ສະຫະພັນແມ່ຍິງເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ( 20 ກໍລະກົດ 1955-20 ກໍລະກົດ 2024 ) ຂຶ້ນໃນວັນທີ 18 ກໍລະກົດຜ່ານມາ ທີ່ສະ ໂມສອນເມືອງ ໂດຍການໃຫ້ກຽດເປັນປະທານຂອງທ່ານ ຊັບພະທີບ ໄຊຍະວົງ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ມີປະທານ, ຮອງປະທານສະຫະພັນແມ່ຍິງເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານນາງ ດວງວັນດອນ ໄຊຍະລາດ ປະທານສະຫະພັນແມ່ຍິງເມືອງ ໄດ້ຍົກໃຫ້ເຫັນມູນເຊື້ອການກຳ ເນີດເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນແມ່ຍິງລາວ ຕະຫຼອດໄລຍະທີ່ຜ່ານມາ ຊຶ່ງແມ່ຍິງລາວຈຳນວນຫຼວງ ຫຼາຍໄດ້ເຂົ້າຮ່ວມຂະບວນການລຸກຮື້ຂຶ້ນຢຶດອຳນາດຈາກພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ ເພື່ອໃຫ້ຄອບຄົວລູກຜົວຫຼຸດພົ້ນອອກຈາກການກົດຂີ່ທີ່ໂຫດຮ້າຍປ່າເຖື່ອນຂອງສັດຕູ, ແມ່ຍິງລາວມີຄວາມອົງອາດກ້າຫານ, ມີນ້ຳໃຈເສຍສະຫຼະ ແລະ ຈົງຮັກພັກດີຕໍ່ປະເທດຊາດ ພາຍໃຕ້ການນຳພາຂອງພັກ ແລະ ໄດ້ຮັບຜົນສະທ້ອນຈາກຂະບວນການຕໍ່ສູ້ປະຕິວັດຂອງແມ່ຍິງໃນທົ່ວໂລກ ທີ່ເລັ່ງທວງໃຫ້ປະຕິບັດສິດເສລີພາບ, ຄວາມສະ ເໝີພາບລະຫວ່າງຍິງ-ຊາຍ ທາງດ້ານການເມືອງ-ເສດຖະກິດ, ວັດທະນະທໍາ-ສັງຄົມເທື່ອລະກ້າວ. ດັ່ງນັ້ນຈຶ່ງໄດ້ກຳນົດເອົາວັນທີ 20 ກໍລະກົດ 1955 ພັກໄດ້ຈັດຕັ້ງໜ່ວຍຄົ້ນຄ້ວາວຽກງານແມ່ຍິງຂຶ້ນຢ່າງເປັນທາງການ ຊຶ່ງແມ່ນຕົ້ນກຳເນີດຂອງອົງການສະຫະພັນແມ່ຍິງລາວໃນປັດຈຸບັນ.
ໂອກາດນີ້, ທ່ານ ຊັບພະທີບ ໄຊຍະວົງ ໄດ້ໃຫ້ກຽດໂອ້ລົມໂດຍທ່ານໄດ້ເລັງເຫັນຄວາມສຳຄັນຂອງ ແມ່ຍິງໃນທຸກອົງການ, ສຳນັກງານ, ກຸ່ມບ້ານ ເພີ່ມທະວີຄວາມເປັນເຈົ້າການໃນການຮັກສາຮີດຄອງປະເພນີລາວ ແລະ ສົ່ງເສີມບົດບາດຍິງ-ຊາຍໃຫ້ສູງເດັ່ນຂຶ້ນໃນສັງຄົມ, ພັດທະນາຕົນເອງໃຫ້ມີຄວາມຮູ້ຢ່າງຮອບດ້ານເພື່ອພັດທະນາອົງການສະຫະພັນແມ່ຍິງລາວໃຫ້ທັນກັບພາກພື້ນ ແລະ ສາກົນ. ໃນພິທີໄດ້ຮັບຊົມການສະແດງສິລະປະ, ການເດີນແບບຂອງເອື້ອຍນ້ອງແມ່ຍິງພາຍໃນເມືອງ ແລະ ການແຂ່ງຂັນກິລາມວນຊົນຕ່າງໆ ເພື່ອສ້າງບັນຍາກາດ ແລະ ຄວາມສາມັກຄີຕື່ມອີກ. ຂ່າວ: ຈອມເພັດ ດິດຝືກຝົນ