ຕິດພັນ ກັບປີທ່ອງທ່ຽວລາວ ປີ 2024 ໂດຍສະເພາະການນໍາໃຊ້ບັນດາທ່າແຮງຕ່າງໆຂອງແຂວງ ລວມເຖິງການເຊື່ອມໂຍງກັບບັນດາແຂວງອ້ອມຂ້າງເພື່ອດຶງດູດນັກທ່ອງທ່ຽວ,ແຂວງໄດ້ສືບຕໍ່ການສົ່ງເສີມ, ພັດທະນາ, ຍົກລະດັບການທ່ອງທ່ຽວພາຍໃນແຂວງຊຶ່ງໃນຕົ້ນປີນີ້ຢູ່ແຂວງບໍ່ແກ້ວກໍໄດ້ຂຸດຄົ້ນ ແລະ ເກັບກູ້ຊັບສົມບັດວັດທະນະທໍາ(ພະພຸດທະຮູບຢູ່ເມືອງຕົ້ນເຜິ້ງ)
ທ່ານ ທອງຈັນ ມະນີໄຊ ໃນນາມຕາງໜ້າການນໍາແຂວງບໍ່ແກ້ວໄດ້ມີຄໍາເຫັນກ່ຽວກັບວິໄສທັດການພັດທະນາເສດຖະກິດ-ສັງຄົມຂອງແຂວງບໍ່ແກ້ວ ຊຶ່ງແຂວງບໍ່ແກ້ວມີທີ່ຕັ້ງຢູ່ທາງທິດຕາເວັນຕົກສ່ຽງເໜືອຂອງ ສປປ ລາວ, ມີ ເນື້ອທີ່6.196 km²…ໃນຊຸມປີຕໍ່ໜ້ານີ້ ຈະສ້າງແແຂວງ ແລະ ເມືອງໃຫ້ກາຍເປັນອຸດສາຫະກຳການທ່ອງທ່ຽວທີ່ທັນສະໄໝ, ມີຄຸນນະພາບ ແລະ ຍືນຍົງ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ສືບຕໍ່ພັດທະນາການທ່ອງທ່ຽວ ໃຫ້ເປັນຂະແໜງເສດຖະກິດໃໝ່ ໂດຍສຸມໃສ່ການພັດທະນາແຫຼ່ງທ່ອງທ່ຽວທຳມະຊາດ, ວັດທະນະທໍາ-ປະຫວັດສາດ ຄຽງຄູ່ກັບຍູ້ແຮງພັດທະນາຜະລິດຕະພັນສິນຄ້າພື້ນບ້ານທີ່ເປັນເອກະລັກ ແລະ ຜະລິດຕະພັນດ້ານການບໍລິການ ທີ່ຫຼາກຫຼາຍຮັບໃຊ້ການທ່ອງທ່ຽວ.ຊຶ່ງແຂວງບໍ່ແກ້ວເປັນແຂວງທີ່ມີຄວາມອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ, ມີພູຜາປ່າໄມ້, ແມ່ນໍ້າລຳເຊ, ມີຮ່ອງຮອຍປະຫວັດສາດບູຮານສະຖານ ແລະ ມີວັດທະນະທຳອັນຫຼາກຫຼາຍຂອງຊົນເຜົ່າຕ່າງໆເຮັດໃຫ້ກາຍເປັນສິ່ງດຶງດູດດ້ານການທ່ອງທ່ຽວ, ໂດຍອີງໃສ່ທ່າແຮງດັ່ງກ່າວ ຈະສາມາດສ້າງລາຍຮັບໃຫ້ແກ່ປະຊາຊົນບັນດາເຜົ່າທັງເຂດຕົວເມືອງ ແລະ ຊົນນະບົດ, ມີການພົວພັນທາງກົງ ແລະ ທາງອ້ອມ ກັບຂະແໜງການອື່ນໆພາຍໃນແຂວງ ແລະ ບັນດາແຂວງອ້ອມຂ້າງ. ສະນັ້ນ, ເນື່ອງໃນປີ 2024 ເປັນປີທ່ອງທ່ຽວລາວ ແລະ ເພື່ອເຮັດໃຫ້ວຽກງານທ່ອງທ່ຽວແຂວງໄດ້ຮັບການປັບປຸງຍົກລະດັບໃຫ້ມີປະສິດພາບສູງ ກວ່າເກົ່າເພື່ອດຶງດູດນັກທ່ອງທ່ຽວເຂົ້າມາແຂວງໃຫ້ຫຼາຍຂຶ້ນ, ແຂວງຈະໄດ້ສືບຕໍ່ສົ່ງເສີມ, ພັດທະນາ ແລະ ຍົກລະດັບກ່ຽວກັບການໂຄສະນາວຽກງານທ່ອງທ່ຽວຂອງແຂວງໃຫ້ກວ້າງຂວາງ ແລະ ໃຫ້ມີຫຼາກຫຼາຍສີສັນ ໂດຍນໍາໃຊ້ພາຫະນະສື່ມວນຊົນທາງດ້ານອີເລັກໂຕຣນິກເຊັ່ນ: ອິນເຕີເນັດ, ເວັບໄຊ້, ຢູທູບ, ວິທະຍຸ,ໂທລະພາບ ແລະ ອື່ນໆ ແລະ ມີຂໍ້ມູນການທ່ອງທ່ຽວທີ່ຊັດເຈນສາມາດເຊື່ອມໂຍງກັບບັນດາແຂວງອ້ອມຂ້າງ ແລະ ປະເທດໃກ້ຄຽງ, ປັບປຸງພັດທະນາສະຖານທີ່ທ່ອງທ່ຽວໃຫ້ເປັນຜະລິດຕະພັນການທ່ອງທ່ຽວທີ່ໄດ້ມາດຕະຖານທາງດ້ານປະລິມານ ແລະ ຄຸນນະພາບ ເພື່ອຮອງຮັບ ແລະ ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງນັກທ່ອງທ່ຽວໃນຕໍ່ໜ້າ, ປັບປຸງຜະລິດຕະພັນການທ່ອງທ່ຽວເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງນັກທ່ອງທ່ຽວເປັນຕົ້ນ: ທຸລະກິດທ່ອງທ່ຽວ, ທຸລະກິດທີ່ພັກໂຮງແຮມ, ຮ້ານອາຫານ, ຮ້ານຂາຍເຄື່ອງທີ່ລະນຶກ, ຫ້ອງນໍ້າສາທາລະນະ ແລະ ອື່ນໆ ຊຶ່ງເປັນປັດໃຈທີ່ສໍາຄັນຕໍ່ກັບການດຶງດູດນັກທ່ອງທ່ຽວ; ປັບປຸງລະບົບເສັ້ນທາງຄົມມະນາຄົມຂົນສົ່ງ, ລະບົບໂທລະຄົມມະນາຄົມ, ໄຟຟ້າ, ນໍ້າປະປາເພື່ອໃຫ້ເຂົ້າເຖິງແຫຼ່ງທ່ອງທ່ຽວ.ພ້ອມທັງຍົກລະດັບຄວາມຮູ້ຄວາມສາມາດຂອງບຸກຄະລາກອນໃນຂະແໜງການທ່ອງທ່ຽວນັບທັງພາກລັດ ແລະ ເອກະຊົນເປັນຕົ້ນແມ່ນດ້ານການສື່ສານ, ດ້ານປະສົບການ, ຄວາມຊຳນານງານໃຫ້ໄດ້ມາດຕະຖານ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານການທ່ອງທ່ຽວໃຫ້ແທດເໝາະໃນໄລຍະໃໝ່. ສໍາຫຼວດ, ເກັບກຳຂໍ້ມູນ ແລະ ຈັດສັນຂອບເຂດພື້ນທີ່ແຫຼ່ງທ່ອງທ່ຽວຄືນໃໝ່ໂດຍສະເພາະແມ່ນແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ; ພິເສດ ແຂວງບໍ່ແກ້ວໄດ້ຄົ້ນພົບ ແລະ ເກັບກູ້ຊັບສົມບັດ ພະພຸດທະຮູບຢູ່ດອນເຜິ້ງຄໍາ ເມືອງຕົ້ນເຜິ້ງ ປັດຈຸບັນໄດ້ເອົາເຕົ້າໂຮມຢູ່ວັດທອງທິບເມືອງຕົ້ນເຜິ້ງ ເປັນບ່ອນທີ່ເຄົາລົບບູຊາຂອງປະຊາຊົນບັນດາເຜົ່າ ຊຶ່ງມີນັກທ່ອງທ່ຽວ ທັງພາຍໃນແລະ ຕ່າງປະເທດ ເຂົ້າມາທ່ຽວຊົມ ແລະ ບູຊາຢູ່ວັດທອງ ເປັນຈຳນວນຫຼວງຫຼາຍ ສະເລ່ຍມື້ໜຶ່ງຕໍ່າສຸດ 200 ກ່ວາຄົນ, ສູງສຸດ 1000 ກວ່າຄົນ ຊຶ່ງໄດ້ກາຍເປັນທ່າແຮງໜຶ່ງ ທີ່ດຶງດູດເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມຢ່າງເປັນປົກກະຕິ ທັງເປັນການປະກອບສ່ວນສ້າງລາຍຮັບໃຫ້ແກ່ເມືອງ ແລະ ແຂວງ ເປັນຢ່າງດີ. ພ້ອມດຽວກັນນີ້ ແຂວງຈະສຸມໃສ່ພັດທະນາສະຖານທີ່ດັ່ງກ່າວ ເພື່ອປົກປັກຮັກສາພະເຈົ້າໃຫຍ່ໄວ້ໃຫ້ເປັນພື້ນຖານທີ່ແໜ້ນໜາ ແລະກາຍເປັນສະຖານທີ່ສັກກາລະບູຊາແລະ ທ່ອງທ່ຽວທີ່ສວຍງາມໃນອະນາຄົດ(ສຳນານ)