ໃນວັນທີ 22ກໍລະກົດ ນີ້ ທີ່ຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ສະຫາຍ ຫງວຽນ ບ໋າ ຮຸ່ງ ເອກອັກຄະລັດຖະທູດວິສາມັນຜູ້ອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ.
ໃນການຢ້ຽມອໍາລາຄັ້ງນີ້, ສະຫາຍທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຢ່າງຈົບງາມໃນການປະຕິບັດໜ້າທີ່ທາງການທູດຂອງ ສະຫາຍ ຫງວຽນ ບ໋າ ຮຸ່ງຕະຫຼອດໄລຍະ 7 ປີກວ່າຜ່ານມາ ຊຶ່ງໄດ້ເຄື່ອນໄຫວຢ່າງຕັ້ງໜ້າປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ໄດ້ຮັບການພັດທະນາ ແລະ ມີໝາກຜົນຕົວຈິງຫຼາຍຂຶ້ນ; ຍ້ອນວ່າສະຫາຍທູດມີຜົນງານ ແລະ ຜົນສໍາເລັດຕ່າງໆໃນການປະຕິບັດໜ້າທີ່ຢູ່ລາວຢ່າງພົ້ນເດັ່ນ; ສະນັ້ນ,ພັກ, ລັດຖະບານ ແຫ່ງ ສປປ ລາວ ໄດ້ໃຫ້ການຍ້ອງຍໍ ໂດຍປະດັບຫຼຽນໄຊອິດສະຫຼະຊັ້ນ 3 ໃຫ້ແກ່ສະຫາຍ. ນອກນັ້ນ, ສະຫາຍທອງສະຫວັນ ພົມວິຫານຍັງໄດ້ສະແດງຄວາມຂອບໃຈ ຜ່ານສະຫາຍຫງວຽນ ບ໋າ ຮຸ່ງໄປຍັງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນໄລຍະຜ່ານມາ ກໍຄື ການຊ່ວຍເຫຼືອໃນການເປັນປະທານໝູນວຽນອາຊຽນຂອງ ສປປ ລາວ ໃນປີ 2024.
ສະຫາຍ ຫງວຽນ ບ໋າ ຮຸ່ງໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ທອງສະຫວັນ ພົມວິຫານ ກໍຄື ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ໃຫ້ການຮ່ວມມືສະໜັບສະໜູນ ແລະ ຊ່ວຍເຫຼືອ ຕະຫຼອດໄລຍະເວລາປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ດ້ວຍຜົນສໍາເລັດອັນຈົບງາມ; ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງ ລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ໄດ້ກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ນັບມື້ນັບຫຼາຍຂຶ້ນ.
ສະຫາຍ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ອວຍພອນ ສະຫາຍ ຫງວຽນ ບ໋າ ຮຸ່ງຈົ່ງເດີນທາງກັບຄືນປະເທດ ໂດຍຄວາມສະຫວັດດີພາບ, ມີພະລານາໄມສົມບູນ, ມີຄວາມຜາສຸກ, ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນໃໝ່ທີ່ມີກຽດ ແລະພ້ອມທັງສືບຕໍ່ຕິດຕາມຊຸກຍູ້, ປະກອບສ່ວນເພີ່ມພູນຄູນສ້າງເຂົ້າໃນການເສີມຂະຫຍາຍສາຍພົວພັນ ລາວ-ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງຂຶ້ນໃນຕໍ່ໜ້າ.
ຂ່າວ:ຄຕພ,ພາບ:ພູວຽງຄຳ