ໃນວັນທີ 19 ກໍລະກົດ ຜ່ານມາທີ່ໂຮງແຮມແລນມາກ ແມ່ຂອງຣີເວີໄຊ ນະຄອນຫຼວງວຽງຈັນ, ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບ ການສຶກສາຄວາມເປັນໄປໄດ້ ໃນການສົ່ງເສີມ ການລົງທຶນພັດທະນາກະສິກໍາ ແລະ ປ່າໄມ້ ແບບຄົບວົງຈອນ ຂຶ້ນ ລະຫວ່າງ ກົມປູກຝັງ, ກົມແຜນການ ແລະ ການຮ່ວມມື ຕາງໜ້າກະຊວງ ກະສິກໍາ ແລະ ປ່າໄມ້ ຮ່ວມກັບບໍລິສັດ ASIA TOBACCO INDUSTRY GROUP CO., LTD.
ຈຸດປະສົງສະເພາະແມ່ນເນັ້ນໃສ່ ໂຄງການປູກຢາສູບ, ກ້ວຍ, ອ້ອຍ ແລະ ພືດສະໝຸນໄພ ເພື່ອປຸງແຕ່ງຜົນຜະລິດກະສິກໍາ ແລະ ໂຮງງານສະກັດນໍ້າມັນພືດ, ໂຄງການລ້ຽງງົວ ແລະ ໂຮງງານຜະລິດ ອາຫານສັດ-ສັດນໍ້າ, ໂຮງງານຜະລິດຝຸ່ນຊີວະພາບ, ໂຄງການພັດທະນາພະລັງງານໝູນວຽນຄົບວົງຈອນ ພາຍໃນຟາມປູກ ແລະ ຟາມລ້ຽງ ດ້ວຍເຕັກກໂນໂລຊີທີ່ທັນສະໄໝສູງ ເປົ້າໝາຍເພື່ອສົ່ງເສີມການຜະລິດໃຫ້ເປັນສິນຄ້າຈໍາໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ, ຕາງໜ້າກະຊວງກະສິກໍາ ແລະ ປ່າໄມ້ ລົງນາມໃນບົດບັນທຶກຄັ້ງນີ້ໂດຍ ທ່ານ ບຸນເດດ ສຸດທະວິໄລ ຫົວໜ້າກົມແຜນການ ແລະ ການຮ່ວມມື, ທ່ານ ບຸນຊູ ສຸດມາລີ ຮອງຫົວໜ້າກົມປູກຝັງ ແລະ ຕາງໜ້າບໍລິສັດເຊັນໂດຍ ທ່ານ ຢາງ ໂບ (Mr. Yang Bo) ປະທານ ບໍລິສັດ ASIA TOBACCO INDUSTRY GROUP CO., LTD ເຊັນເປັນສັກຂີພິຍານຮ່ວມມີທ່ານຫົວໜ້າກົມລ້ຽງສັດ ແລະ ການປະມົງ, ຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ, ປະທານ ຄະນະບໍລິຫານຂອງກຸ່ມບໍລິສັດ ຮົງກົງຢຸຍກັງເອົ້າ, ຄະນະບໍດີ ສະຖາບັນຄົ້ນຄວ້າ ນະວັດຕະກໍາການແພດຂອງມະຫາວິທະຍາໄລ ການຂົນສົ່ງຊຽງໄຮ້, ຮອງປະທານບໍລິສັດ ເອເຊຍໂຕບາໂຄພ້ອມດ້ວຍຜູ້ອໍານວຍການບໍລິສັດ ໂດຍການເປັນກຽດເຂົ້າຮ່ວມເປັນປະທານ ແລະ ສັກຂີພິຍານຂອງ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມພິທີດັ່ງກ່າວ.
ແຫຼ່ງຂ່າວ:ຂ່າວສານກະສິກຳ,ປ່າໄມ້ແລະພັດທະນາຊົນນະບົດ