ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 20 ກໍລະກົດ ຜ່ານມານີ້, ພະມະຫາກະສັດ ສູລຕານ ອິບຣາຮິມ ທີ 17 ຂອງ ມາເລເຊຍ ຂຶ້ນຄອງຣາຊາສົມບັດຢ່າງເປັນທາງການ ໃນພິທີໄດ້ຈັດຂຶ້ນຢ່າງສົມກຽດຢູ່ພະຣາຊະວັງ ມາເລເຊຍ ທີ່ນະຄອນຫຼວງ ກົວລາ ລຳເບີ.
ພິທີຂຶ້ນຄອງຣາຊາສົມບັດໄດ້ຈັດຂຶ້ນຕາມຮີດຄອງປະເພນີທີ່ເປັນມູນເຊື້ອຂອງພະບໍລົມວົງສານຸວົງ ມາເລເຊຍ ພາຍໃຕ້ການເປັນສັກຂີພິຍານຂອງແຂກຖືກເຊີນທັງຢູ່ພາຍໃນ ແລະ ຕ່າງປະເທດເກືອບ 700 ທ່ານ. ໃນນັ້ນ, ມີກະສັດ ບຣູໄນ ແລະ ກະສັດ ບາເຣັນ. ພະມະຫາກະສັດ ສູລຕານ ອິບຣາຮິມ ທີ 17 ຂອງ ມາເລເຊຍ ໃຫ້ຄຳໝັ້ນສັນຍາໃນພິທີວ່າ: ຈະປົກຄອງປະເທດດ້ວຍຄວາມຈົງຮັກພັກດີ, ຊື່ສັດ ແລະ ຍຸຕິທຳ ແນໃສ່ນໍາມາຊຶ່ງຄວາມສະເໝີພາບໃຫ້ແກ່ປະຊາຊົນ ມາເລເຊຍ ທຸກຄົນ ກໍຄືປົກປັກຮັກສາຄວາມວັດທະນາຖາວອນ ແລະ ອະທິປະໄຕແຫ່ງຊາດ.