ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ (ອຄ) ໄດ້ເດີນຢ້ຽມຢາມ ຕິດຕາມ,ຊຸກຍູ້ວຽກງານທີ່ສະມາຄົມກາເຟລາວ(ນະຄອນປາກເຊ ແຂວງຈຳປາສັກ)ໃນວັນທີ 21 ກໍລະກົດ 2024ໂດຍມີທ່ານ ແສງຈັນ ຄຳມູນທາ ຮອງປະທານ,ຜູ້ປະຈຳການສະມາຄົມກາເຟລາວ,ທ່ານ ປະຈິດ ນໍລະແສງ ຮອງປະທານສະພາການຄ້າ ແລະ ອຸດສະຫະກຳແຂວງ ພ້ອມຄະນະໃຫ້ການຕ້ອນຮັບ.
ການຢ້ຽມຢາມ ສະມາຄົມກາເຟລາວ ໃນຄັ້ງນີ້ ເພື່ອຕິດຕາມ,ຊຸກຍູ້ ແລະ ຟັງລາຍງານສະພາບການປະກວດກາເຟໝາກຊ້ອມລາວ ປະຈຳປີ 2024 ທີ່ຈັດຂຶ້ນ ແລະ ດຳເນີນມາແຕ່ວັນທີ 18 ກໍລະກົດ 024 ທີ່ສະມາຄົມກາເຟລາວ ຊຶ່ງຕາມແຜນແມ່ນຈະໃຫ້ສຳເລັດໃນວັນທີ 22 ກໍລະກົດ ແລະ ປະກາດຜົນມອບລາງວັນໃນວັນທີ 23 ກໍລະກົດ 2024 ທີ່ສວນກາເຟກຸ່ມບໍລິສັດດາວເຮືອງ ເມືອງປາກຊ່ອງ ແຂວງຈຳປາສັກ.
ການປະກວດຄຸນນະພາບກາເຟໝາກຊ້ອມລາວ ປະຈຳປີ 2024 ມີກາເຟຕົວແທນຈາກຊາວສວນ,ກຸ່ມການຜະລິດ,ສະຫະກອນ,ບໍລິສັດ ສົ່ງເຂົ້າຮ່ວມທັງໝົດ 25 ພາກສ່ວນ ໃນ 2 ປະເພດກາເຟຄື: ປະເພດກາເຟນ້ອຍ ອາຣາບີກາ (ARABICA ) ແລະ ກາເຟກາງ ໂຣບັສຕາ( ROBUSTA).
ການປະກວດກາເຟໝາກຊ້ອມລາວ ປະຈຳປີ 2024 ຈັດຂຶ້ນເພື່ອປະເມີນຄຸນນະພາບກາເຟລາວ,ສົ່ງເສີມການຜະລິດກາເຟຄຸນນະພາບມາດຕະຖານສາກົນ ແລະ ເພື່ອຄັດເລືອກເອົາກາເຟທີ່ໄດ້ຄຸນນະພາບ ແລະຍາດໄດ້ລາງວັນອັນດັບທີ 1 ຫາ ທີ 10 ຂອງແຕ່ລະປະເພດເປັນຕົວແທນກາເຟລາວ ເຂົ້າຮ່ວມປະກວດກາເຟຄຸນນະພາບໃນລະດັບອາຊຽນ.
ການມາຢ້ຽມຢາມຕິດຕາມຊຸຍູ້ຄັ້ງນີ້ ສະແດງເຖິງຄວາມເອົາໃຈໃສ່ຕໍ່ວຽກງານການພັດທະນາຄຸນນະພາບກາເຟ ເຊິ່ງກາເຟແມ່ນສິນຄ້າຍຸດສາດຂອງລັດຖະບານ ກໍຄືແຂວງຈຳປາສັກ ທີ່ສົ່ງອອກຂາຍຕ່າງປະເທດ,ນຳເງິນຕາເຂົ້າມາແລະ ສ້າງລາຍຮັບແກ່ຊາວສວນ,ກຸ່ມການຜະລິດ,ສະຫະກອນ ກໍຄືບໍລິສັດຜູ້ປະກອບການ ໄດ້ເປັນຢ່າງດີ. ຖ້າເອົາໃຈໃສ່ໃນການຄວບຄຸມຄຸນນະພາບກາເຟໃຫ້ໄດ້ດີ ມີມາດຕະຖານ ກໍເປັນທີ່ຕ້ອງການຕະຫຼຼາດ, ຊາວສວນ,ຜູ້ຜະລິດ ກໍຈະມີລາຍຮັບຢ່າງຕໍ່ເນື່ອງ ແລະ ຍືນຍົງ.
ເກດສະໜາ ແກ້ວສູວັນນະແສງ