ກະຊວງໂຍທາທິການແລະຂົນສົ່ງ (ຍທຂ) ໄດ້ຈັດພິທີປາຖະກະຖາວັນເກີດປະທານສຸພານຸວົງຄົບຮອບ115ປີ(13 ກໍລະກົດ 1909-13 ກໍລະກົດ 2024),ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ຄົບຮອບ 47 ປີ(18 ກໍລະກົດ 1977-18 ກໍລະກົດ 2024) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມຄົບຮອບ62ປີ(5 ກັນຍາ 1962-5 ກັນຍາ 2024) ຂຶ້ນໃນວັນທີ18 ກໍລະກົດນີ້ທີ່ກະຊວງດັ່ງກ່າວໂດຍໃຫ້ກຽດປາຖະກະຖາຂອງສະຫາຍພົນໂທແສງນວນໄຊຍະລາດເລຂາຄະນະພັກ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ມີສະຫາຍງາມປະສົງເມືອງມະນີ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງ ຍທຂ, ມີຄະນະປະຈຳພັກ,ກຳມະການພັກກະຊວງ, ຄະນະໜ່ວຍພັກຮາກຖານ, ສະມາຊິກພັກ,ພະນັກງານເຂົ້າຮ່ວມ.
ສະຫາຍ ພົນໂທ ແສງນວນ ໄຊຍະລາດ ໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວປະຕິວັດຂອງປະທານສຸພານຸວົງ; ການເປັນແບບຢ່າງທີ່ດີໃນການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ. ພ້ອມນັ້ນ, ຍັງຍົກໃຫ້ຫັນຄຸນງາມຄວາມດີຂອງປະທານສຸພານຸວົງ ເປັນຜູ້ນຳທີ່ມີຄວາມຈົງຮັກພັກດີຕໍ່ອຸດົມການປະຕິວັດຢ່າງເດັດຂາດ, ຕໍ່ສູ້ຢ່າງກ້າແກ່ນພິລະອາດຫານຍາມໃດກໍໄດ້ຍົກສູງສະຕິລະບຽບວິໄນຕໍ່ການຈັດຕັ້ງ, ນັບຖືໝູ່ຄະນະ, ເອື້ອເຟື້ອຮັກແພງມິດສະຫາຍຢ່າງຈິງໃຈ,ດຳລົງຊີວິດຢ່າງສັດຊື່ສຸດຈະລິດ ແລະ ງ່າຍດາຍ; ເປັນຜູ້ໜຶ່ງທີ່ມີນໍ້າໃຈຮັກຊາດອັນດູດດື່ມ, ມີຈິດໃຈຕໍ່ສູ້ທີ່ອາດຫານກ້າແກ່ນ, ມີທັດສະນະຫຼັກໝັ້ນອັນໜັກແໜ້ນ ແລະ ນໍ້າໃຈເສຍສະຫຼະອັນສູງສົ່ງ ເພື່ອຊາດເພື່ອປະຊາຊົນ; ທ່ານ ປະທານ ສຸພານຸວົງ ໄດ້ເລີ່ມຈາກນັກຮັກຊາດທີ່ແທ້ຈິງກາຍເປັນນັກປະຕິວັດທີ່ກ້າແກ່ນ, ເປັນໜຶ່ງໃນບັນດາຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງປະຊາຊົນລາວເຜົ່າຕ່າງໆ. ຈາກນັ້ນ, ສະຫາຍ ພົນໂທ ແສງນວນ ໄຊຍະລາດ ຍັງໄດ້ປາຖະກະຖາວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ຄົບຮອບ 47 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມຄົບຮອບ62 ປີ ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມໃຫ້ໝັ້ນຄົງຂະໜົງແກ່ນຕະຫຼອດໄປ.
ການຈັດປາຖະກະຖາໃນຄັ້ງນີ້,ເພື່ອໃຫ້ບັນດາສະມາຊິກພັກ-ພະນັກງານລະນຶກເຖິງຜົນງານ, ຄຸນງາມຄວາມດີຂອງປະທານສຸພານຸວົງຜູ້ນຳທີ່ແສນຮັກຂອງຊາດລາວໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດກໍຄືການປະຕິບັດ 2 ໜ້າທີ່ຍຸດທະສາດການປົກປັກຮັກສາແລະສ້າງສາພັດທະນາປະເທດຊາດ; ໃຫ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບມູນເຊື້ອອັນດີງາມຂອງປະທານສຸພານຸວົງ, ເພື່ອຍົກສູງສະຕິ, ຕື່ນຕົວເປັນເຈົ້າການເສີມຂະຫຍາຍມູນເຊື້ອຄວາມສາມັກຄີບັນດາເຜົ່າ, ຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ສ້າງຄວາມສາມັກຄີປອງດອງມີສະຕິລະວັງຕົວຕໍ່ກົນອຸບາຍທໍາລາຍມ້າງເພຂອງອິດທິກຳລັງປໍລະປັກ; ເພື່ອສະແດງເຖິງຄວາມກະຕັນຍູຮູ້ບຸນຄຸນຕໍ່ຜູ້ນຳ, ບັນດາວິລະຊົນແລະຜູ້ມີຜົນງານອັນໃຫຍ່ຫຼວງຕໍ່ປະເທດຊາດແລະປະຊາຊົນບັນດາເຜົ່າ ພ້ອມປຸກລະດົມໃຫ້ໄດ້ຮໍ່າຮຽນເອົາຄຸນສົມບັດສິນທຳປະຕິວັດອັນສູງສົ່ງໂດຍສະເພາະຈິດໃຈຮັກຊາດອັນສູງສົ່ງຍອມເສຍສະຫຼະທຸກສິ່ງທຸກຢ່າງເພື່ອປະເທດຊາດແລະປະຊາຊົນ, ໃຫ້ເປັນເຈົ້າການເຂົ້າຮ່ວມໃນການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດບົນພື້ນຖານການສ້າງເສດຖະກິດເປັນເອກະລາດແລະເປັນເຈົ້າຕົນເອງໃນໄລຍະໃໝ່.
(ຂ່າວ-ພາບ: ວັນເພັງ)