ຂ່າວສານຊີອາໄອລາຍງານ ໃນວັນທີ 22 ກໍລະກົດ ຜ່ານມາວ່າ: ໃນ 6 ເດືອນຕົ້ນປີນີ້, ກຳປູເຈຍມີຜູ້ເປັນພະຍາດໄຂ້ເລືອດອອກຫຼາຍກວ່າ 6.700 ກໍລະນີ, ໃນນັ້ນເສຍຊີວິດ23 ຄົນ.
ຈຳນວນຜູ້ເປັນພະຍາດໄຂ້ເລືອດອອກຂອງກຳປູເຈຍໄດ້ເພີ່ມຂຶ້ນ 15% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ເຈົ້າໜ້າທີ່ກະຊວງສາທາລະນະສຸກກຳປູເຈຍກ່າວວ່າ:ສາເຫດຕົ້ນຕໍທີ່ເຮັດໃຫ້ຜູ້ເປັນພະຍາດໄຂ້ເລືອດອອກໃນປີນີ້ເພີ່ມຂຶ້ນ, ແມ່ນຍ້ອນວ່າພະຍາດໄຂ້ເລືອດອອກມັກຈະເກີດຂຶ້ນຢ່າງຫຼວງຫຼາຍໃນຮອບ 5 ປີເທື່ອໜຶ່ງ, ພາຍຫຼັງກຳປູເຈຍເກີດການແຜ່ລະບາດຂອງພະຍາດໄຂ້ເລືອດອອກຂະໜາດໃຫຍ່ເມື່ອປີ 2019 ເປັນຕົ້ນມາ, ຄາດວ່າປີນີ້ຜູ້ເປັນພະຍາດໄຂ້ເລືອດອອກຂອງກຳປູເຈຍຈະເພີ່ມຂຶ້ນຈຳນວນຫຼວງຫຼາຍ.
ໂດຍອີງໃສ່ສະພາບການທີ່ພະຍາດໄຂ້ເລືອດອອກເພີ່ມຂຶ້ນຢ່າງຕໍ່ເນື່ອງ, ພາກສ່ວນສາທາລະນະສຸກກຳປູເຈຍໄດ້ອອກຄຳເຕືອນເລື້ອຍໆໃນປີນີ້, ໂດຍຮຽກຮ້ອງໃຫ້ປະຊາຊົນຈົ່ງມີສະຕິໃນການປ້ອງກັນພະຍາດດັ່ງກ່າວຢ່າງເຄັ່ງຂັດ, ຖ້າວ່າເກີດມີອາການແລ້ວຄວນຟ້າວໄປຫາໝໍໃນທັນທີ.