ທ່ານນາງປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງບັນດາທ່ານທູດ ໃນຕອນເຊົ້າວັນທີ 23 ກໍລະກົດນີ້ ທີ່ຫ້ອງຮັບແຂກສະພາແຫ່ງຊາດ.
ທ່ານຮອງປະທານປະເທດ ຕ້ອນຮັບ ທ່ານ ຫງວຽນ ບ໋າ ຮຸ່ງ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ; ເນື່ອງໃນໂອກາດສຳເລັດໜ້າທີ່ທາງການທູດ ຢູ່ ສປປ ລາວ ແລະ ໃນຕອນເຊົ້າວັນດຽວກັນ, ທ່ານຮອງປະທານປະເທດ ກໍໄດ້ຕ້ອນຮັບ ທ່ານ ນາງ ຊິວບາຍ ເດີ ກາຕີເອ ດິບ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ແບນຊິກ ປະຈຳ ສປປ ລາວ; ເນື່ອງໃນໂອກາດສຳເລັດໜ້າທີ່ທາງການທູດ ຢູ່ ສປປ ລາວ,
ໂອກາດດັ່ງກ່າວ, ທ່ານຮອງປະທານປະເທດ ໄດ້ສະແດງຄວາມຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ທ່ານທູດທັງສອງ ທີ່ໄດ້ມາປະຕິບັດໜ້າທີ່ການທູດ ປະຈໍາ ສປປ ລາວ ຈົນສໍາເລັດ. ຊຶ່ງເປັນການປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເຄີຍມີມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ກ້າວສູ່ລວງເລິກ.
ຈາກນັ້ນ, ທ່ານທູດທັງສອງ ໄດ້ສະແດງຄວາມຂອບໃຈຕໍ່ທ່ານຮອງປະທານປະເທດ ທີ່ໄດ້ເສຍສະຫຼະເວລາທີ່ມີຄຸນຄ່າໃຫ້ການຕ້ອນຮັບໃນຄັ້ງນີ້,
ໂອກາດນີ້ ທ່ານຮອງປະທານປະເທດ ໄດ້ອວຍພອນໄຊ ໃຫ້ທ່ານທູດທັງສອງຈົ່ງມີສຸຂະພາບແຂງແຮງ, ເດີນທາງກັບປະເທດດ້ວຍຄວາມສະຫວັດດີພາບ ແລະ ຫວັງຢ່າງຍິ່ງວ່າ ພາຍຫຼັງບັນດາທ່ານທັງສອງກັບຄືນປະເທດຈະສືບຕໍ່ໃນການປະຕິບັດໜ້າທີ່ໃໝ່ທີ່ຍິ່ງໃຫຍ່ຂອງພວກທ່ານ. (ຂ່າວ-ພາບ: ແສງຈັນ)