ຂ່າວສານຊີອາໄອລາຍງານໃນວັນທີ 21 ກໍລະກົດ ຜ່ານມາ, “ຂໍ້ຕົກລົງຂອງຄະນະກຳມະການສູນກາງພັກກອມມູນິດຈີນກ່ຽວກັບການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ເພື່ອຊຸກຍູ້ຄວາມທັນສະໄໝແບບຈີນ”ທີ່ໄດ້ຮັບການຄົ້ນຄວ້າພິຈາລະນາແລະ ຮັບຮອງເອົາໂດຍກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ສະໄໝທີⅩⅩນັ້ນໄດ້ປະກາດຢ່າງເປັນທາງການ. ນັກວິເຄາະເຫັນວ່າ: ນີ້ເປັນການສົ່ງສັນຍານຢ່າງຊັດເຈນກ່ຽວກັບຈີນຈະເປີດກວ້າງການເປີດປະຕູສູ່ພາຍນອກ, ແຜນວາດໃໝ່ດ້ານການປະຕິຮູບຂອງຈີນຈະສ້າງຜົນປະໂຫຍດໃໝ່ດ້ານການເປີດປະຕູສູ່ພາຍນອກໃຫ້ຫຼາຍກວ່າເກົ່າ.
ການເປີດປະຕູສູ່ພາຍນອກເປັນສັນຍາລັກອັນຈະແຈ້ງຂອງຄວາມທັນສະໄໝແບບຈີນ. ເລີ່ມຈາກການສ້າງຕັ້ງເຂດທົດລອງການຄ້າເສລີ 22 ແຫ່ງ, ການສ້າງທ່າການຄ້າເສລີໄຫຫຼຳ ຈົນຮອດການສຸມກຳລັງຊຸກຍູ້ສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ໃຫ້ມີຜົນບັງຄັບໃຊ້; ເລີ່ມຈາກການຫຼຸດບັນຊີທາງລົບກ່ຽວກັບການອະນຸມັດເຂົ້າສູ່ຕະຫຼາດສຳລັບທຶນຕ່າງປະເທດຫຼາຍເທື່ອ ຈົນຮອດການເປີດກວ້າງການອະນຸມັດໃນດ້ານໂທລະຄົມ, ການປິ່ນປົວແລະຂະແໜງການບໍລິການອື່ນໆ; ເລີ່ມຈາກການຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງຈົນຮອດການສ້າງເວທີສາກົນຕ່າງໆ ເຊັ່ນ: ງານວາງສະແດງສິນຄ້ານຳເຂົ້າສາກົນຈີນ, ງານຕະຫຼາດນັດການຄ້າການບໍລິການສາກົນຈີນ, ງານວາງສະແດງສິນຄ້າອຸປະໂພກ-ບໍລິໂພກສາກົນຈີນແລະອື່ນໆ…… ທັງໝົດເຫຼົ່ານີ້ໄດ້ເຮັດໃຫ້ຈີນແລະ ໂລກເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງແບບບໍ່ເຄີຍມີມາກ່ອນ.
ສິ່ງທີ່ຈີນແລະໂລກຮ່ວມກັນຊົມໃຊ້ນັ້ນ, ກ່ອນອື່ນແມ່ນຕະຫຼາດທີ່ມີຂະໜາດໃຫຍ່ພິເສດ. ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ສະໄໝທີⅩⅩສະເໜີວ່າ: ຈະຍົກສູງສະມັດຖະພາບການເປີດປະຕູສູ່ພາຍນອກໃນຂະບວນການເປີດກວ້າງການຮ່ວມມືສາກົນ ໂດຍອີງໃສ່ທ່າແຮງຂອງຕະຫຼາດທີ່ມີຂະໜາດໃຫຍ່ພິເສດ. ນີ້ໝາຍຄວາມວ່າ: ຈີນກຳລັງພະຍາຍາມເປີດປະຕູສູ່ພາຍນອກໃຫ້ນັບມື້ນັບກວ້າງກວ່າເກົ່າ.
ສິ່ງທີ່ສຳຄັນກວ່ານັ້ນຄື: ການເປີດປະຕູສູ່ພາຍນອກຂອງຈີນກຳລັງເລີ່ມຈາກການເປີດປະຕູສູ່ພາຍນອກແບບການເຄື່ອນຍ້າຍຂອງສິນຄ້າ ແລະປັດໄຈ ກ້າວໄປສູ່ການເປີດປະຕູສູ່ພາຍນອກແບບລະບຽບການ ເຊັ່ນ: ກົດລະບຽບ, ລະບຽບການ, ການບໍລິຫານ, ມາດຕະຖານແລະອື່ນໆຢ່າງໝັ້ນທ່ຽງ.
ການເປີດປະຕູສູ່ພາຍນອກບໍ່ພຽງແຕ່ຕ້ອງ “ຊວນເຂົ້າມາ” ເທົ່ານັ້ນ, ຍັງຕ້ອງ “ໄປສູ່ພາຍນອກ” ອີກດ້ວຍ. ປັດຈຸບັນ, “ຜະລິດຕະພັນໃໝ່ 3 ຢ່າງ” ຂອງຈີນຄື: ລົດພະລັງງານໃໝ່, ໝໍ້ໄຟລີທຽມແລະຜະລິດຕະພັນທີ່ນຳໃຊ້ພະລັງງານແສງຕາເວັນກຳລັງໄດ້ຮັບຄວາມນິຍົມຢູ່ຕ່າງປະເທດຊຶ່ງເປັນການເພີ່ມການສະໜອງທີ່ມີຄຸນນະພາບໃຫ້ແກ່ໂລກພ້ອມທັງຊຸກຍູ້ການຫັນປ່ຽນຮູບການພັດທະນາແລະການຍົກລະດັບຂອງເສດຖະກິດທ້ອງຖິ່ນ.
ສາມາດເວົ້າໄດ້ວ່າ: ຈີນຈະເດັດດ່ຽວຊຸກຍູ້ການສ້າງຄວາມທັນສະໄໝແບບຈີນດ້ວຍການເປີດປະຕູສູ່ພາຍນອກໃນລະດັບສູງ ພ້ອມທັງສ້າງຜົນປະໂຫຍດດ້ານການເປີດປະຕູສູ່ພາຍນອກແກ່ໂລກໃຫ້ນັບມື້ນັບຫຼາຍກວ່າເກົ່າ.