ຜ່ານມາອົງການປົກຄອງແຂວງໄຊສົມບູນໄດ້ຈັດຕັ້ງປະຕິບັດວຽກງານຕົວຈິງຢ່າງຕັ້ງໜ້າເຮັດໃຫ້ແຂວງໄດ້ຮັບການພັດທະນາຢ່າງຮອບດ້ານ ແລະ ມີໃບໜ້າໃໝ່ຫຼາຍດ້ານ,GDP ຂະຫຍາຍຕົວຢູ່ໃນລະດັບ 7%, ການຈັດເກັບລາຍຮັບເຂົ້າງົບປະມານ ລື່ນແຜນທຸກໆປີ,ໃນຂະນະດຽວກັນ 6 ເດືອນຕົ້ນປີ 2024 ປະຕິບັດໄດ້ລື່ນແຜນ 26,03% ຂອງແຜນປີ, ການລົງທຶນພາຍໃນ ແລະ ຕ່າງປະເທດ ນັບມື້ນັບເພີ່ມຂຶ້ນ, ທຽບໃສ່ປີ 2019 ມີພຽງແຕ່ (20 ໂຄງການ) ເພີ່ມຂຶ້ນ104 ໂຄງການ.
ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປະຈຳປີ 2024,ທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາວ່າ:ພາຍຫຼັງກົມການເມືອງສູນກາງພັກອອກມະຕິ 055 ວ່າດ້ວຍການຮັບຮອງເອົາແຜນຍຸດທະສາດພັດທະນາແຂວງໄຊສົມບູນ, ລັດຖະບານອອກດຳລັດເລກທີ 414/ລບ, ລົງວັນ ທີ 10 ທັນວາ 2019 ແລະ ສະພາແຫ່ງຊາດ ອອກມະຕິ 16 /ຄປຈ, ລົງວັນທີ 4/3/2020, ຄະນະພັກ, ອົງການປົກຄອງແຂວງໄຊສົມບູນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດເຂົ້າສູ່ວຽກງານຕົວຈິງຢ່າງຕັ້ງໜ້າເຮັດໃຫ້ແຂວງໄຊສົມບູນໄດ້ຮັບການພັດທະນາຢ່າງຮອບດ້ານ ແລະ ມີໃບໜ້າໃໝ່,ຫຼາຍດ້ານໄດ້ມີການຫັນປ່ຽນກ້າວກະໂດດສະແດງອອກເສດຖະກິດຂອງແຂວງຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນທ່ຽງ, GDP ຂະຫຍາຍຕົວຢູ່ໃນລະດັບ 7%, ການຈັດເກັບລາຍຮັບເຂົ້າງົບປະມານ ລື່ນແຜນທຸກໆປີ, ສະເພາະປີ 2023 ຈັດເກັບໄດ້ 1.115,65ຕື້ກີບ ເທົ່າກັບ 164,40% ຂອງແຜນປີ.
ສໍາລັບ 6 ເດືອນ ຕົ້ນປີ 2024 ປະຕິບັດໄດ້ລື່ນແຜນ 26,3% ຂອງແຜນປີ, ການລົງທຶນພາຍໃນ ແລະ ຕ່າງປະເທດ ນັບມື້ນັບເພີ່ມຂຶ້ນ, ທຽບໃສ່ປີ 2019 ມີພຽງແຕ່ (20 ໂຄງການ) ເພີ່ມຂຶ້ນ104 ໂຄງການ;ການຜະລິດເປັນສິນຄ້າຂອງປະຊາຊົນ ໄດ້ຮັບການຊຸກຍູ້, ສົ່ງເສີມຢ່າງກວ້າງຂ້ວາງ, ຄອບຄົວທຸກຍາກໄດ້ຮັບການແກ້ໄຂຫຼຸດລົງເທື່ອລະກ້າວ,ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການຍົກລະດັບດີຂຶ້ນເປັນກ້າວໆ. ທັງໝົດນັ້ນ ໄດ້ເຮັດໃຫ້ແຂວງໄຊສົມບູນມາຮອດປັດຈຸບັນ ມີຄວາມສະຫງົບປອດໄພດີ, ທຽບໃສ່ເມື່ອກ່ອນເຫັນວ່າສະພາບມີຄວາມສະຫງົບດີຂຶ້ນຫຼາຍ ຊຶ່ງເປັນເງື່ອນໄຂອັນດີໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງບັນລຸຕາມແຜນການທີ່ວາງໄວ້,ຊຶ່ງສະແດງອອກຜົນສໍາເລັດພົ້ນເດັ່ນບາງດ້ານດັ່ງ ນີ້:ວຽກສົ່ງເສີມການລົງທຶນໄດ້ຮັບອະຍຸຍາດໂຄງການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ຫຼັງມີດຳລັບ 414/ລບມາເຖິງປັດຈຸ ບັນມີທັງໝົດ 84 ໂຄງການ, ໃນນີ້, ຂັ້ນສູນກາງຄຸ້ມຄອງ 13 ໂຄງການ, ຂັ້ນແຂວງຄຸ້ມຄອງ 71 ໂຄງການ, ມູນຄ່າການລົງທຶນ 1.610.968ລ້ານກີບ ແລະ 370.783.122 ໂດລາ. ສະເພາະ 6 ເດືອນຕົ້ນປີ 2024 ມີທັງໝົດ 14 ໂຄງການ, ມູນຄ່າການລົງທຶນ 1.200 ຕື້ກີບ ແລະ 32,79 ລ້ານໂດລາ(ດ້ານກະສິກຳ (CA) ຈໍານວນ 1 ໂຄງການ, ທ່ອງທ່ຽວ 2 ໂຄງການ, ໂຮງງານປຸງແຕ່ງກະສິກໍາ 4 ໂຄງການ, ດ້ານແຮ່ທາດໂລຫະ ແລະ ອະໂລຫະ (CA) ຈໍານວນ 4 ໂຄງການ, ດ້ານ ຊອກຄົ້ນສໍາຫຼວດແຮ່ທາດ (MOU) ຈໍານວນ 3 ໂຄງການ, ວຽກການທ່ອງທ່ຽວ: ໄດ້ຫັນດຳລັດ 414/ລບ ມາເປັນແຜນພັດທະນາວຽກງານທ່ອງທ່ຽວ 5 ປີ (2021-2025) ມີ 8 ເປົ້າໝາຍ, 31 ແຜນງານ, 127 ໂຄງການ ແລະ ໄດ້ສຸມໃສ່ເກັບກຳຂໍ້ມູນ, ກຳນົດເອົາບັນດາແຫຼ່ງທ່ອງທ່ຽວທຳມະຊາດ, ປະຫວັດສາດ ແລະ ວັດທະນະທໍາໃນຮູບແບບຕ່າງໆ ເພື່ອໂຄສະນາດຶງດູດນັກງລົງທຶນພາຍໃນ ແລະ ຕ່າງປະເທດເຂົ້າມາ ພັດທະນາເປັນແຕ່ລະໄລຍະ,ຜ່ານການຈັດຕັ້ງປະຕິບັດ ມາຮອດປັດຈຸບັນໄດ້ຮັບອະນຸຍາດເຊັນບົດບັນທຶກຄວາມເຂົ້າໃຈ MOU ແລະ ເຊັນສັນຍາສຳປະທານ CA ໃນຂົງເຂດວຽກງານການທ່ອງທ່ຽວ ທັງໝົດ 5 ໂຄງການຄື: ໂຄງການພັດທະນາແຫຼ່ງທ່ອງທ່ຽວ ມີ 4 ໂຄງການ, ໂຄງການພັດທະນາສະຖານທີ່ພັກແຮມ (ໂຮງແຮມ, ເຮືອນພັກ) ມີ 1 ໂຄງການ. ນອກນັ້ນ ຍັງໄດ້ສຶກສາສໍາຫຼວດ ແລະ ຂຶ້ນບັນຊີສະຖານທີ່ທ່ອງທ່ຽວ ເພື່ອພັດທະນາເປັນແຫຼ່ງທ່ອງທ່ຽວແຫ່ງໃໝ່ ເປັນຕົ້ນ: ນໍ້າຕົກຕາດຍອງ ແລະ ທົ່ງໄຫຫີນ ຢູ່ເມືອງທ່າໂທມ; ໄດ້ເອົາໃຈໃສ່ພັດທະນາ ສວນສາທາລະນະຖໍ້າເຈົ້າອະນຸວົງ ແລະ ສວນສາທາລະນະໄຊສົມບູນ-ເຊີນລາ (ຫໍຫຼັກເມືອງ) ຕິດພັນກັບການຕິດຕາມ, ຊຸກຍູ້ວິສາຫະກິດສ່ວນບຸກຄົນ ທີ່ໄດ້ພັດທະນາການທ່ອງທ່ຽວຕ່າງໆ ເປັນຕົ້ນ ພູຫົວໂລ້ນ, ວັງນໍ້າຂຽວ ເມືອງອະນຸວົງ ເປັນພື້ນຖານໃຫ້ແກ່ການທ່ອງທ່ຽວເບື້ອງຕົ້ນ, ຊຶ່ງ 5 ປີຜ່ານມາ ມີນັກທ່ອງທ່ຽວເຂົ້າມາທ່ຽວແຂວງໄຊສົມບູນ ທັງໝົດ 89.940 ເທື່ອຄົນ, ນັກທ່ອງທ່ຽວພາຍໃນ 80.270 ເທື່ອຄົນ ສາມາດສ້າງຮັບຮັບໄດ້ 1.454.940 ໂດລາ.
ໃນຂະນະດຽວກັນດ້ານກະສິກຳ-ການຄ້າ:ໄດ້ສໍາເລັດໃນການສ້າງບົດບັນທຶກຄວາມເຂົ້າໃຈເພື່ອແລກປ່ຽນສິນຄ້າກະສິກຳ ແລະ ສັດໃຫຍ່ (ງົວ) ລະຫວ່າງແຂວງໄຊສົມບູນ ກັບນະຄອນຫຼວງວຽງຈັນ, ມາຮອດປັດຈຸບັນຂະແໜງການກ່ຽວຂ້ອງສອງແຂວງໄດ້ສຳເລັດເຊັນບົດບັນທຶກແລກປ່ຽນສິນຄ້າປະເພດຕ່າງໆ ເປັນຕົ້ນແມ່ນ ໝາກກ້ຽງ, ໝາກນັດ,ໝາກຊູ, ຂີງ, ເຄື່ອງຫັດຖະກຳຈັກສານຫວາຍ ແລະ ສັດໃຫຍ່ (ງົວ-ຄວາຍ) ໄປຂາຍໃນຕະຫຼາດນະຄອນຫຼວງວຽງຈັນ ໂດຍການເຂົ້າມາຮັບຊື້ຂອງພໍ່ຄ້າຄົນກາງ, ລວມມູນຄ່າການສົ່ງອອກ 314 ໂຕນ/ປີ, ມູນຄ່າ 3 ຕື້ກວ່າກີບ; ໄດ້ກຳນົດທີ່ດິນເຂດອຸດສາຫະກຳ ຢູ່ເມືອງລ້ອງແຈ້ງ 160,20 ເຮັກຕ່າ, ເມືອງທ່ານໂທມ 298,56 ເຮັກຕ່າ; ຈັດຕັ້ງກຸ່ມການຜະລິດ ແລະ ການບໍລິການ ໄດ້ 4 ກຸ່ມຄື: ກຸ່ມການຄ້າ-ການບໍລິການ, ກຸ່ມຫັດຖະກຳຫຍິບປັກ-ຖັກແສ່ວ, ກຸ່ມຫັດຖະກຳຕີເຫຼັກ ແລະ ກຸ່ມຕັດຫຍິບ; ຊຸກຍູ້ໂຄງການລ້ຽງສັດໃຫຍ່ (ງົວ) ຂອງກຸ່ມບໍລິສັດຄໍາໄພຊະນະ ໃຫ້ເພີ່ມຂຶ້ນ; ໄດ້ສໍາເລັດການກໍ່ສ້າງໂຄງການຊົນລະປະທານ 4 ແຫ່ງ ທີ່ໄດ້ຮັບທຶນຊ່ວຍເຫຼືອລ້າຈາກ ສສ ຫວຽດນາມ; ປັດຈຸບັນທົ່ວແຂວງ ມີຄອບຄົວພົ້ນທຸກ ຈໍານວນ 13.091 ຄອບຄົວ, ເທົ່າກັບ 84,11%, ບ້ານພົ້ນທຸກ 68 ບ້ານ, ເທົ່າກັບ 76,40%, ຄອບຄົວພັດທະນາ 10.850 ຄອບຄົວ, ເທົ່າກັບ 69,71%, ບ້ານພັດທະນາ 19 ບ້ານ, ເທົ່າກັບ 21,34%, ດ້ານພະລັງງານ-ບໍ່ແຮ່: ທົ່ວແຂວງມີເຂື່ອນໄຟຟ້ານໍ້າຕົກຂະໜາດໃຫຍ່ແລະຂະໜາດນ້ອຍທັງໝົດ 30 ແຫ່ງ, ໃນນັ້ນ ເຂື່ອນທີ່ຜະລິດໄຟຟ້າແລ້ວມີ 10 ແຫ່ງ, ກຳລັງກໍ່ສ້າງ 3 ແຫ່ງ,ກຳລັງສຶກສາຄວາມເປັນໄປໄດ້ 11 ແຫ່ງ, ກຳລັງກະກຽມການກໍ່ສ້າງ 6 ແຫ່ງ; ທົ່ວແຂວງ ໄດ້ຮັບອະນຸມັດຊອກຄົ້ນດ້ານແຮ່ທາດຕ່າງໆເຊັ່ນ: ເຊັນ MOU ຈໍານວນ34ບໍລິສັດ, ຊອກຄົ້ນ ສໍາຫຼວດ 32 ບໍລິສັດ, ກ້າວເຂົ້າສູ່ຂັ້ນຕອນການສ້າງບົດວິພາກເສດຖະກິດເຕັກນິກຈຳນວນ12ບໍລິສັດ, ກຳລັງຈັດຕັ້ງປະຕິບັດຢູ່ພາກສະໜາມ 26 ບໍລິສັດ, ລວມມີເນື້ອທີ່ທັງໝົດ2.302,84ກມ, ກວມເອົາ 27,08% ຂອງເນື້ອທີ່ທົ່ວແຂວງ.
(ຂ່າວ-ພາບ:ສຳນານ)