ໃນວັນທີ 23 ກໍລະກົດ ນີ້ ທີ່ ສານປະຊາຊົນສູງສຸດ (ສປສສ) ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ສານປະຊາຊົນສູງສຸດ ໄດ້ຈັດພິທີປິດຊຸດຝຶກອົບຮົມ ແລະ ມອບໃບຢັ້ງຢືນ ຜູ້ຊ່ວຍຜູ້ພິພາກສາ ຊຸດທີ XIVໃຫ້ພະນັກງານວິຊາການກົດໝາຍ ຂອງສານປະຊາຊົນ ແລະ ສານທະຫານ ໃນຂອບເຂດທົ່ວປະເທດ ຜູ້ທີ່ມີເງື່ອນໄຂມາດຖານຕາມທີ່ໄດ້ກຳນົດໄວ້ໃນມະຕິ 0132/ຄປຈ, ລົງວັນທີ 4 ທັນວາ 2013 ວ່າດ້ວຍລະບຽບລັດຖະກອນຕຸລາການ ແລະ ແຜນຍຸດທະສາດການພັດທະນາຊັບພະຍາກອນມະນຸດ ໃນຂົງເຂດສານປະຊາຊົນ. ພາຍໃຕ້ການເປັນປະທານ ແລະ ໃຫ້ກຽດມອບໃບຢັ້ງຢືນໂດຍ ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ, ມີແຂກຖືກເຊີນມາຈາກສານທະຫານຂັ້ນສູງ ຫ້ອງການ, ກົມຈັດຕັ້ງ-ພະນັກງານ ແລະ ກົມຮ່ວມມືສາກົນ ສານປະຊາຊົນສູງສຸດເຂົ້າຮ່ວມ.
ທ່ານ ກັ້ງ ເຕັມສົມບັດ ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ສານປະຊາຊົນສູງສຸດ ໄດ້ຂຶ້ນຜ່ານບົດສະຫຼຸບຜົນຂອງການຝຶກອົບຮົມ ຜູ້ຊ່ວຍຜູ້ພິພາກສາ ຊຸດທີ XIVໃນຄັ້ງນີ້ວ່າ:ຊຸດຝຶກອົບໄດ້ໃຊ້ ເວລາ 20 ວັນ. ນັບແຕ່ວັນທີ 25 ມິຖຸນາ ຫາ 23 ກໍລະກົດ 2024 ມີຜູ້ເຂົ້າຮ່ວມທັງໝົດ 30 ທ່ານຍິງ 8 ທ່ານຊຶ່ງໃນນັ້ນມາຈາກສານປະຊາຊົນສູງສຸດ ຈໍານວນ 5 ທ່ານ; ສານປະຊາຊົນພາກກາງ ຈຳນວນ 2 ທ່ານ; ສານປະຊາຊົນ ນະຄອນຫຼວງວຽງຈັນ ຈໍານວນ 11 ທ່ານ; ສານປະຊາຊົນທ້ອງຖິ່ນ ຈໍານວນ 10 ທ່ານ ແລະ ສານທະຫານ ຈໍານວນ 2 ທ່ານ.
ໃນພິທີດັ່ງກ່າວ ທ່ານ ນາງ ວຽງທອງ ສີພັນດອນ ໄດ້ໂອ້ລົມ ແລະ ມີຄຳເຫັນກ່າວປິດຝຶກອົບຮົມ ໂດຍທ່ານໄດ້ຍົກໃຫ້ເຫັນວ່າ: ຊຸດຝຶກອົບຮົມວຽກງານຜູ້ຊ່ວຍຜູ້ພິພາກສາສຸດທີ່ມີ ຄວາມໝາຍສໍາຄັນເປັນຢ່າງຍິ່ງ ສໍາລັບພະນັກງານຂອງສານປະຊາຊົນ ທີ່ກ້າວຂຶ້ນເປັນຜູ້ຊ່ວຍຜູ້ພິພາກສາ ເນື່ອງຈາກວ່າກ່ອນຈະເປັນຜູ້ຊ່ວຍຜູ້ພິພາກສາ ຕ້ອງໄດ້ຜ່ານການຝຶກອົບຮົມກ່ອນ ຊຶ່ງຜູ້ຊ່ວຍຜູ້ພິພາກສາ ແມ່ນບຸກຄົນໜຶ່ງໃນການຊ່ວຍຜູ້ພິພາກສາຄົ້ນຄວ້າສໍານວນຄະດີ ເພື່ອໃຫ້ຜູ້ພິພາກສາເປັນຜູ້ທີ່ຕັດສິນຊີ້ຂາດກ່ຽວກັບຄະດີ ໃຫ້ມີຄວາມຍຸຕິທຳແກ່ສັງຄົມ ແລະ ໃຫ້ຜູ້ຊ່ວຍຜູ້ພິພາກທີ່ຖືກແຕ່ງຕັ້ງໃໝ່ໃຫ້ເອົາໃຈໃສ່ຕື່ມບາງດ້ານດັ່ງນີ້: ໃຫ້ສຶບຕໍ່ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄຸນທາດການເມືອງ, ມີຄຸນສົມບັດ, ສິນທໍາປະຕິວັດ ມີຈັນຍາບັນຈັນຍາທໍາມີຄວາມຮູ້ ແລະ ມີວິຊາສະເພາະໃຫ້ນັບມື້ນັບສູງ; ສືບຕໍ່ສ້າງໃຫ້ຕົນເອງມີຄວາມເຊື່ອຖື, ມີບົດບາດຢູ່ໃນສັງຄົມດ້ວຍການເປັນແບບຢ່າງ ໃນການປະຕິບັດກົດໝາຍ, ກ້າຫານປົກປ້ອງສິ່ງທີ່ຖືກກົດໝາຍ ແລະ ແກ້ໄຂສິ່ງທີ່ບໍ່ຖືກຕ້ອງໃນສັງຄົມ;ເອົາໃຈໃສ່ ຄົ້ນຄວ້າຄະດີ, ເກັບກຳຂໍ້ມູນຫຼັກຖານໃຫ້ຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ ເຮັດໃຫ້ການຕັດສິນຄະດີມີຄວາມຖືກຕ້ອງເປັນທໍາ ແລະ ເປັນທີ່ເພິ່ງອັນໄວ້ເນື້ອເຊື່ອໃຈຂອງປະຊາຊົນ;ຕັ້ງໜ້າປັບປຸງ ແລະ ສ້າງກົນໄກ, ແບບແຜນວິທີການເຮັດວຽກການພິຈາລະນາຄະດີໃຫ້ມີຄວາມວ່ອງໄວໂປ່ງໃສ, ຖືກຕ້ອງຕາມຂັ້ນຕອນຂອງກົດໝາຍ ແລະ ການພິຈາລະນາຄະດີຕ້ອງບໍ່ແກ່ຍາວເວລາ ຖືກຕ້ອງຕາມທີ່ກົດໝາຍກຳນົດໄວ້, ການຄົ້ນຄວ້າຄະດີກໍຄວນເຮັດ ລະອຽດ, ຮັບປະກັນຄວາມຮອບດ້ານ ແລະ ພາວະວິໄສ.
(ຂ່າວ-ພາບ: ສປສສ)