ໃນໄລຍະ 6 ເດືອນຕົ້ນປີ 2024 ນີ້, ບັນດາທະນາຄານຈໍານວນ 9 ສາຂາຄື: ທະນາຄານພັດທະນາລາວ, ທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ທະນາຄານສົ່ງເສີມກະສິກຳ, ທະນາຄານນະໂຍບາຍ, ທະນາຄານລາວ-ຫວຽດ, ທະນາຄານພົງສະຫວັນ, ທະນາຄານເອຊີລີດາ, ທະນາຄານຮ່ວມພັດທະນາ ແລະ ທະນາຄານອິນໂດຈີນ. ບັນດາທະນາຄານດັ່ງກ່າວໄດ້ປ່ອຍສິນເຊື່ອເຂົ້າໃນການພັດທະນາເສດຖະກິດ-ສັງຄົມຢ່າງຕໍ່ເນື່ອງ; ສຸມໃສ່ ສົ່ງເສີມການຜະລິດເປັນສິນຄ້າຂອງກຸ່ມການຜະລິດ, ການຜະລິດຂອງຄອບຄົວ, ບັນດາຫົວໜ່ວຍທຸລະກິດຂະ ໜາດນ້ອຍ ແລະ ກາງ, ພ້ອມກັນນັ້ນ ກໍໄດ້ເຄື່ອນໄຫວທຸລະກໍາດ້ານການເງິນເພື່ອບໍລິການຮັບໃຊ້ສັງຄົມ. ສາມາດສ້າງລາຍຮັບໄດ້ທັງໝົດ 167.89 ຕື້ກີບ ເທົ່າກັບ 18.86% ຂອງແຜນການປີ, ປະຕິບັດລາຍຈ່າຍໄດ້ 197.96 ຕື້ກີບ ເທົ່າກັບ 27.28% ຂອງແຜນການປີ ແລະ ປ່ອຍສິນເຊື່ອສຸດທິມູນຄ່າ 964.12 ຕື້ກີບ ເທົ່າກັບ 41.13% ຂອງແຜນການປີ.
ການປ່ອຍສິນເຊື່ອແມ່ນອີງໃສ່ຄວາມຕ້ອງການຕົວຈິງຂອງຜູ້ກູ້ຢືມ ເພື່ອດໍາເນີນທຸລະກິດພາຍໃນແຂວງ ເຊັ່ນ: ຂົງເຂດການຄ້າມູນຄ່າ 221.87 ຕື້ກີບ, ກະສິກຳ-ປ່າໄມ້ມູນຄ່າ 273.18 ຕື້ກີບ, ຂົງເຂດການບໍລິການມູນຄ່າ 89.30 ຕື້ກີບ., ກໍ່ສ້າງມູນຄ່າ 42.02 ຕື້ກີບ, ອຸດສາຫະກຳມູນຄ່າ 32.92 ຕື້ກີບ, ຂົນສົ່ງ-ໄປສະນີມູນຄ່າ 10.36 ຕື້ກີບ, ຂະແໜງປະກອບວັດຖຸເຕັກນິກມູນຄ່າ 2.78 ຕື້ກີບ, ຫັດຖະກຳມູນຄ່າ 2.20 ຕື້ກີບ ແລະ ອື່ນໆ ມູນຄ່າ 289.49 ຕື້ກີບ.
ໃນ 6 ເດືອນທ້າຍປີນີ້, ບັນດາທະນາຄານປະຈໍາສາຂາແຂວງຊຽງຂວາງ ຄາດຄະເນຈະປ່ອຍສິນເຊື່ອໃຫ້ໄດ້ 1,380.09 ຕື້ກີບ ໂດຍຈະສຸມໃສ່ສົ່ງເສີມການຜະລິດຂອງປະຊາຊົນ, ຂອງຄົວເຮືອນໃນເຂດຊົນນະ ບົດ; ຊຸກຍູ້ ແລະ ສົ່ງເສີມບັນດາທຸລະກິດ ແລະ ອື່ນໆ. ຂ່າວ: ວັນໄຊ ຕະວິນຍານ