ຂ່າວຕ່າງປະເທດລາຍງານ ໃນວັນທີ 23 ກໍລະກົດ ຜ່ານມາວ່າ: ເກີດເຫດດິນຖະລົ່ມໃນປະເທດເອທີໂອປີ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 50 ຄົນ, ຂະນະທີ່ປະຊາຊົນ ແລະ ກູ້ໄພເລັ່ງເຮັດວຽກແຂ່ງກັບເວລາເພື່ອຊ່ວຍເຫຼືອຜູ້ທີ່ລອດຊີວິດ.
ໃນວັນທີ 22 ກໍລະກົດ ຜ່ານມາ ເວລາປະມານ 10:00 ໂມງ ຕາມເວລາທ້ອງຖິ່ນເອທີໂອປີເກີດເຫດດິນຖະລົ່ມ 2 ຄັ້ງ ໃນພື້ນທີ່ພູເຂົາອັນຫ່າງໄກທາງພາກໃຕ້ຂອງປະເທດ ແລະ ຢູ່ຫ່າງຈາກນະຄອນຫຼວງແອດດິສອາບາບາ ປະມານ 450 ກິໂລແມັດ ຫຼັງຈາກພື້ນທີ່ດັ່ງກ່າວປະເຊີນກັບຝົນຕົກໜັກຢ່າງຕໍ່ເນື່ອງ.
ທັງນີ້, ຈາກເຫດການນີ້ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 55 ຄົນ ໂດຍໃນຈຳນວນນີ້ມີເດັກນ້ອຍ ແລະ ຜູ້ຍິງລວມຢູ່ນຳ ແລະ ຄາດຄະເນວ່າຈຳນວນຜູ້ເສຍຊີວິດຈະເພີ່ມສູງຂຶ້ນກວ່າເກົ່າອີກ.
ເຖິງຢ່າງໃດກໍຕາມ, ຫຼັງເກີດເຫດ ປະຊາຊົນພາກັນໃຊ້ມືຂຸດດິນເພື່ອຄົ້ນຫາຜູ້ລອດຊີວິດເຊັ່ນດຽວກັບເຈົ້າໜ້າທີ່ໆກຳລັງເລັ່ງກູ້ໄພເພື່ອຫຼຸດຄວາມສູນເສຍ.
ພື້ນທີ່ທີ່ຕັ້ງຢູ່ໃນລັດທາງພາກໃຕ້ຂອງເອທີໂອປີ ເຄີຍປະສົບກັບດິນຖະລົ່ມມາກ່ອນ ໂດຍໃນປີ 2018 ເກີດເຫດດິນຖະລົ່ມ 2 ຄັ້ງພາຍໃນ 1 ອາທິດ ຈົນມີຜູ້ເສຍຊີວິດຢ່າງນ້ອຍ 32 ຄົນ.
ຂະນະທີ່, ສຳນັກງານເພື່ອການປະສານງານດ້ານມະນຸດສະທຳແຫ່ງສະຫະປະຊາຊາດ (OCHA) ລະບຸວ່າ: ລັດທາງພາກໃຕ້ມັກຈະໄດ້ຮັບຜົນກະທົບຈາກຝົນຕົກຕາມລະດູການໃນລະຫວ່າງເດືອນເມສາເຖິງຕົ້ນເດືອນພຶດສະພາ ຊຶ່ງເຮັດໃຫ້ເກີດນໍ້າຖ້ວມກະທັນຫັນ ແລະ ຜູ້ຄົນພັດຖິ່ນຈຳນວນຫຼາຍ.
ຈາກຄຳຖະແຫຼງໃນເດືອນພຶດສະພາຂອງໜ່ວຍງານດັ່ງກ່າວລະບຸວ່າ: ໄພພິບັດນໍ້າຖ້ວມສົ່ງຜົນກະທົບຕໍ່ປະຊາຊົນ 19.000 ກວ່າຄົນ ແລະ ເຮັດໃຫ້ຜູ້ຄົນພັດຖິ່ນກວ່າພັນຄົນ ຕະຫຼອດຈົນກໍ່ໃຫ້ເກີດຄວາມເສຍຫາຍຕໍ່ຊີວິດ ແລະ ໂຄງສ້າງພື້ນຖານຕ່າງໆ.