ວິທະຍຸກະຈາຍສຽງຫວຽດນາມລາຍງານຫວ່າງມໍ່ໆມານີ້, ບັນດາໂຕເລກສະຖິຕິ 6 ເດືອນຕົ້ນປີສະແດງໃຫ້ເຫັນວ່າ: ເປັນຄັ້ງທຳອິດທີ່ສິນໃນນ້ຳ ຫວຽດນາມ ຮັກສາທີ່ຕັ້ງຄູ່ຮ່ວມມືໃຫຍ່ອັນດັບທີ 5 ຂອງ ສິງກະໂປ ໃນ 2 ໄຕມາດຢ່າງລຽນຕິດ ຊຶ່ງສະແດງທີ່ຕັ້ງ ແລະ ບົດບາດສຳຄັນຂອງ ສິນໃນນ້ຳ ຫວຽດນາມ ຢູ່ຕະຫຼາດແຫ່ງນີ້.
ຂ່າວລະບຸວ່າ: ຕາມຫ້ອງການການຄ້າ ຫວຽດນາມ ປະຈຳ ສິງກະໂປ ລາຍງານ, ວົງເງິນສົ່ງອອກຂອງສິນໃນນ້ຳ ຫວຽດນາມ ເຂົ້າຕະຫຼາດ ສິງກະໂປ ໃນ 6 ເດືອນຕົ້ນປີນີ້ ເພີ່ມຂຶ້ນ 0,81% (ມູນຄ່າສົ່ງອອກບັນລຸເກືອບ 51,7 ລ້ານ ໂດລາສິງກະໂປ) ກວມເອົາເກືອບ 9,46 ອັດຕາສ່ວນໃນຕະຫຼາດ. ທ່ານ ກາວຊັວນທັງ ທູດການຄ້າ ຫວຽດນາມ ປະຈຳ ສິງກະໂປ ໃຫ້ຮູ້ວ່າ: ບັນດາວິສາຫະກິດ ຫວຽດນາມ ຕ້ອງສືບຕໍ່ຍົກສູງຄຸນນະພາບບັນດາປະເພດສິນໃນນ້ຳໃຫ້ດີຂຶ້ນ, ພ້ອມທັງຕັ້ງໜ້າຕອບສະໜອງບັນດາການເຄື່ອນໄຫວຂອງຫ້ອງການການຄ້າ ເຊື່ອມຈອດກັບບັນດາສະຫະສະມາຄົມ, ວິສາຫະກິດສິນໃນນ້ຳຂອງ ສິງກະໂປ.