ທ່ານ ພັທ ທອງລິນ ໄຊອຸດົມ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 16 ສະໄໝທີ VII ວ່າ: ໃນ 6 ເດືອນຕົ້ນປີ 2024 ເມືອງແກ່ນທ້າວ ມີຄະດີເກີດຂຶ້ນ 50 ກວ່າເລື່ອງ, ມີຜູ້ກະທໍາຜິດ 70 ກວ່າຄົນ, ຍິງ 5 ຄົນ. ໃນນີ້, ຄະດີຢາເສບຕິດມີໄວ້ໃນຄອບຄອງ (ປະເພດຢາບ້າ) 33 ເລື່ອງ, ມີ 30 ກວ່າຄົນ, ຍິງ 2 ຄົນ, ຢຶດຂອງກາງຢາບ້າໄດ້ທັງໝົດ 22.245 ເມັດ, ຄະດີອາຍາ 21 ເລື່ອງ, ກັກຕົວຜູ້ກະທໍາຜິດໄດ້ 40 ກວ່າຄົນ, ຍິງ 3 ຄົນ, ເດັ່ນກວ່າໝູ່ແມ່ນຄະດີທໍາຮ້າຍຮ່າງກາຍມີ 8 ເລື່ອງ, ກັກຕົວຜູ້ກະທໍາຜິດໄດ້ 20 ກວ່າຄົນ, ຄະດີທໍາມິດສະຈານ 2 ເລື່ອງ, ກັກຕົວຜູ້ກະທໍາຜິດ 4 ຄົນ, ຍິງ 2 ຄົນ, ຄະດີຂົ່ມຂືນທໍາຊໍາເລົາ 2 ເລື່ອງ, ກັກຕົວຜູ້ກະທໍາຜິດໄດ້ 2 ຄົນ, ຄະດີປິດບັງການກະທໍາຜິດຂອງຜູ້ອື່ນ 1 ເລື່ອງ, ມີ 1 ຄົນ, ຄະດີທໍາລາຍຫຼັກຖານ 1 ເລື່ອງ, ກັກຕົວຜູ້ກະທໍາຜິດ 1 ຄົນ, ມີສ່ວນພົວພັນຄ້າ-ຂາຍຢາເສບຕິດ 1 ເລື່ອງ, ກັກຕົວຜູ້ກະທໍາຜິດ 1 ຄົນ, ຍິງ 1 ຄົນ, ຄະດີສໍ້ໂກງຊັບ 1 ເລື່ອງ, ກັກຕົວຜູ້ກະທໍາຜິດ 1 ຄົນ, ຄະດີຄາດຕະກໍາ 1 ເລື່ອງ, ກັກຕົວຜູ້ກະທໍາຜິດ 1 ຄົນ, ເຮັດໃຫ້ຜູ້ອື່ນເສຍຊີວິດດ້ວຍຄວາມບໍ່ລະມັດລະວັງ 1 ເລື່ອງ, ກັກຕົວຜູ້ກະທໍາຜິດ 1 ຄົນ, ຄະດີລັກຊັບ 1 ເລື່ອງ, ກັກຕົວຜູ້ກະທໍາຜິດ 1 ຄົນ, ຄະດີລັກງັດແງະ 1 ເລື່ອງ, ກັກຕົວຜູ້ກະທໍາຜິດ 1 ຄົນ ແລະ ຄະດີຊີງຊັບ 1 ເລື່ອງ, ກັກຕົວຜູ້ກະທໍາຜິດ 1 ຄົນ. ນອກຈາກນີ້, ຍັງມີອຸບັດເຫດເກີດຂຶ້ນທັງໝົດ 20 ກວ່າເລື່ອງ, ມີຜູ້ບາດ ເຈັບ 36 ຄົນ, ຍິງ 18 ຄົນ, ພາຫະນະເປ່ເພ 41 ຄັນ ລວມມູນຄ່າເສຍຫາຍ 545 ລ້ານກີບ. ຂ່າວ: ແກ່ນທ້າວ