ໂດຍ: ພູວັນ
ຕະຫຼອດໄລຍະແຫ່ງການຕໍ່ສູ້ປົດປ່ອຍຊາດແລະປົກປັກຮັກສາປະເທດຊາດ, ແມ່ຍິງລາວບັນດາເຜົ່າມີມູນເຊື້ອຕໍ່ສູ້ພິລະອາດຫານ,ມູນເຊື້ອດຸໝັ່ນຂະຫຍັນພຽນໃນການອອກແຮງງານແລະມູນເຊື້ອອະນຸລັກວັດທະນະທຳອັນດີງາມຂອງຊາດ ແລະຂອງແມ່ຍິງລາວ; ແມ່ຍິງມີບົດບາດສໍາຄັນຕົ້ນຕໍໃນການອະນຸລັກຮັກສາວັດທະນະທຳອັນດີງາມສະແດງອອກໃນກິລິຍາມາລະຍາດ, ການນຸ່ງຖືແຕ່ງກາຍ, ການຮ້ອງລຳທຳເພງ, ການຟ້ອນ, ການຈັດຕັ້ງພິທີກຳທາງສາສະໜາ, ຮີດຄອງປະເພນີແລະອື່ນໆ... ເອື້ອຍນ້ອງແມ່ຍິງໄດ້ກາຍເປັນຜູ້ສືບທອດໃນການປົກປັກຮັກສາມູນມໍລະດົກວັດທະນະທຳອັນດີງາມຂອງຊາດຖ່າຍທອດຈາກຮຸ່ນສູ່ຮຸ່ນຈົນເທົ່າທຸກວັນນີ້.
ປະທານໄກສອນພົມວິຫານໄດ້ໂອ້ລົມຕໍ່ກອງປະຊຸມໃຫຍ່ຄັ້ງປະຫວັດສາດຂອງແມ່ຍິງລາວທົ່ວປະເທດຄັ້ງວັນທີ21-24ມີນາ1984 ແລະກຳນົດ 5 ຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວຄື: 1. ແມ່ຍິງລາວມີຄວາມດຸໝັ່ນຂະຫຍັນພຽນໃນການອອກແຮງານ, ມີນ້ຳໃຈປະຢັດສັດທ່ຽງ, ການໃຊ້ຈ່າຍມີການຄິດໄລ່ຈົ່ງຢອມ, ຮັກສາມູນມັງໄວ້ໃຫ້ລູກເຕົ້າ; 2. ມີຄວາມບໍລິສຸດຜຸດຜ່ອງ, ແພງລູກ, ຮັກຜົວ, ຍອມທົນທຸກ, ທົນຍາກ, ຍອມເສຍສະຫຼະເພື່ອຄວາມສຸກຂອງຄອບຄົວ, ລູກ, ຜົວ; ສຶກສາອົບຮົມລູກເຕົ້າຢ່າງໃກ້ຊິດທັງໃຫ້ຄວາມອົບອຸ່ນເປັນກຳລັງໃຈໃຫ້ລູກ, ຜົວແລະເປັນເຈົ້າການໃນການປັບປຸງຊີວິດການເປັນຢູ່ພາຍໃນຄອບຄົວໃຫ້ດີຂຶ້ນເລື້ອຍໆ; 3. ມີນ້ຳໃຈເອື້ອເຟື້ອເຜື່ອແຜ່, ຮັກແພງຊ່ວຍເຫຼືອຕຸ້ມຫໍ່ກັນ, ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນເພື່ອສົ່ງເສີມກັນໃຫ້ມີການພັດທະນາໃນທຸກດ້ານ;4. ມີນ້ຳໃຈຮັກຊາດແພງເຊື້ອ, ຮັກບ້ານເກີດເມືອງນອນ, ປົກປັກຮັກສາແລະສືບທອດມູນເຊື້ອອັນດີງາມຂອງຊາດແລະຂອງແມ່ຍິງ, ເສີມຂະຫຍາຍຜົນງານແລະທ່າແຮງບົ່ມຊ້ອນຂອງຕົນເພື່ອເຮັດສຳເລັດໜ້າທີ່ຕໍ່ການຈັດຕັ້ງແລະປະຊາຊົນມອບໝາຍໃຫ້; 5. ມີກິລິຍາມາລະຍາດອ່ອນຫວານ, ຮັກສາມູນມໍລະດົກແລະອະນຸລັກຮັກສາວັດທະນະທຳອັນດີງາມຂອງຊາດເປັນຕົ້ນການນຸ່ງຖື, ການແຕ່ງກາຍ, ການພົວພັນໃນຄອບຄົວ-ສັງຄົມແລະອື່ນໆ.
ພ້ອມນັ້ນຖືສໍາຄັນຕໍ່ການປະຕິບັດຄຳຂວັນ, ຂໍ້ແຂ່ງຂັນ3ດີຕິດພັນກັບຂະບວນແຂ່ງຂັນຮັກຊາດແລະພັດທະນາ, ການສ້າງຄອບຄົວແລະບ້ານແມ່ຍິງ3ດີຕິດພັນກັບການສ້າງບ້ານພັດທະນາຕາມທິດ3ສ້າງໃຫ້ເປັນຂະບວນກ້ວາງຂວາງເພື່ອພັດທະນາການຈັດຕັ້ງ, ສະມາຊິກສະຫະພັນແມ່ຍິງ, ແມ່ຍິງບັນດາເຜົ່າ, ສ້າງສະຖາບັນຄອບຄົວແລະສັງຄົມໃຫ້ມີຄວາມສະຫງົບ, ປອດໄພເພື່ອບຸກທະລຸການພັດທະນາທັງສີ່ດ້ານ (ຮ່າງກາຍ, ແນວຄິດຈິດໃຈ, ການສຶກສາ, ວິຊາຊີບແລະສີມືແຮງງານ), ຜັນຂະຫຍາຍທິດຊີ້ນໍາຂອງພັກແລະລັດທີ່ວ່າ: “ມອບໃຫ້ສະຫະພັນແມ່ຍິງແຕ່ລະຂັ້ນປະສານສົມທົບຢ່າງກົມກຽວກັບທຸກພາກສ່ວນກ່ຽວຂ້ອງເພື່ອສົມທົບຢ່າງແໜ້ນແຟ້ນລະຫວ່າງຄອບຄົວ, ໂຮງຮຽນ, ສະຖາບັນການສຶກສາແລະສັງຄົມໃນການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບ, ຮູ້ພັດທະນາຕົນເອງ, ຮູ້ພັດທະນາປະເທດຊາດໃຫ້ມີຄວາມກ້າວໜ້າແລະຍືນຍົງ, ສ້າງຄ່ານິຍົມທີ່ກ້າວໜ້າແລະຖືກຕ້ອງ, ຮັກປະເທດຊາດ, ຮັກບ້ານເກີດເມືອງນອນເພື່ອພ້ອມກັນສຶກສາອົບຮົມບົ່ມເພາະກໍ່ສ້າງແມ່ຍິງລາວບັນດາເຜົ່າຜູ້ສືບທອດໃຫ້ກາຍເປັນລູກສາວຜູ້ປະເສີດຂອງພັກແລະຂອງປະເທດຊາດ”.