ໃນວັນທີ 22ກໍລະກົດນີ້, ສະຫາຍບົວຄົງ ນາມມະວົງ ລັດຖະມົນຕີຫົວໜ້າຫ້ອງວ່າສຳນັກງານນາຍົກລັດຖະມົນຕີໄດ້ຖະແຫຼງຂ່າວການໄວ້ອາໄລລະດັບຊາດແລະ ຮ່ວມພິທີຊາປະນາກິດສະຫາຍຫງວຽນຝູຈ້ອງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ວ່າ:
ຕາງໜ້າລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂໍຖືເປັນກຽດແຈ້ງໃຫ້ຊາບວ່າ ສະຫາຍ ຫງວຽນຝູຈ້ອງເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ໄດ້ເຖິງແກ່ມໍລະນະກໍາໃນເວລາ 13 ໂມງ 38 ນາທີ ຂອງວັນທີ 19 ກໍລະກົດ 2024 ທີ່ໂຮງໝໍສູນກາງກອງທັບ 108ຮ່າໂນ້ຍ, ລວມອາຍຸ 80 ປີ.
ພ້ອມນີ້, ສະຫາຍ ຍັງໄດ້ປະກອບສ່ວນອັນໃຫຍ່ຫຼວງ, ລໍ້າຄ່າ ແລະ ສໍາຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຫວຽດນາມ-ລາວ ມາໂດຍຕະຫຼອດ. ການຈາກໄປຂອງ ສະຫາຍ ຫງວຽນຝູຈ້ອງ ເປັນການສູນເສຍ ເພື່ອນສະຫາຍທີ່ໃກ້ຊິດສະໜິດສະໜົມທີ່ສຸດຂອງ ພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າພວກເຮົາ.
ສະນັ້ນ,ພັກ ແລະ ລັດຖະບານ ຈຶ່ງເຫັນດີໃຫ້ໄວ້ອາໄລລະດັບຊາດ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນັບທັງສະຖານເອກອັກຄະລັດຖະທູດ, ສໍານັກງານຜູ້ຕາງໜ້າ ສປປ ລາວ ທີ່ຕ່າງປະເທດ ໃນລະຫວ່າງ ວັນທີ 25-26 ກໍລະກົດ 2024, ໃຫ້ເອົາທຸງຊາດ ລົງເຄິ່ງເສົາ ແລະ ງົດກິດຈະກໍາມ່ວນຊື່ນ ທີ່ເປັນລັກສະນະມວນຊົນ ທຸກຮູບແບບ ເປັນເວລາສອງວັນດັ່ງກ່າວ (ຄື ວັນທີ 25-26 ກໍລະກົດ 2024).
ອີງຕາມທິດຊີ້ນຳຂອງຂັ້ນເທິງ ໃນການຈັດຕັ້ງປະຕິບັດການໄວ້ອາໄລລະດັບຊາດ ແລະ ຮ່ວມພິທີຊາປະນາກິດ ສະຫາຍ ຫງວຽນຝູຈ້ອງ, ຈຶ່ງມອບຄວາມຮັບຜິດຊອບໃຫ້ບັນດາພາກສ່ວນກ່ຽວຂ້ອງ ດຳເນີນການດັ່ງນີ້:
1. ມອບໃຫ້ກະຊວງການຕ່າງປະເທດ
- ສົມທົບກັບ ຫ້ອງວ່າການສູນກາງພັກ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ພາກສ່ວນກ່ຽວຂ້ອງເພື່ອກະກຽມໃຫ້ຄະນະຜູ້ແທນຂັ້ນສູງ ພັກ-ລັດ ນໍາໂດຍສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ເຂົ້າຮ່ວມພິທີໄວ້ອາໄລ ແລະ ເຂົ້າຮ່ວມພິທີຊາປະນາກິດສົບ ທີ່ ນະຄອນຫຼວງຮ່າໂນ້ຍສສ ຫວຽດນາມ.
- ສົມທົບກັບສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ ເພື່ອກະກຽມໃຫ້ແກ່ບັນດາຄະນະເຂົ້າຮ່ວມໄວ້ອາໄລ, ຂຽນປຶ້ມໄວ້ອາໄລ ແລະ ວາງພວງມາລາ ຢູ່ ສະຖານເອກອັກຄະລັດຖະທູດຫວຽດນາມ ທີ່ ນະຄອນຫຼວງວຽງຈັນ ຊຶ່ງປະກອບມີ: ຄະນະບໍລິຫານສູນກາງພັກ ນໍາພາໂດຍ ສະຫາຍຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ. ລັດຖະບານນໍາພາໂດຍ ສະຫາຍ ນາຍົກລັດຖະມົນຕີ. ສະພາແຫ່ງຊາດ ນໍາພາໂດຍ ສະຫາຍຮອງປະທານສະພາແຫ່ງຊາດ ແລະ ບັນດາອົງການຈັດຕັ້ງພັກ-ລັດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ອົງການຈັດຕັ້ງມະຫາຊົນ ນໍາພາໂດຍສະຫາຍເລຂາຄະນະພັກ ຂອງແຕ່ລະກະຊວງ, ອົງການ.
- ສົມທົບກັບພາກສ່ວນກ່ຽວຂ້ອງ ແຈ້ງໃຫ້ສະຖານເອກອັກຄະລັດຖະທູດ, ສໍານັກງານຜູ້ຕາງໜ້າ ສປປ ລາວ ທີ່ຕ່າງປະເທດ ໄປຮ່ວມພິທີ ໄວ້ອາໄລ, ຂຽນປຶ້ມໄວ້ອາໄລ ທີ່ສໍານັກງານຕາງໜ້າ ຂອງ ສສ ຫວຽດນາມ ຈັດຂຶ້ນ. ພ້ອມນັ້ນ ໃຫ້ເອົາໃຈໃສ່ວິທີຈັດຕັ້ງປະຕິບັດ ໃນໄລຍະດໍາເນີນກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ບັນດາກອງປະຊຸມປິ່ນອ້ອມ ທີ່ ສປປ ລາວ ເປັນເຈົ້າພາບ ໃນລະຫວ່າງ ວັນທີ 21-27 ກໍລະກົດ 2024 ໃຫ້ມີຄວາມເໝາະສົມທີ່ສຸດ ແລະ ແຈ້ງໃຫ້ເພື່ອນມິດຮັບຊາບຄວາມບໍ່ສະດວກ ໂດຍສະເພາະງານລ້ຽງ, ງານມ່ວນຊື່ນຕ່າງໆ.
2. ໃຫ້ບັນດາກະຊວງ, ອົງການ, ຂະແໜງການ ທັງສູນກາງ ແລະ ທ້ອງຖີ່ນ, ສະມາຄົມມິດຕະພາບ ລາວ-ຫວຽດນາມ ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈ ເຖິງຄູ່ຮ່ວມຕໍາແໜ່ງຝ່າຍຫວຽດນາມ ແລະ ຈັດຕັ້ງຄະນະ ໄປຮ່ວມພິທີໄວ້ອາໄລ, ຂຽນປຶ້ມໄວ້ອາໄລ ທີ່ສະຖານເອກອັກຄະລັດຖະທູດ ແລະ ສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈໍາຢູ່ບັນດາທ້ອງຖິ່ນຈັດຂຶ້ນ. ສ່ວນບັນດາແຂວງແຮກສ່ຽວ ຂອງ ສປປ ລາວ ແມ່ນໃຫ້ການນໍາຂອງແຂວງ ສົ່ງໂທລະເລກ ເຖິງຄູ່ຕໍາແໜ່ງ ຂອງຕົນ.
3. ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ:
- ສົມທົບກັບ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ກະຊວງການຕ່າງປະເທດ ເພື່ອກະກຽມເນື້ອໃນ ແຈ້ງຂ່າວ ແລະ ເລົ່າມູນເຊື້ອ ຂອງສະຫາຍຫງວຽນຝູຈ້ອງ ທີ່ໄດ້ປະກອບສ່ວນອັນໃຫຍ່ຫຼວງ, ລໍ້າຄ່າ ແລະ ສໍາຄັນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຜ່ານທາງສື່ວິທະຍຸ, ໂທລະພາບ ແລະ ສື່ອອນລາຍທາງການຕ່າງໆ.
- ສົມທົບກັບ ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເປັນໃຈກາງກະກຽມເນື້ອໃນສໍາພາດ ສະຫາຍເລຂາທິການໃຫຍ່, ປະທານປະເທດ ແລະ ບັນດາສະຫາຍອະດີດເລຂາທິການໃຫຍ່, ປະທານປະເທດ.
ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະ ຈັດຕັ້ງປະຕິບັດ.