ງານປະກວດກາເຟໝາກຊ້ອມລາວ ປະຈຳປີ 2024ໄດ້ຈັດຂຶ້ນແຕ່ວັນທີ 18-23 ກໍລະກົດ 2024 ທີ່ສະມາຄົມກາເຟລາວ (ນະຄອນປາກເຊ ແຂວງຈຳປາສັກ) ໂດຍມີຄະນະກຳມະການນັກປະເມີນຄຸນນະພາບກາເຟຈາກສປປ ລາວ ສິງກະໂປ,ໄທ,ຈີນ,ຟີລິບປິນ,ອາເມຣິກາ ແລະ ຫວຽດນາມ.
ການປະກວດຄຸນນະພາບກາເຟໝາກຊ້ອມລາວ ປະຈຳປີ 2024 ມີກາເຟຕົວແທນຈາກຊາວສວນ,ກຸ່ມການຜະລິດ,ສະຫະກອນ,ບໍລິສັດ ສົ່ງເຂົ້າຮ່ວມທັງໝົດ 25 ພາກສ່ວນ ໃນ 2 ປະເພດກາເຟຄື: ປະເພດກາເຟນ້ອຍ ອາຣາບີກາ (ARABICA ) ແລະ ກາເຟກາງ ໂຣບັສຕາ( ROBUSTA); ການປະກວດຄຸນນະພາບກາເຟດຳເນີນໄປຮອດວັນທີ 22 ກໍລະກົດ ຈິ່ງຈະສຳເລັດ ແລະ ຈະມີພິທີປະກາດຜົນ ແລະ ມອບລາງວັນໃນວັນທີ 23 ກໍລະກົດ 2024 ທີ່ສວນກາເຟຂອງກຸ່ມບໍລິສັດດາວເຮືອງ ບ້ານຫ້ວຍໝາກຈັນ ເມືອງປາກຊ່ອງ ແຂວງຈຳປາສັກ.
ການປະກວດກາເຟໝາກຊ້ອມລາວ ປະຈຳປີ 2024 ຈັດຂຶ້ນຈຸດປະສົງເພື່ອປະເມີນຄຸນນະພາບກາເຟລາວ,ສົ່ງເສີມການຜະລິດກາເຟຄຸນນະພາບມາດຕະຖານສາກົນ ແລະ ເພື່ອຄັດເລືອກເອົາກາເຟທີ່ໄດ້ຄຸນນະພາບ ແລະຍາດໄດ້ລາງວັນອັນທີ 1 ຫາ ທີ 10 ຂອງແຕ່ລະປະເພດ ເຂົ້າຮ່ວມປະກວດກາເຟຄຸນນະພາບໃນລະດັບອາຊຽນ ໃນຕໍ່ໄປ.
ຂໍ້ມູນ: ສູນຂ່າວຊາວພາກໃຕ້