ບໍລິສັດຫວຽດ-ລາວ (ວີລາໂກ້)ຈຳກັດໄດ້ຈັດພິທີສະເຫຼີມສະຫຼອງການສ້າງຕັ້ງບໍລິສັດຄົບຮອບ 20 ປີ (ກໍລະກົດ 2004 - ກໍລະກົດ 2024), ຂຶ້ນໃນວັນທີ 19 ກໍລະກົດ 2024 ທີ່ບໍລິສັດດັ່ງກ່າວໂດຍການເປັນກຽດເຂົ້າຮ່ວມຂອງທ່ານພິດສະໄໝກອງຊາເດດ, ປະທານແນວລາວສ້າງຊາດແຂວງ, ທ່ານເຢືອງເຕີ້ດຖັ້ງຄະນະປະຈໍາພັກແຂວງ,ເລຂາຄະນະພັກນະຄອນຮ່າຕິ້ງ,ອະດີດເລຂາພັກ,ຜູ້ອໍານວຍການໃຫຍ່ສະຫະບໍລິສັດແຮ່ທາດແລະການຄ້າຮ່າຕິງ,ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກ່ອນນໜ້ານີ້ 20 ປີ, ພາຍຫຼັງທີ່ລັດຖະບານສປປລາວໄດ້ອະນຸຍາດໃຫ້ກຸ່ມບໍລິສັດແຮ່ທາດແລະການຄ້າຮ່າຕິ້ງລົງທຶນໂດຍກົງໃນສປປລາວແລະໄດ້ສ້າງຕັ້ງບໍລິສັດຫວຽດ-ລາວຈໍາກັດຂຶ້ນຢ່າງເປັນທາງການສະຖານທີ່ຕັ້ງຢູ່ບ້ານບຶງຫົວນາ, ເມືອງເຊບັ້ງໄຟ, ແຂວງຄໍາມ່ວນສປປລາວ, ໂດຍຜ່ານການສ້າງຕັ້ງແລະພັດທະນາມາເປັນເວລາ 20 ປີ, ດ້ວຍຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ນັບຕັ້ງແຕ່ມື້ເລີ່ມສ້າງຕັ້ງບໍລິສັດຕ້ອງປະຕິບັດພາລະກິດໄປຄວບຄູ່ກັນ, ດ້ານໜຶ່ງເປັນການລົງທຶນໃນການສ້າງພື້ນຖານໂຄງລ່າງໃຫ້ແກ່ການຂຸດຄົ້ນແລະພ້ອມທັງຊອກຫາຕະຫຼາດເພື່ອຈໍາໜ່າຍຜະລິດຕະພັນ, ພິເສດແມ່ນສໍາເລັດການຈັດຕັ້ງການປະຕິບັດພາລະກິດໄດ້ເປັນຢ່າງດີໃນການເປັນວິສາຫະກິດທີ່ເປັນຂົວຕໍ່ເຊື່ອມໂຍງຄວາມສາມັກຄີມິດຕະພາບລະຫວ່າງອົງການປົກຄອງ, ປະຊາຊົນຂອງ 2 ແຂວງຄໍາມ່ວນ - ຮ່າຕິ້ງ. ບໍລິສັດໄດ້ດໍາເນີນທຸລະກິດຢ່າງໝັ້ນຄົງແລະພັດທະນາຂຶ້ນໄປເລື້ອຍໆ; ປະລິມານການຂຸດຄົ້ນແລະຈໍາໜ່າຍສະເລ່ຍໄດ້400.000-500.000ໂຕນ/ປີ, ລາຍຮັບເພີ່ມຂຶ້ນສະເລ່ຍ 10%, ສ້າງວຽກເຮັດງານທໍາແລະສ້າງລາຍຮັບໃຫ້ແກ່ພະນັກງານກຳມະກອນຊາວຜູ້ອອກແຮງງານຈຳນວນ180 ກວ່າຄົນ.
ສຳລັບທິດທາງແຜນການໃນຕໍ່ໜ້າທາງບໍລິສັດໄດ້ສະເໜີສ້າງເງື່ອນໄຂດີສຸດສຳລັບການພັດທະນາບຸກຄະລະກອນ, ໄດ້ຖືວ່າຄົນເປັນປັດໃຈພື້ນຖານສູນລວມຂອງການພັດທະນາແບບຍືນຍົງ,ປ່ຽນແປງໃໝ່ທາງດ້ານອຸປະກອນແລະເຕັກໂນໂລຊີບໍລິສັດໄດ້ຕັດສິນໃຈຢ່າງກ້າແກ່ນໃນການປ່ຽນແປງໃໝ່ເພື່ອເພີ້ມຄວາມອາດສາມາດໃນການຜະລິດແລະຍົກສູງຄຸນນະພາບຜະລິດຕະພັນ, ວາງແຜນຍຸດທະສາດຢ່າງລະອຽດ, ຕິດຕາມປະຕິບັດຕາມເປົ້າໝາຍທີ່ທາງສະຫະບໍລິສັດໄດ້ມອບໝາຍໃຫ້ຢ່າງໃກ້ຊິດ, ປະຕິບັດ ຢ່າງກົງໄປກົງມາໃຫ້ເກີນຄາດໝາຍການຜະລິດ, ທຸກຜະລິດຕະພັນຂອງບໍລິສັດຕ້ອງຮັບປະກັນທາງດ້ານຄຸນນະພາບ, ຮູບແບບແລະລາຄາທີ່ເໝາະສົມ,ເອົາໃຈໃສ່ໃນວຽກຄວາມປອດໄພທາງສັງຄົມ, ຮັດແໜ້ນສາຍພົວພັນມິດຕະພາບລາວ-ຫວຽດນາມ. ຍາມໃດກໍຍຶດຖືຜົນປະໂຫຍດລະຫວ່າງວິສາຫະກິດ, ຜູ້ອອກແຮງງານ ແລະ ສັງຄົມ, ປະກອບສ່ວນເຂົ້າໃນການພັດທະນາທ້ອງຖິ່ນບ່ອນທີ່ບໍລິສັດຕັ້ງຢູ່, ໃນໄລຍະຜ່ານມາໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມໂດຍສະເພາະປະຊາຊົນເຂດເມືອງ ເຊບັ້ງໄຟແຂວງຄໍາມ່ວນ.
ໃນງານສະເຫຼີມສະຫຼອງວັນສ້າງຕັ້ງຄັ້ງນີ້, ບໍລິສັດໄດ້ປະກາດຊ່ວຍກໍ່ສ້າງປະຕູໂຂງເຂົ້າບ້ານແລະສ້ອມແປງທາງຮ່ອມບ້ານບຶງຫົວນາ, ໂຄງການສ້ອມແປງໂຮງຮຽນອານຸບານບ້ານຂົວເຊດ້ວຍມູນຄ່າ600ລ້ານກີບ.
ຂ່າວ-ພາບ : ແດງສະຫວັດ ແສນພານິດ