ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນສະບັບປີ 2015 ໄດ້ຈັດຂຶ້ນໃນວັນທີ 23 ກໍລະກົດນີ້ ທີ່ແຂວງຜົ້ງສາລີ, ພາຍໃຕ້ການເປັນປະທານ ແລະ ກ່າວເປີດຂອງ ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງຫົວໜ້າໂຄສະນາອົບຮົມສູນກາງພັກ, ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ, ມີບັນດາປະທານຄະນະປະຈໍາສະພາປະຊາຊົນແຂວງ, ຕາງໜ້າກຸ່ມຂົງເຂດການຈັດຕັ້ງພັກ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ລາວປາວຊົ່ງ ນະວົງໄຊ ໄດ້ກ່າວວ່າ: ຈຸດປະສົງຕົ້ນຕໍຂອງກອງປະຊຸມຄັ້ງນີ້, ແມ່ນສະຫຼຸບຕີລາຄາການຈັດຕັ້ງປະຕິບັດລັດຖະທໍາມະນູນໃນໄລຍະ 9 ປີ ທີ່ຜ່ານມາ ໃຫ້ເຫັນໄດ້ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຜົນສຳເລັດ, ບັນຫາຄົງຄ້າງ ພ້ອມທັງສາເຫດ, ບົດບັນຍັດທີ່ສອດຄ່ອງ ຫຼື ບໍ່ສອດຄ່ອງ, ບົດຮຽນ ແລະ ບັນຫາຕັ້ງຂຶ້ນ ເພື່ອເປັນຂໍ້ມູນໃຫ້ແກ່ການຄົ້ນຄວ້າ, ປັບປຸງເນື້ອໃນຂອງລັດຖະທໍາມະນູນສະບັບປີ 2015 ໃຫ້ຖືກຕ້ອງ, ຄົບຖ້ວນ, ສອດຄ່ອງ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງໄດ້, ສໍາລັບເນື້ອໃນກອງປະຊຸມແມ່ນໄດ້ຮັບຟັງການສະເໜີບົດສະຫຼຸບປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນ ສະບັບປີ 2015; ຮັບຟັງການປະກອບຄຳເຫັນຂອງບັນດາທ່ານຈາກພາກສ່ວນຕ່າງໆ ລວມທັງຂໍ້ສະເໜີຕໍ່ກັບການປັບປຸງເນື້ອໃນຂອງລັດຖະທຳມະນູນ. ນອກນັ້ນ, ກອງປະຊຸມຄັ້ງນີ້ຍັງເປັນການແລກປ່ຽນຄໍາຄິດຄໍາເຫັນ ຊຶ່ງກັນ ແລະ ກັນ ເພື່ອຈັດຕັ້ງປະຕິບັດວຽກງານປັບປຸງລັດຖະທຳມະນູນໃຫ້ທັນເວລາຂອງກົມການເມືອງສູນກາງພັກໄດ້ອອກມະຕິວ່າດ້ວຍການແຕ່ງຕັ້ງຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ ໂດຍແມ່ນທ່ານ ໄຊສົມພອນ ພົມວິຫານປະທານສະພາແຫ່ງຊາດ ເປັນປະທານຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ແລະ ວາງແຜນການປັບປຸງລັດຖະທຳມະນູນແຕ່ນີ້ຫາປີ 2025 ທັງແຕ່ງຕັ້ງກອງເລຂາ ແລະ ອະນຸກຳມະການຕ່າງໆ ເພື່ອຈັດຕັ້ງປະຕິບັດວຽກງານປັບປຸງລັດຖະທຳມະນູນ ແລະ ປະຕິບັດຕາມມາດຕາ 124, 125 ຂອງກົດໝາຍວ່າດ້ວຍການສ້າງນິຕິກໍາຄະນະກຳມະການລະດັບຊາດ ປັບປຸງລັດຖະທໍາມະນູນ ໄດ້ວາງແຜນການດຳເນີນການປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນໃນຂອບເຂດທົ່ວປະເທດ. ໃນນີ້, ຢູ່ຂັ້ນສູນກາງໄດ້ຈັດກອງປະຊຸມປະເມີນຕາມຂົງເຂດວຽກງານຄື: ຂົງເຂດອົງການຈັດຕັ້ງພັກ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການມະຫາຊົນ; ຂົງເຂດເສດຖະກິດ-ສັງຄົມ; ຂົງເຂດການປົກຄອງ ແລະ ຍຸຕິທຳ ຫຼື ອໍານາດລັດ; ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ຊຶ່ງການປະເມີນຜົນຢູ່ຈຸດດັ່ງກ່າວແມ່ນໄດ້ສຳເລັດໃນເດືອນກໍລະກົດ 2024, ຜ່ານການຈັດຕັ້ງການປະເມີນເຫັນວ່າມີບັນຍາກາດຟົດຟື້ນດີ, ໄດ້ມີການປະກອບຄຳເຫັນຂອງຜູ້ຕາງໜ້າອົງການຈັດຕັ້ງທີ່ເຂົ້າຮ່ວມ ຊຶ່ງເປັນການສັງລວມຄວາມຄິດເຫັນຈາກແຕ່ລະຂົງເຂດ ໃນການຈັດຕັ້ງປະຕິບັດລັດຖະທຳມະນູນ ໂດຍສະເພາະການຜັນຂະຫຍາຍການໂຄສະນາ ແລະ ການປະຕິບັດເຂົ້າສູ່ລວງເລິກໃນແຕ່ລະຂົງເຂດ.ສໍາລັບຢູ່ຂັ້ນທ້ອງຖິ່ນ ແມ່ນໄດ້ຈັດກອງປະຊຸມປະເມີນຢູ່ 18 ຈຸດ ຕາມແຂວງ-ນະຄອນຫຼວງໃຫ້ສໍາເລັດໃນເດືອນກໍລະກົດ 2024 ນີ້. ນອກຈາກນີ້ຍັງຈະໄດ້ດຳເນີນການປະເມີນຜົນການປະຕິບັດລັດຖະທຳມະນູນໃນຮູບແບບທາບທາມຄວາມເຫັນທົ່ວໄປ ລວມທັງຜ່ານສື່ມວນຊົນຕ່າງໆ.
ທ່ານ ລາວປາວຊົ່ງ ນະວົງໄຊ ກ່າວຕື່ມວ່າ: ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນຄັ້ງນີ້ ມີຄວາມໝາຍສຳຄັນຫຼາຍ ຍ້ອນວ່າການປະເມີນຜົນການຈັດຕັ້ງປະຕິບັດລັດຖະທໍາມະນູນ ແມ່ນການປະເມີນການຈັດຕັ້ງປະຕິບັດນິຕິກຳສູງສຸດຂອງລັດເຮົາ ຊຶ່ງເປັນກົດໝາຍພື້ນຖານຂອງຊາດ, ລັດຖະທຳມະນູນ ສະບັບທໍາອິດຂອງ ສປປ ລາວ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການໃນປີ 1991, ມາຮອດປັດຈຸບັນ, ໃນໄລຍະຜ່ານມາກໍໄດ້ມີການປັບປຸງ 2 ຄັ້ງ ຄື: ການປັບປຸງປີ 2003 ແລະ ປີ 2015. ລັດຖະທໍາມະນູນສະບັບປີ 2015 ມາຮອດປັດຈຸບັນກໍເປັນເວລາ 9 ປີ ຊຶ່ງໄດ້ເປັນກົດໝາຍພື້ນຖານສໍາຄັນຂອງປະເທດຊາດ, ເປັນບ່ອນອີງໃຫ້ແກ່ການສ້າງ ແລະ ປັບປຸງບັນດາກົດໝາຍ ເພື່ອເປັນເຄື່ອງມືຂອງລັດ ໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ ແລະ ສ້າງເງື່ອນໄຂພື້ນຖານໃຫ້ແກ່ການສ້າງລັດປະຊາທິປະໄຕ ປະຊາຊົນຂອງພວກເຮົາ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍດີຂຶ້ນເທື່ອລະກ້າວ ແລະ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ມີຫຼັກການຂອງພັກໃນໄລຍະໃໝ່.
(ຂ່າວ-ພາບ: ບຸນອູ້ມ)