ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 22 ກໍລະກົດ ຜ່ານມາ ຢູ່ ຮ່າໂນ້ຍ, ທ່ານ ຟ້າມມິງຈິງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ກ່ຽວກັບສະພາບການຜັນຂະຫຍາຍໂຄງການຕິດຕັ້ງສາຍສົ່ງໄຟຟ້າ 500 kV ຕາຂ່າຍ 3 (ໂຟໂນ້ຍ, ຮຶງອຽນ ເຖິງ ກວາງແຈກ, ກວາງບິງ) ຜ່ານແຂວງແທັງຮວາ,ເງະອານ ແລະ ຮ່າຕິງ.
ໂຄງການສາຍສົ່ງໄຟຟ້າ 500 kV ແຕ່ ກວາງແຈກ ຮອດ ໂຟໂນ້ຍ ແມ່ນມີຄວາມໝາຍສຳຄັນໃນການຍົກລະດັບຄວາມສາມາດໃນການສົ່ງໄຟຟ້າຂອງລະບົບໄຟຟ້າແຫ່ງຊາດ, ຮັບປະກັນຄວາມເປັນເຈົ້າການ, ບໍລິຫານ, ຄວາມດຸ່ນດ່ຽງໃນການສະໜອງໄຟຟ້າລະຫວ່າງບັນດາເຂດ, ພາກ ແລະ ຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ.
ທ່ານ ຟ້າມມິງຈິງ ຢັ້ງຢືນວ່າ: ສາຍສົ່ງໄຟຟ້າ 500 kV ຕາຂ່າຍ 3 ແຕ່ ກວາງແຈກ ຫາ ໂຟໂນ້ຍ ແມ່ນໂຄງການຈຸດສຸມທີ່ມີຄວາມໝາຍສຳຄັນດ້ານເສດຖະກິດ - ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບແຫ່ງຊາດ ແລະ ການຊ່ວຍເຫຼືອສັງຄົມ. ທ່ານຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ຫົວໜ່ວຍສູ້ຊົນປະຕິບັດສຳເລັດໂຄງການເພື່ອສະເຫຼີມສະຫຼອງ 79 ປີແຫ່ງວັນປະຕິວັດ ເດືອນສິງຫາ ແລະ ວັນຊາດ ຫວຽດນາມ (ຄືວັນທີ 2 ກັນຍາ 1945 - 2024).