ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີນຳໂດຍທ່ານ ຈັດຕະວາ ແກ້ວຄໍາເພັດ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 7, ປະທານຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນສະພາປະຊາຊົນແຂວງພ້ອມດ້ວຍຄະນະໄດ້ລົງຕິດຕາມກວດກາການຈັດຕັ້ງປະຕິບັດການຊົດເຊີຍຄ່າເສຍຫາຍໃຫ້ແກ່ປະຊາຊົນ ແລະ ການປູກປ່າໄມ້ຟື້ນຟູປ່າທີ່ຖືກຜົນກະທົບຈາກການລົງທືນດ້ານພະລັງງານໄຟຟ້າ ແລະ ປຸງແຕ່ງແຮ່ທາດຢູ່ເມືອງໄຊຍະບູລີເມື່ອວັນທີ 17 ກໍລະກົດຜ່ານມາ, ໂດຍມີທ່ານ ເສນ ພັນລັກ ວ່າການເຈົ້າເມືອງໄຊຍະບູລີ, ພ້ອມດ້ວຍບັນດາຄະນະໃຫ້ການຕ້ອນຮັບ.
ໃນໂອກາດນີ້ທ່ານ ຄຳພຸດ ອິນທະວົງ ຮອງເຈົ້າເມືອງ ໄຊຍະບູລີໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດການທົດແທນຄ່າເສຍຫາຍໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາຢູ່ເມືອງໄຊຍະບູລີ ເຊິ່ງມີ 3 ໂຄງການຄື: ໂຄງການພັດທະນາສວນສາທາລະນະລ້ອງບຸ່ງ (ບ້ານບຸ່ງ) ;ໂຄງການຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກແຮ່ເຫຼັກ (ແບບທົດລອງຢູ່ບ້ານປາກໄຜ່); ໂຄງການກໍ່ສ້າງໂຮງງານຜະລິດແປ້ງມັນຕົ້ນ (ບ້ານວັງຂາມ), ເຊິ່ງໂຄງການພັດທະນາສວນສາທາລະນະລ້ອງບຸ່ງ ມີຈຳນວນທັງໝົດ 20 ຄອບຄົວທີ່ຖືກຜົນກະທົບ, ມີ 22 ຕອນດິນ, ມີເນື້ອທີ່ 6,85 ເຮັກຕາ, ໃນນັ້ນ, ປະກອບມີ 2 ບ້ານຄື: ບ້ານຖິ່ນມີ 6 ຄອບຄົວ, 6 ຕອນດິນ, ເນື້ອທີ່ 1,29 ເຮັກຕາ, ບ້ານບຸ່ງມີ 14 ຄອບຄົວ, ຈໍານວນ 16 ຕອນ, ເນື້ອທີ່ 5,55 ເຮັກຕາ, ມີໃບຕາດິນ 15 ຕອນ, ໃບແຈ້ງ 1 ຕອນ, ບໍ່ມີເອກະສານ 6 ຕອນ; ລວມມູນຄ່າທັງໝົດ 3.254ລ້ານກີບ, ໂຄງການຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກແຮ່ເຫຼັກ (ແບບທົດລອງຢູ່ບ້ານປາກໄຜ່) ມີ 7 ຈຸດ, ເນື້ອທີ່ 500 ເຮັກຕາ ແລະ ຈຸດສ້າງຕັ້ງແຄັມ 1 ຈຸດ ເນື້ອທີ່ 26 ເຮັກຕາ, ລວມທັງໝົດ 8 ຈຸດ, ມີເນື້ອທີ່ລວມທັງໝົດ 526 ເຮັກຕາ, ມູນຄ່າການຊົດເຊີຍ 8.319ລ້ານກີບ, ໃນນັ້ນມີ ທີ່ດິນຊົດເຊີຍ 267 ຕອນ, ເນື້ອທີ່ 526 ເຮັກຕາ, ເປັນເງິນ 6.124 ລ້ານກີບ, ຕົ້ນໄມ້ ແລະ ພືດ 30.929 ຕົ້ນ, ເປັນເງິນ 1.191 ລ້ານກີບ ແລະ ສິ່ງປຸກສ້າງ (ຖຽງສວນ, ຖຽງນາ, ຄອກສັດແລະອື່ນໆ) ເປັນເງິນ 1ຕື້ກວ່າກີບ, ໄດ້ຊົດເຊີຍໄປແລ້ວ 2 ຈຸດຄື:ຈຸດທີ 3 ເນື້ອທີ່ 48 ເຮັກຕາ (ພື້ນທີ່ຢູ່ບ້ານປາກໄຜ່) ມູນຄ່າ 467ລ້ານກີບ, ຈໍານວນທີ່ໄດ້ຮັບການຊົດເຊີຍມີ 6 ຄອບຄົວ;ຈຸດທີ່ 8 ເນື້ອທີ່ 26 ເຮັກຕາ (ຈຸດຕັ້ງແຄັມ) ມູນຄ່າ 647ລ້ານກີບ;ໂຄງການກໍ່ສ້າງໂຮງງານຜະລິດແປ້ງມັນຕົ້ນ (ບ້ານວັງຂາມ) ມີເນື້ອທີ່ທັງໝົດ 74,67 ເຮັກຕາ, ມີ 25 ຄອບຄົວ, ມີ 9 ບ້ານ ໄດ້ເຂົ້າມາທຳການຜະລິດຢູ່ເຂດດັ່ງກ່າວຄື: ບ້ານວັງຂາມ, ນາຕໍນ້ອຍ, ໂນນສະຫວັນ, ລ້ອງປໍ, ສີເມືອງ, ດອນໃໝ່, ທ່ານາ, ນາເລົາ ແລະ ບ້ານແກ້ງ, ມູນຄ່າການຊົດເຊີຍທັງໝົດ 13.641 ລ້ານກີບ, ຂໍ້ມູນທີ່ຖືກຜົນທົບປະກອບມີ: ດິນນາ, ສວນ, ໜອງປາ, ຕົ້ນໄມ້ອຸດສາຫະກໍາ, ຕົ້ນໄມ້ໃຫ້ໝາກ, ພືດ ແລະ ສິ່ງປຸກສ້າງອື່ນໆ.
ຈາກນັ້ນບັນດາຜູ້ເຂົ້າຮ່ວມໃນກອງປະຊຸມຍັງໄດ້ພ້ອມກັນປະກອບຄຳຄິດເຫັນຕໍ່ຜົນກະທົບຂອງໂຄງການ ແລະ ສະເໜີບັນຫາຕ່າງໆ ຕໍ່ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 7 ເພື່ອນໍາເອົາບັນຫາດັ່ງກ່າວສະເໜີນໍາໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງພິຈາລະນາ ແລະ ຍັງໄດ້ລົງກວດກາຕົວຈີງຢູ່ສະຖານທີ່ຂອງໂຄງການຕື່ມອີກ.
ຂ່າວ-ພາບ: ສົມພົງ ສີສະຫັວດ