ຂ່າວສານຫວຽດນາມລາຍງານວ່າ: ຫ້ອງການສະຖິຕິ ແລະ ຂໍ້ມູນແຫ່ງຊາດຂອງກູບາ (ONEI) ໃຫ້ຮູ້ວ່າ: ອັດຕາເງິນເຟີ້ປະຈຳປີຂອງຕະຫຼາດທີ່ເປັນທາງການຢູ່ທີ່ລະດັບ 30,78% ໃນເດືອນມິຖຸນາ 2024, ໜ້ອຍກວ່າເຄິ່ງເປີເຊັນ ເມື່ອທຽບໃສ່ກັບເດືອນກ່ອນໜ້ານີ້.
ຂ່າວລະບຸວ່າ: ດັດຊະນີລາຄາຜູ້ບໍລິໂພກໃນເດືອນມິຖຸນາ 2024 ເພີ່ມຂຶ້ນ 2,22% ເມື່ອທຽບກັບເດືອນພຶດສະພາ 2024 ແລະ ເພີ່ມຂຶ້ນສະສົມ 17,8% ນັບຕັ້ງແຕ່ຕົ້ນປີຈົນເຖິງປັດຈຸບັນ.
ປະເພດເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ຢາສູບ ແມ່ນປະເພດທີ່ມີການເພີ່ມຂຶ້ນສູງສຸດ 46,48%, ຮອງລົງມາແມ່ນຮ້ານອາຫານ ແລະ ໂຮງແຮມ 36,73%, ການຂົນສົ່ງ 35,84%, ອາຫານ ແລະ ເຄື່ອງດື່ມທີ່ບໍ່ມີທາດເຫຼົ້າ 35,32%, ສິນຄ້າ ແລະ ການບໍລິການ 26,13%.ສືບຕໍ່ທ່າອ່ຽງໃນຊຸມເດືອນທີ່ຜ່ານມາ, ອຸດສາຫະກໍາຜະລິດຕະພັນສ່ວນໃຫຍ່ໄດ້ເພີ່ມຂຶ້ນຫຼາຍກວ່າ 10%. ສອງປະເພດທີ່ມີການເພີ່ມຂຶ້ນຂອງລາຄາຕໍ່າ ແມ່ນສາທາລະນະສຸກ 0,95% ແລະ ການສື່ສານ 0,73%.
ບົດລາຍງານຂອງ ONEI ໄດ້ສະແດງໃຫ້ເຫັນວ່າ, ພາກເອກະຊົນຍັງຄົງແມ່ນພາກສ່ວນນ້ອຍ ຢູ່ໃນ ກູບາ, ເຖິງວ່າຈະມີການຂະຫຍາຍຕົວນັບແຕ່ປະເທດນີ້ໄດ້ຮັບອະນຸຍາດໃຫ້ສ້າງວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງໃນປີ 2021, ໃນສະພາບການທີ່ພວມເລັ່ງລັດການປັບປຸງ ແລະ ຂະຫຍາຍບັນດາຂະແໜງເສດຖະກິດໃຫ້ທັນສະໄໝ.
ລັດຖະບານ ກູບາ ໄດ້ຕັດສິນໃຈເປີດເສດຖະກິດສ່ວນໃຫຍ່ໃຫ້ພາກເອກະຊົນ, ຍົກເວັ້ນພາກສ່ວນຍຸດທະສາດ ເຊັ່ນ: ສາທາລະນະສຸກ, ໂທລະຄົມ, ພະລັງງານ, ປ້ອງກັນປະເທດ ຫຼື ໜັງສືພິມ. ມາຮອດປັດຈຸບັນ, ມີວິສາຫະກິດເອກະຊົນເກືອບ 11.000 ແຫ່ງໄດ້ຮັບການສ້າງຕັ້ງ.
ການພັດທະນາຂະແໜງວິສາຫະກິດຂະໜາດນ້ອຍ ແມ່ນສ່ວນໜຶ່ງຂອງຍຸດທະສາດປັບປຸງບັນດາຂະແໜງເສດຖະກິດ, ຫັນບັນດາຮູບແບບການຄຸ້ມຄອງທຸລະກິດ ຢູ່ ກູບາ, ແນໃສ່ປົດປ່ອຍທ່າແຮງການຜະລິດເພື່ອຊຸກຍູ້ສະພາບການເສດຖະກິດ - ສັງຄົມຢູ່ໃນປະເທດ.