ສູນພັດທະນາ ແລະບໍລິການກະສິກໍາ-ປ່າໄມ້ ໜອງເຕົ່າໄດ້ຈັດກິດຈະກໍາສົ່ງເສີມ-ບໍລິການກະສິກໍາສູ່ຊຸມຊົນ ຕິດພັນກັບການປ່ອຍປາປະຈໍປີ 2024;ເນື່ອງໃນວັນປ່ອຍປາ ແລະສັດນໍ້າແຫ່ງຊາດ 13 ກໍລະກົດ. ກິດຈະກຳດັ່ງກ່າວມີຂຶ້ນໃນວັນທີ 17 ກໍລະກົດຜ່ານມາທີ່ ອ່າງເກັບນໍ້າບຶງວະ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ປະຫວັດນະວະມະຣັດ ຮອງເລຂາທິການມູນນິທິໄຊພັດທະນາ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງຫຼິງທອງ ແສງຕາວັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງວິຊາການຈາກສູນພັດທະນາ ແລະບໍລິການກະສິກໍາ-ປ່າໄມ້ ໜອງເຕົ່າ ທັງລາວ-ໄທ,ອໍານາດການປົກຄອງບ້ານບຶງວະ ແລະທຸກພາກສ່ວນທີ່ຮ່ວມແຮງຮ່ວມໃຈເຮັດໃຫ້ກິດຈະກໍາດັ່ງກ່າວຂຶ້ນຢ່າງເປັນຂະບວນຟົດຟື້ນ, ສູນພັດທະນາ ແລະບໍລິການກະສິກໍາ-ປ່າໄມ້ ໜອງເຕົ່າ ເປັນໂຄງການຮ່ວມມືຂອງ 2 ລັດຖະບານ ລາວ-ໄທ ໂດຍມີຈຸດປະສົງເພຶ່ອເປັນແຫຼ່ງຮຽນຮູ້ໃຫ້ປະຊາຊົນພາຍໃນແຂວງສະຫວັນນະເຂດ ແລະແຂວງໃກ້ຄຽງ;ເປັນໂຄງການທີ່ມີຄວາມສໍາຄັນສະແດງເຖິງການພົວພັນຮ່ວມມືຂອງ 2 ປະເທດ ເວົ້າລວມ, ເວົ້າສະເພາະແມ່ນແຂວງສະຫວັນນະເຂດກັບມູນນິທິໄຊພັດທະນາ ຊຶ່ງເປັນໜ່ວຍງານຫຼັກໃນການດໍາເນີນໂຄງການດັ່ງກ່າວນີ້.
ສ່ວນເນື້ອຫາການຈັດກິດຈະກໍາໃນຄັ້ງນີ້ ແມ່ນເນັ້ນໃສ່ການສາທິດ, ການເຜີຍແຜ່ໃຫ້ຄວາມຮູ້ໃນເລື່ອງເຕັກນິກການຂະຫຍາຍພັນໄມ້ໃຫ້ໝາກ ແລະການປູກ, ການລ້ຽງສັດ, ການປ້ອງກັນພະຍາດ ແລະການປິ່ນປົວ, ການລ້ຽງປາ-ລ້ຽງກົບ, ຄວາມຮູ້ເລື່ອງດິນ, ການປັບປຸງບໍາລຸງດິນ ເພື່ອການຈະເລີນເຕີບໂຕຂອງໄມ້ໃຫ້ໝາກ ແລະພືດຜັກ, ການຜະລິດແນວພັນເຂົ້າໄວ້ໃຊ້ເອງໃນຄົວເຮືອນ, ການບໍລິຫານຈັດການນໍ້າຊົນລະປະທານ, ຄວາມຮູ້ເລື່ອງປ່າໄມ້ ແລະຄຸນປະໂຫຍດຂອງປ່າ, ການຜະລິດຫຼືກ້າເບ້ຍໄມ້ ແລະການຄຸ້ມຄອງປ່າໄມ້ ອຶ່ນໆ... ໃນນັ້ນການນໍາຂອງແຂວງ ແລະເຈົ້າໜ້າທີ່ຈາກ ມູນນິທິໄຊພັດທະນາ(ປະເທດໄທ), ພະນັກງານວິຊາການຈາກນະຄອນໄກສອນພົມວິຫານ ພ້ອມດ້ວຍປະຊາຊົນ ຍັງໄດ້ໄປປ່ອຍປາ ລົງສູ່ອ່າງເກັບນໍ້າບຶງວະ, ຊຶ່ງມີປາທັງໝົດ 50 ພັນໂຕ, ປະກອບມີປາເກັດແລບ 30 ພັນໂຕ, ປາປາກ 10 ພັນໂຕ ແລະປາສ້ອຍຂາວ 10 ພັນໂຕ.ທັງນີ້ກໍເພື່ອຮັກສາສິ່ງແວດລ້ອມໃຫ້ມີ ຄວາມອຸດົມສົມບູນຂອງພັນສັດນໍ້າ, ປົກປັກຮັກສາສັດນໍ້າ-ສັດປ່າ ແລະເພື່ອໃຫ້ມີການແຜ່ຂະຫຍາຍພັນຕໍ່ໄປ.
ຂ່າວ: ສະຫວັນະເຂດ