ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາ, ອົງການການພັດທະນາກາເຟ ແຫ່ງອູກັນດາ ລາຍງານວ່າ: ອູກັນດາ ສ້າງລາຍຮັບຈາກການສົ່ງອອກກາເຟສູງທີ່ສຸດໃນຮອບ 30 ປີ ເນື່ອງຈາກປະລິມານ ແລະ ຄຸນນະພາບຂອງກາເຟສົ່ງອອກພັດທະນາດີຂຶ້ນ.
ລາຍງານລະບຸວ່າ: ອູກັນດາ ສ້າງລາຍຮັບຈາກການສົ່ງກາເຟໃນປີງົບປະມານ 2023/2024 ໄດ້ທັງໝົດ 1,14 ຕື້ໂດລາ ຊຶ່ງເພີ່ມຂຶ້ນຈາກ 846 ລ້ານໂດລາ ໃນປີກ່ອນໜ້າ.
ອູກັນດາ ສົ່ງອອກກາເຟໃນປີງົບປະມານ 2023/2024 ຈຳນວນ 6,13 ລ້ານກະສອບ ຊຶ່ງເພີ່ມຂຶ້ນຈາກ 5,76 ລ້ານກະສອບ ໃນປີກ່ອນໜ້າ ເຮັດໃຫ້ປະລິມານ ແລະ ມູນຄ່າຂອງກາເຟສົ່ງອອກເພີ່ມຂຶ້ນ 6,33% ແລະ 35,29%.
ອົງການການພັດທະນາກາເຟ ແຫ່ງອຸກັນດາ ກ່າວຕື່ມວ່າ: ເອີຣົບ ເປັນຕະຫຼາດສົ່ງອອກກາເຟຂະໜາດໃຫຍ່ທີ່ສຸດຂອງອູກັນດາ ຕາມມາດ້ວຍອາຊີ, ອາເມຣິກາເໜືອ ແລະ ອາຟຣິກາ, ໂດຍລາຍຮັບທີ່ເພີ່ມຂຶ້ນເປັນຜົນມາຈາກແນວທາງການຜະລິດ ແລະ ການຈັດການຫຼັງເກັບກ່ຽວຜົນຜະລິດດີຂຶ້ນ.
ອີກຢ່າງໜຶ່ງ, ກາເຟແມ່ນໜຶ່ງໃນສິນຄ້າທີ່ສໍາຄັນສໍາລັບການຫັນປ່ຽນເສດຖະກິດຂອງອູກັນດາ, ໂດຍມີຄົວເຮືອນພາຍໃນປະເທດເພິ່ງພາການຜະລິດກາເຟ ປະມານ 1,7 ລ້ານຄົວເຮືອນ.