ໂດຍ: ສີວັນ
ທ່ານຫງວຽນຝູຈ້ອງເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ, ມີບົດບາດຢ່າງໃຫຍ່ຫຼວງຕໍ່ການພັດທະນາປະເທດຫວຽດນາມ ໃນໄລຍະຜ່ານມາ, ທັງວຽກງານພາຍໃນ ແລະ ການພົວພັນຕ່າງປະເທດ.ພິເສດ ແມ່ນນຳພາປະເທດຊາດບັນລຸໄດ້ບັນດາຜົນສຳເລັດໃໝ່, ສຳຄັນ ໃນການພັດທະນາເສດຖະກິດ-ສັງຄົມກໍຄືວາງບັນດາທິດທາງເປົ້າໝາຍ, ໜ້າທີ່ໃໝ່, ເຮັດໃຫ້ ຫວຽດນາມ ກາຍເປັນປະເທດວັດທະນາຖາວອນມີລາຍຮັບປານກາງສູງໃນໄລຍະທີ່ຈະມາເຖິງ.
ກ່ຽວກັບວຽກງານພົວພັນຕ່າງປະເທດ, ທ່ານຫງວຽນຝູຈ້ອງໄດ້ມີບັນດານະໂຍບາຍພົວພັນຕ່າງປະເທດຢ່າງຄ່ອງແຄ້ວ ແລະ ມີໄຫວພິບ, ສະແດງເຖິງຄວາມຮັບຮູ້ກ່ຽວກັບເອກະລາດ, ເປັນເຈົ້າຕົນເອງດ້ານຍຸດທະສາດ ຢ່າງແທ້ຈິງ, ເປີດກວ້າງການພົວພັນໃນຫຼາຍຂົງເຂດກັບບັນດາປະເທດໃນໂລກ, ທັງທາງດ້ານການເມືອງ, ການທູດຕະຫຼອດຮອດການສຶກສາ, ສິລະປະ ໂດຍມີການພັດທະນາຢ່າງໄວ ແລະ ນຳເອົາຜົນປະໂຫຍດ ແລະ ຊີວິດການເປັນຢູ່ມາໃຫ້ປະຊາຊົນ ນັບມື້ດີຂຶ້ນ.
ສໍາລັບ ສປປ ລາວ, ບົດຮຽນປະສົບການຂອງທ່ານຫງວຽນຝູຈ້ອງ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມແມ່ນບົດຮຽນລ້ຳຄ່າ ຂອງພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າ. ທ່ານຈູມມະລີ ໄຊຍະສອນອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປລາວປະທານປະເທດ ແຫ່ງ ສປປ ລາວ, ສະແດງຄວາມຮູ້ສຶກຕໍ່ສື່ມວນຊົນວ່າ: ທ່ານຫງວຽນຝູຈ້ອງ ແມ່ນເພື່ອນຜູ້ໃກ້ຊິດສະໜິດສະໜົມຂອງປະຊາຊົນ ລາວ. ທ່ານຫງວຽນຝູຈ້ອງ ລ່ວງລັບໄປ ແມ່ນຄວາມສູນເສຍຢ່າງໃຫຍ່ຫຼວງຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງກໍຄືສຳລັບປະຊາຊົນ ລາວ. ທ່ານ ຈູມມະລີ ໄຊຍະສອນ ສະແດງຄວາມປະທັບໃຈຕໍ່ກັບຜົນງານການນໍາພາຂອງ ທ່ານຫງວຽນຝູຈ້ອງ, ພ້ອມທັງຢືນຢັນວ່າ, ທ່ານບໍ່ພຽງແຕ່ໄດ້ຮໍ່າຮຽນໄດ້ຫຼາຍສິ່ງຫຼາຍຢ່າງເທົ່ານັ້ນ, ແຕ່ບັນດາບົດຮຽນຂອງທ່ານ ຫງວຽນຝູຈ້ອງ ຍັງແມ່ນບົດຮຽນອັນລໍ້າຄ່າສຳລັບພັກ, ລັດ ແລະ ປະຊາຊົນລາວ ອີກດ້ວຍ.ພິເສດແມ່ນໃນວຽກງານກໍ່ສ້າງພັກ ແລະ ບຳລຸງສ້າງພະນັກງານ.
ໃນສະພາບການໂລກ ແລະ ພາກພື້ນມີຫຼາຍບັນຫາສັບສົນ, ແຕ່ພາຍໃຕ້ການຊີ້ນຳຂອງທ່ານຫງວຽນຝູຈ້ອງ, ຫວຽດນາມ ໄດ້ຜ່ານຜ່າທຸກສິ່ງກີດຂວາງ, ບັນລຸຜົນງານສຳຄັນຫຼາຍຢ່າງໃນຫຼາຍຂົງເຂດເທື່ອລະກ້າວ, ປະກອບສ່ວນຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ນຳປະເທດຊາດໃຫ້ນັບມື້ພັດທະນາ.
ບົດຮຽນປະສົບການຂອງທ່ານເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ແມ່ນບົດຮຽນລ້ຳຄ່າສຳລັບພັກ, ລັດ ແລະ ປະຊາຊົນລາວ. ນີ້ແມ່ນຄວາມຮູ້ສຶກຢ່າງເລິກເຊິ່ງຂອງທ່ານ ຈູມມະລີ ໄຊຍະສອນອະດີດເລຂາທິການໃຫຍ່ປະທານປະເທດ ແຫ່ງ ສປປລາວ, ກ່ຽວກັບບັນດາຜົນງານ ແລະ ການເຮັດວຽກກັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.