະນະປະຈໍາສະພາປະຊາຊົນແຂວງ ໄດ້ຈັດຂຶ້ນໃນວັນທີ 18 ກໍລະກົດ 2024 ທີ່ສະພາປະຊາຊົນ (ສພຂ) ແຂວງຄຳມ່ວນ, ໂດຍມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານຮອງເຈົ້າແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ໄດ້ຮັບຟັງການສະຫຸບສັງລວມໂດຍສັງເຂບ ຜົນສໍາເລັດກອງປະຊຸມ ສະໄໝສາມັນເທື່ອທີ 6 ຜ່ານມາ ແລະ ແຜນການກະກຽມດຳເນີນກອງປະຊຸມ, ສະພາບຄວາມຄືບໜ້າໃນການຫ້າງຫາກະກຽມຄວາມພ້ອມໃຫ້ແກ່ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນ ແຂວງຄຳມ່ວນຊຸດທີ II ແລະ ເນື້ອໃນບັນດາຄໍາຖາມເຈາະຈີ້ມ ເພື່ອໃຫ້ບັນດາພະແນກການກ່ຽວຂ້ອງກະກຽມຊີ້ແຈງອະທິບາຍໃນກອງປະຊຸມໃຫ້ຖືກປະເດັນ, ຮັບປະກັນເນື້ອໃນທີ່ສົມບູນ ແລະ ສອດຄ່ອງ, ທັນກັບເວລາ.
ພ້ອມນັ້ນຍັງໄດ້ຄົ້ນຄວ້າ ແລະ ປະກອບຄໍາຄິດເຫັນໃສ່ບັນດາເນື້ອໃນເອກະສານຕ່າງໆ ເພື່ອຄວາມເອກະພາບທາງດ້ານເນື້ອໃນ, ທັງນີ້ກໍເພື່ອເປັນການກະກຽມຄວາມພ້ອມໃຫ້ແກ່ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນແຂວງຄຳມ່ວນຊຸດທີ II ໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້, ແນໃສ່ຮັບປະກັນໃຫ້ການພິຈາລະນາ, ຮັບຮອງເອົາບັນດາ ບັນຫາສຳຄັນພື້ນຖານຂອງແຂວງ ໃຫ້ມີຄວາມເປັນເອກະພາບຕໍ່ເນື້ອໃນທີ່ຈະນໍາເຂົ້າຄົ້ນຄວ້າ ແລະ ພິຈາລະນາຮັບຮອງ ໃນກອງປະຊຸມໃຫ້ບັນລຸຜົນສຳເລັດໄດ້ເປັນຢ່າງດີ.
ທັງນີ້ ກອງປະຊຸມສະໄໝສາມັນເທື່ອທີ 7 ຄາດວ່າຈະໄດ້ຈັດຂຶ້ນລະຫວ່າງວັນທີ 24-26 ກໍລະກົດ 2024 ທີ່ສະໂມສອນແຂວງ ເຊິ່ງຈະໄດ້ພິຈາລະນາ ແລະ ຮັບຮອງເອົາ 5 ເນື້ອໃນຕົ້ນຕໍສໍາຄັນພື້ນຖານຂອງແຂວງຄື: ວຽກງານອົງການປົກຄອງ ລວມ ມີ 4 ເນື້ອໃນ ປະກອບມີ: ບົດລາຍງານຂອງທ່ານເຈົ້າແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024;ບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດຄາດໝາຍວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະແຕ່ປີ 2021-2023 ແລະ ປະຈໍາ 6 ເດືອນຕົ້ນປີ, ທິດທາງແຜນການ 6 ເດືອນທ້າຍປີ 2024; ບົດລາຍງານກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງນໍາໃຊ້ທີ່ດິນກະສິກຳຢູ່ແຂວງຄໍາມ່ວນ ແລະ ວຽກງານຂອງສະພາປະຊາຊົນຂັ້ນແຂວງ ມີ 1 ເນື້ອໃນຄື: ບົດລາຍງານຂອງຄະນະປະຈໍາສະພາປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານຂອງສະພາປະຊາຊົນແຂວງ ໃນໄລຍະແຕ່ກອງປະຊຸມສະໄໝສາມັນເທື່ອທີ 6 ຫາກອງປະຊຸມສະໄໝສາມັນເທື່ອທີ 7 ແລະ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ສະໄໝສາມັນເທື່ອທີ 7 ຫາ 8 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II.
ຂ່າວ-ພາບ: ກອງຄໍາ