ເພື່ອເປັນການຈັດຕັ້ງຜັນຂະຫຍາຍ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກົມໂຄສະນາ ສູນກາງແນວລາວສ້າງຊາດ ແລະ ບໍລິສັດ ກາຣູດາ ມີເດຍ ຈໍາກັດ ທີ່ໄດ້ເຊັນສັນຍາຮ່ວມກັນ ໃຫ້ໄດ້ຮັບປະໂຫຍດສູງສຸດ ຈຶ່ງໄດ້ຈັດກອງປະຊຸມສໍາມະນາການຮ່ວມມື ແລະ ນຳສະເໜີ ວາລະສານ ລາວສ້າງຊາດໄດ້ຈັດຂຶ້ນໃນວັນທີ 22 ກໍລະກົດ ນີ້ ທິ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ຝ່າຍ ລາວນຳໂດຍ ທ່ານນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ; ຝ່າຍຈີນນຳໂດຍທ່ານ ຊຸຍ ດິງ ຄັງ ປະທານບໍລິສັດ ກາຣູດາ ມີເດຍ ຈໍາກັດ ຊຶ່ງມີບັນດາທ່ານ ຄະນະທີ່ປຶກສາວຽກງານຂົນຂວາຍປະຊາຊົນ ພ້ອມດ້ວຍພາກສວ່ນກຽ່ວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ເພື່ອເປັນການນຳສະເໜີ ວາລະສານ ລາວສ້າງຊາດ ສະບັບພິເສດ ກໍຄືສະບັບທີ່ທັງສອງພາກສ່ວນ ໄດ້ຮ່ວມກັນສ້າງຂຶ້ນ ຊຶ່ງເປັນສະບັບທໍາອິດ,ເປັນນິມິດໝາຍ ແລະເປັນໝາກຜົນແຫ່ງການຮ່ວມມື ຂອງທັງສອງຝ່າຍ ແລະ ຈະໄດ້ສືບຕໍ່ຮ່ວມກັນພັດທະນາ ວາລະສານ ລາວສ້າງຊາດ ໃຫ້ດີຂຶ້ນເປັນກ້າວໆ;ເປັນການໂຄສະນາເຜີຍແຜ່ໃຫ້ບັນດາທ່ານຮັບຮູ້ເຖິງເນື້ອໃນການຮ່ວມມື ລະຫວ່າງສູນກາງແນວລາວສ້າງຊາດ ແລະ ບໍລິສັດກາຣູດາມີເດຍ ຈໍາກັດ ກ່ຽວກັບການສ້າງ ແລະປັບປຸງວາລະສານ ລາວສ້າງຊາດ ໃຫ້ມີເນື້ອໃນອຸດົມສົມບູນ ແລະເຜີຍແຜ່ໄດ້ຢ່າງກວ້າງຂວາງສູ່ລະດັບສາກົນ; ເພື່ອສົ່ງເສີມການຈັດຕັ້ງຜັນຂະຫຍາຍ ສາຍພົວພັນຮ່ວມມື ລາວ-ຈີນ, ຈີນ-ລາວ ຕາມແຜນການຮ່ວມມື ໜຶ່ງແລວ ໜຶ່ງເສັ້ນທາງ ແລະ ການປະຕິບັດ ຄູ່ຮ່ວມຊາຕາກໍາລາວ-ຈີນ ຊຶ່ງຈະໄດ້ນໍາເອົາບັນດາບົດປະກອບຄຳເຫັນຈາກພາກສ່ວນຕ່າງໆ ລົງໃນວາລະສານ ສະບັບຕໍ່ໄປຊຶ່ງຈະໄດ້ພິມອອກເປັນສະບັບທໍາອິດໃນເດືອນ 8/2024 ເພື່ອຕ້ອນຮັບກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ທີ່ ສປປລາວເປັນເຈົ້າພາບໃນທ້າຍປີ 2024 ປຶ້ມດັ່ງກ່າວນີ້ຈະແຈກຢາຍເປັນຂອງຂວັນໃຫ້ແກ່ຜູ້ແທນ 10 ປະເທດອາຊຽນ+3 ທີ່ເດີນທາງມາຮ່ວມກອງປະຊຸມດັ່ງກ່າວໂດຍຈະໄດ້ມີການແປເປັນ 3 ພາສາຄື: ພາສາລາວ, ຈີນ, ອັງກິດ. ຄຽງຄູ່ກັນນັ້ນ, ໄດ້ຮັບຟັງການລາຍງານຄວາມເປັນມາໂດຍຫຍໍ້ ກ່ຽວກັບວາລະສານ ລາວສ້າງຊາດ ແລະ ການຮ່ວມມືພັດທະນາວາລະສານ ລາວສ້າງຊາດ; ຈາກນັ້ນ, ໄດ້ຮັບຟັງການປະກອບຄໍາຄິດເຫັນ, ການແລກປ່ຽນບົດຮຽນ, ປະສົບການດ້ານຕ່າງໆຈາກສະມາຄົມມິດຕະພາບລາວ-ຈີນ; ສະພາການຄ້າແລະ ອຸດສາຫະກໍາແຫ່ງຊາດລາວ; ສະພາການຄ້າຈີນປະຈໍາລາວ ແລະພາກສ່ວນທີ່ກ່ຽວຂ້ອງຂອງຝ່າຍຈີນ ແລະ ຝ່າຍລາວຕື່ມອີກ.
(ຂ່າວ-ພາບ: ສນຊ)