ກອງປະຊຸມ ສະຫຼຸບວຽກງານໂຄງການສົ່ງເສີມປູກໝາກຖົ່ວເຫຼືອງເປັນສິນຄ້າ ສົກປີ 2023-2024ຂອງເມືອງຫຼວງນ້ຳທາແຂວງຫຼວງນ້ຳທາໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ ເມືອງຫຼວງນ້ຳທາໂດຍເປັນປະທານຂອງ ທອງໄຊ ອາດຜາສຸກ ຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນຳວຽກງານເສດຖະກິດຂັ້ນເມືອງ, ມີທ່ານ ຈ່ຽງຊ່າງຈີ ຮອງຫົວໜ້າບໍລິສັດເຖິງເຜີຍການຄ້າ ແລະ ສົ່ງເສີມກະສິກຳ ຈໍາກັດ ຜູ້ດຽວ, ມີພາກສ່ວນກ່ຽວຂ້ອງ ແລະ ອົງການຈັດຕັ້ງບ້ານ 10 ບ້ານເປົ້າ ເຂົ້າຮ່ວມ.
ໂຄງການສົ່ງເສີມປູກຖົ່ວເຫຼືອງ ເປັນສິນຄ້າ ສົກປີ 2023-2024 ຢູ່ເມືອງຫຼວງນໍ້າທາ ກວມເອົາ 10 ບ້ານເປົ້າໝາຍຄື: ບ້ານຫຼວງ, ບ້ານຂອນ, ບ້ານດອນຄູນ, ບ້ານພຽງງາມ, ບ້ານນໍ້າແງ້ນ, ບ້ານໃໝ່, ບ້ານທົ່ງໃຈ້ເໜືອ, ບ້ານທົ່ງໃຈ້ໃຕ້, ບ້ານປ່າປົວະ ແລະ ບ້ານນໍ້າທຸງ ມີທັງໝົດ 328 ເຮັກຕາ ສາມາດເກັບກູ້ຜົນຜະລິດໄດ້ 2.952 ໂຕນ ສາມາດສ້າງລາຍຮັບໄດ້ 53 ຕື້ກວ່າກີບ, ໃນສົກປີ 2024-2025 ທາງໂຄງການສົ່ງເສີມປູກໝາກຖົ່ວເຫຼືອງເປັນສິນຄ້າ ໂດຍຈະສູ້ຊົນປູກໝາກຖົ່ວເຫຼືອງໃຫ້ໄດ້ 350 ເຮັກຕາ ເພື່ອຜະລິດເປັນສິນຄ້າ ສົ່ງອອກໄປ ສປ ຈີນ ສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນ ແລະ ສ້າງລາຍຮັບໃຫ້ແກ່ຄອບຄົວຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ.
ກອງປະຊຸມ ຜູ້ເຂົ້າຮ່ວມ ຍັງໄດ້ປະກອບຄໍາຄິດເຫັນ ກ່ຽວກັບການຈັດຕັ້ງປະຕິບັດໂຄງການສົ່ງເສີມປູກໝາກຖົ່ວເຫຼືອງເປັນສິນຄ້າ ໃນໄລຍະຜ່ານມາ ປັບປຸງແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງ ເປັນຕົ້ນແມ່ນ ການຈ່າຍຄ່າເຊົ່າດິນນາ, ການອະນາໄມພື້ນທີ່ດິນ ແລະ ອື່ນໆ ໃຫ້ດີຂຶ້ນໃນຕໍ່ໜ້າ.
ຂ່າວ: ແຂວງຫຼວງນໍ້າທາ