ໂດຍ:ຕະວິນຍານ
ເພື່ອເຮັດໃຫ້ການສັນຈອນໄປມາ ຫາສູ່ ລະຫວ່າງ ແຂວງຕໍ່ແຂວງ ເສັ້ນທາງໄປຫາເມືອງ ເມືອງໄປຫາບ້ານ ເຮັດໃຫ້ການຂົນສົ່ງສິນຄ້າຂອງປະຊາຊົນມີຄວາມສະດວກດີຂຶ້ນ.
ໃນໄລຍະ 6 ເດືອນຕົ້ນປີ 2024 ແຂວງຊຽງຂວາງ ໄດ້ເອົາໃຈໃສ່ກໍ່ສ້າງສ້ອມແປງບັນດາເສັ້ນທາງ ທີ່ເປ່ເພຈາກໄພທຳມະຊາດ ນັບທັງທາງຂອງແຂວງ, ຂອງເມືອງ ແລະ ທາງຫຼວງແຫ່ງຊາດ ໄດ້ທັງໝົດ 93,60 ກມ, ເທົ່າກັບ 37,89% ຂອງແຜນການປີ. ໃນນັ້ນ, ທາງປູຢາງ ໄດ້ 36,35 ກມ, ເທົ່າກັບ 61,61% ຂອງແຜນການປີ, ທາງປູແຮ່ ໄດ້ 57,25 ກມ, ເທົ່າກັບ 68,98% ຂອງແຜນການປີ. ປັດຈຸບັນ,ທົ່ວແຂວງມີບ້ານທີ່ມີເສັ້ນທາງເຂົ້າເຖິງ 476 ບ້ານ ກວມ 100% ຂອງຈຳນວນບ້ານໃນທົ່ວແຂວງ.
ການຂົນສົ່ງສິນຄ້າ ສາມາດຂົນສົ່ງສິນຄ້າ ໄດ້ທັງໝົດ 66.395 ໂຕນ, ເທົ່າກັບ 56,40% ຂອງແຜນການປີ, ຂົນສົ່ງໂດຍສານ ໄດ້ 679.604 ເທື່ອຄົນ, ເທົ່າກັບ 27,04% ຂອງແຜນການປີ, ສາມາດສ້າງລາຍຮັບທາງອ້ອມ ໄດ້ 35,75 ຕື້ກີບ, ເທົ່າກັບ 55,30% ຂອງແຜນການປີ, ມອບພັນທະເຂົ້າງົບປະມານ ໄດ້ 6,61 ຕື້ກີບ, ເທົ່າກັບ 53,60%.
ຂຸດຄົ້ນ ຫີນ-ຊາຍ ຜະລິດຫີນແຮ່ ແລະ ຊາຍ ໄດ້ທັງໝົດ 11,015ແມັດກ້ອນ ເທົ່າກັບ 33,40% ຂອງແຜນການປີ, ໃນນັ້ນ, ຜະລິດຊາຍໄດ້ທັງໝົດ 11.000ແມັດກ້ອນ, ເທົ່າກັບ 30,60% ຂອງແຜນການປີ ແລະ ຫີນແຮ່ ໄດ້ 15 ແມັດກ້ອນ ເທົ່າກັບ 2,50% ຂອງແຜນການປີ.
ໄປພ້ອມກັນນັ້ນ, ຍັງໄດ້ເອົາໃຈໃສ່ພັດທະນາຕົວເມືອງນ້ອຍ ຊຸກຍູ້ບໍລິສັດຮັບເໝົາກໍ່ສ້າງ ຈຳນວນ 3 ສັນຍາ ທີ່ອົງການພັດທະນາ ແລະ ບໍລິຫານຕົວເມືອງ-ເມືອງແປກ ເປັນເຈົ້າຂອງໂຄງການ ເພື່ອສືບຕໍ່ເຮັດບັນດາໜ້າວຽກທີ່ຍັງຄ້າງຈັດຕັ້ງປະຕິບັດ, ລົງຕິດຕາມການບໍລິການຂອງ 2 ວິສາຫະກິດ ແລະ ລົງຕິດຕາມການກໍາຈັດຂີ້ເຫຍື້ອຢູ່ສະໜາມບ້ານມ່ວງພາ ໄດ້ 3 ຄັ້ງ, ນອກນັ້ນຍັງໄດ້ເອົາໃຈໃສ່ປົກປັກຮັກສາຕົ້ນໄມ້, ດອກໄມ້ປະດັບ, ຕັດຫຍ້າແຄມທາງ ແລະ ຫົດນ້ຳສວນດອກໄມ້ດອນກາງທາງ.
ໃນໄລຍະ 6 ເດືອນທ້າຍປີ 2024ນີ້. ແຂວງຈະສືບຕໍ່ສູ້ຊົນກໍ່ສ້າງ, ປັບປຸງ ແລະ ສ້ອມແປງເສັ້ນທາງໃຫ້ໄດ້ 153,40 ກມ.ໃນນັ້ນ, ທາງປູຢາງ 22,65 ກມ, ທາງປູແຮ່ 25,75 ກມ ແລະ ແກ້ໄຂໄພທໍາມະຊາດ 105 ກມ, ພ້ອມນັ້ນລົງຊຸກຍູ້ຕິດຕາມບັນດາໂຄງການຕ່າງໆ ໃຫ້ປະຕິບັດຕາມສັນຍາ ແລະ ມີປະສິດທິຜົນ.ຂົນສົ່ງສິນຄ້າ ໃຫ້ໄດ້ 51,323 ໂຕນ, ຂົນສົ່ງໂດຍສານ ໃຫ້ໄດ້ 525.333 ເທື່ອຄົນ, ສ້າງລາຍຮັບ ໃຫ້ໄດ້ 27,63 ຕື້ກີບ ແລະ ມອບພັນທະເຂົ້າງົບປະມານ ໃຫ້ໄດ້ 2,79 ຕື້ກີບ.ຊຸກຍູ້ສົ່ງເສີມບັນດາທຸລະກິດ ຂຸດຄົ້ນຫີນແຮ່, ຊາຍ ແລະ ດິນດໍາ-ດິນໜຽວ ໃຫ້ໄດ້ 1.473ແມັດກ້ອນ ເພື່ອຕອບສະໜອງຕາມຄວາມຕ້ອງການ. ໃນນັ້ນ: ຜະລິດຫີນແຮ່ ໃຫ້ໄດ້ 585ແມັດກ້ອນ, ຜະລິດຊາຍ ໃຫ້ໄດ້ 7.803ແມັດກ້ອນ ແລະ ດິນດໍາ-ດິນໜຽວ ໃຫ້ໄດ້ 880ແມັດກ້ອນ.