ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດ ທະນາຊົນນະບົດ ໄດ້ຈັດພິທີ ມອບ-ຮັບ ອຸປະກອນ, ເມັດພັນ ແລະ ທ່ອນພັນພືດອາຫານສັດ ໃຫ້ແກ່ຊາວກະສິກອນບ້ານມວນ ແລະ ບ້ານໂຕນເໜືອ, ເມືອງແປກ, ແຂວງຊຽງຂວາງເພື່ອປັບປຸງການຜະລິດອາຫານສັດໃຫ້ພຽງພໍໃນລະດູແລ້ງ ອີງຕາມຫຼັກນິເວດກະສິກຳ ແລະ ສ້າງບ້ານຕົວແບບການລ້ຽງງົວເປັນສິນຄ້າ.
ພິທີມອບ-ຮັບໄດ້ມີຂຶ້ນເມື່ອບໍ່ດົນມານີ້ ທີ່ແຂວງຊຽງຂວາງກ່າວມອບໂດຍແມ່ນທ່ານນາງຈັນທະຄອນ ບົວລະພັນ ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສກປພ); ຕາງໜ້າຮັບໂດຍ ທ່ານ ຄໍາຫລ້າ ຈັນທະວອນ ຮອງຫົວຫນ້າພະແນກກະສິກໍາ ແລະ ປ່າໄມ້ແຂວງຊຽງໂດຍມີ ທ່ານ ນາງ ພອນວິໄລ ສີນະວົງ ຜູ້ປະສານງານໂຄງການ ASSET ປະຈໍາ NAFRI, ທ່ານ ນາງ ຫົງນະພາ ພົມມະບຸດ ຜູ້ປະສານງານລະດັບສູນກາງຂອງໂຄງການ ASSET, ປະຈໍາ ສ ປປ ລາວແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງ ເພື່ອເປັນການປັບປຸງຫຍ້າ ໃນການຜະລິດອາຫານສັດໃຫ້ພຽງພໍໃນລະດູແລ້ງ ອີງຕາມຫຼັກນິເວດກະສິກຳ ແລະ ການສ້າງບ້ານຕົວແບບການລ້ຽງງົວເປັນສິນຄ້າ ພາຍໃຕ້ການສະໜັບສະໜູນຂອງໂຄງການ ປັບປຸງລະບົບນິເວດກະສິກຳ ແລະ ຄວາມປອດໄພຂອງອາຫານ (ASSET).
ອຸປະກອນ, ເມັດພັນ ແລະ ທ່ອນພັນພືດອາຫານສັດ ທີ່ນໍາມາມອບໃນຄັ້ງນີ້ ລວມມູນຄ່າທັງໝົ 121,5 ລ້ານກວ່າກີບ.
ຂໍ້ມູນ: ຂ່າວສານກະສິກຳ, ປ່າໄມ້ ແລະພັດທະນາຊົນນະບົດ