ທ່ານ ງາມປະສົງ ເມືອງມະນີລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ(ຍທຂ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ ຟັ່ງ ຫົງ (H.E. Mrs. FANG Hong) ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວຫວ່າງບໍ່ດົນມານີ້ ທີ່ກະຊວງ ຍທຂ,ໃນໂອກາດທີ່ຖືກແຕ່ງຕັ້ງໃຫ້ດຳລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດຄົນໃໝ່.
ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມຊົມເຊີຍຕໍ່ ທ່ານ ນາງ ຟັ່ງ ຫົງ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ຄົນໃໝ່ຊຶ່ງສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຈາກ ພັກ, ລັດຖະບານ ແລະ ປະຊາຊົນຈີນ ໃຫ້ມາປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.
ທ່ານລັດຖະມົນຕີ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ທີ່ມີມູນເຊື້ອອັນດີງາມລະຫວ່າງ ສອງພັກ, ສອງລັດ, ປະຊາຊົນສອງຊາດ ລາວ-ຈີນ. ໂດຍສະເພາະການຮ່ວມມືທາງດ້ານຄົມມະນາຄົມຂົນສົ່ງ. ພາຍຫຼັງການເປີດນຳໃຊ້ ເສັ້ນທາງລົດໄຟ ລາວ-ຈີນ ແມ່ນເຮັດໃຫ້ລະບົບການຂົນສົ່ງ ຂອງ ສປປ ລາວ ຍົກລະດັບຂຶ້ນໄປອີກບາດກ້າວໜຶ່ງເຮັດໃຫ້ ສປປ ລາວ ເປັນປະຕູດ້ານໜ້າ ທີ່ເຊື່ອມຈອດ ລະຫວ່າງເສດຖະກິດອາຊຽນ ແລະ ເສດຖະກິດທີ່ໃຫຍ່ ຂອງ ສປ ຈີນ, ທັງເປັນປະໂຫຍດອັນສູງສຸດ ໃຫ້ແກ່ປະຊາຊົນ 2 ປະເທດ, ເຮັດໃຫ້ຄ່າໃຊ້ຈ່າຍໃນການເດີນທາງຂອງຜູ້ໂດຍສານ ແລະ ການຂົນສົ່ງສິນຄ້າຫຼຸດລົງ ມີຄວາມສະດວກສະບາຍຫຼາຍຂຶ້ນ ປະລິມານຂົນສົ່ງສິນຄ້າ ແລະ ໂດຍສານ ເພີ່ມຂຶ້ນແຕ່ລະປີ. ການເຊື່ອມຈອດ ແຕ່ລະຮູບແບບຂອງການຂົນສົ່ງ ແມ່ນຈະຫັນເຂົ້າສູ່ການຂົນສົ່ງຫຼາຍຮູບແບບໃນຕໍ່ໜ້າ. ການກໍ່ສ້າງທາງດ່ວນ ວຽງຈັນ-ບໍ່ເຕ່ນ ແມ່ນໄດ້ສຳເລັດໄລຍະທີ 1 ແລະ ເປີດນຳໃຊ້ໃນທ້າຍປີ 2020. ໂດຍການສຶກສາ ຄວາມເປັນໄປໄດ້ໄລຍະທີ 4 (ອຸດົມໄຊ-ບໍ່ເຕ່ນ) ຍາວປະມານ 63 ກິໂລແມັດ ແມ່ນຖືກຮັບຮອງແລ້ວ ແລະ ພະຍາຍາມຊຸກຍູ້ໃຫ້ຜູ້ພັດທະນາ ໄດ້ປະຕິບັດໃຫ້ໄວ. ພ້ອມດຽວກັນນີ້, ກໍຊຸກຍູ້ໃຫ້ມີການອຳນວຍຄວາມສະດວກ ທາງດ້ານການຂົນສົ່ງທາງບົກ, ທາງນໍ້າ, ທາງອາກາດ ແລະ ທາງລາງ ຂອງສອງປະເທດໃຫ້ມີຄວາມສະດວກຂຶ້ນຫຼາຍກວ່າເກົ່າ ເພື່ອສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວຂອງ 2 ປະເທດໃຫ້ຫຼາຍຂຶ້ນ.
ໂອກາດນີ້, ທ່ານ ນາງ ຟັ່ງ ຫົງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຂອບໃຈຕໍ່ລັດຖະບານ ສປປ ລາວ ທີ່ໄດ້ຊຸກຍູ້ ແລະ ສະໜັບສະໜູນແກ້ໄຂຫຼາຍຢ່າງ ທີ່ອຳນວຍຄວາມສະດວກ ໃຫ້ແກ່ການນຳໃຊ້ເສັ້ນທາງລົດໄຟລາວ-ຈີນ ເປັນຕົ້ນການພະຍາຍາມແກ້ໄຂບັນຫາທີ່ພົວພັນກັບ ການນຳໃຊ້ເສັ້ນທາງລົດໄຟລາວ-ຈີນ, ການຈັດສັນໃຫ້ພະນັກງານພາສີໄປປະຈຳການ ຢູ່ສະຖານີວຽງຈັນໃຕ້, ການຈັດສັນພື້ນທີ່ພັດທະນາປິ່ນອ້ອມ. ພ້ອມດຽວກັນນັ້ນ, ທ່ານເອກອັກຄະລັດຖະທູດ ໃຫ້ຄວາມໝາຍໝັ້ນວ່າຈະເຮັດວຽກຮ່ວມກັບ ລັດຖະບານ ສປປ ລາວ ກໍຄືກັບກະຊວງຍທຂ ໃນການພັດທະນາໂຄງລ່າງພື້ນຖານຢ່າງໃກ້ຊິດ ໃນທຸກຂະແໜງການ ໂຍທາທິການ ແລະ ຂົນສົ່ງ.
ຂ່າວ-ພາບ: ຍທຂ