ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາ, ຖະແຫຼງການລ້າສຸດຂອງເຈົ້າໜ້າທີ່ຕຳຫຼວດສິງກະໂປ ລາຍງານວ່າ: ຕຳຫຼວດສິງກະໂປກຳລັງສືບສວນຜູ້ຕ້ອງສົງໄສ 665 ລາຍ ຖານກ່ຽວຂ້ອງກັບການສໍ້ໂກງ ຫຼັງຈາກມີການອອກປະຕິບັດການຕັ້ງແຕ່ວັນທີ 5-18 ກໍລະກົດ ຜ່ານມາ.
ຜູ້ຕ້ອງສົງໄສກຸ່ມນີ້ ມີສ່ວນເຊື່ອມໂຍງໃນຄະດີຫຼອກຫຼອກລວງຫຼາຍກວ່າ 3.600 ຄະດີ ຊຶ່ງເປັນຄະດີກ່ຽວກັບການແອບອ້າງເປັນໝູ່, ອີຄອມເມີຊ, ການຫຼອກໃຫ້ຮັກຜ່ານທາງອອນລາຍ, ການລົງທຶນ ແລະ ເລື່ອງວຽກ ໂດຍເຫຍື່ອສູນເສຍເງິນໄປ 19 ລ້ານກວ່າໂດລາສິງກະໂປ.
ລາຍງານເປີດເຜີຍວ່າ: ຜູ້ຕ້ອງສົງໄສ ຢູ່ລະຫວ່າງການສອບສວນຖານສໍ້ໂກງ, ຟອກເງິນ ຫຼື ໃຫ້ບໍລິການຊຳລະເງິນໂດຍບໍ່ມີໃບອະນຸຍາດ.