ວັນທີ 22 ກໍລະກົດນີ້, ວົງການ ນັກຊ່ຽວຊານ, ນັກຮຽນຮູ້ ຫຼາຍປະເທດ ໃນໂລກ ໄດ້ມີການຕີລາຄາ ຢັ້ງຢືນບົດບາດ, ການປະກອບສ່ວນ ຂອງ ທ່ານ ຫງວຽນຝູຈ້ອງ ເລຂາ ທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ ສຳລັບ ພາລະກິດ ແຫ່ງການສ້າງສາ ແລະ ພັດທະນາ ປະເທດຊາດ ກໍຄື ຄວາມມານະພະຍາຍາມ ກໍ່ສ້າງ ແລະ ປັບປຸງ ພັກກອມມູນິດ ຫວຽດນາມ. ທ່ານ ສາດສະດາຈານ ຈາຢາຈັນດຣາ ເຣດດີ (Jayachandra Reddy) ອະດີດຫົວໜ້າສູນ ຄົ້ນຄວ້າ ອາຊີ ຕາເວັນອອກ ສ່ຽງໃຕ້ ແລະ ປາຊີຟິກ, ມະຫາວິທະຍາໄລ Sri Venkateswara (ອິນເດຍ), ໃຫ້ຂໍ້ສັງເກດວ່າ: ພາຍໃຕ້ ການຊີ້ນຳ ຂອງ ທ່ານ ຫງວຽນ ຝູຈ້ອງ ເລຂາ ທິການໃຫຍ່ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ,ເຮັດໃຫ້ພື້ນຖານ ເສດຖະກິດ ຫວຽດນາມ ສືບຕໍ່ພັດທະນາ, ຫວຽດນາມ ຍາມໃດ ກໍໃຫ້ບຸລະມະສິດ ຮັກສາ ສະຫວັດດີການສັງຄົມ ແລະ ຍູ້ແຮງ ການຕໍ່ສູ້ ຕ້ານການສໍ້ລາດ ບັງຫຼວງ, ຍູ້ແຮງ ການປະຕິຮູບ ການບໍລິຫານ ແລະ ເພີ່ມທະວີ ບັນດາ ການເຄື່ອນໄຫວ ລຶບລ້າງ ຄວາມອຶດຫິວ, ຫຼຸດຜ່ອນ ຄວາມທຸກຍາກ. ທ່ານ ຍູອິໂນ ໂຕມິໂອ (Ueno Tomio), ນັກຄົ້ນຄວ້າ ປະຫວັດສາດ ຍີ່ປຸ່ນ ໄດ້ໃຫ້ຂໍ້ສັງເກດວ່າ: ທ່ານ ຫງວຽນ ຝູຈ້ອງ ແມ່ນການນຳ ທີ່ມີຄຸນສົມບັດ ທີ່ໃສແຈ້ງ, ການດຳລົງຊີວິດແບບລຽບງ່າຍ, ສັດຊື່ບໍລິສຸດ ແລະ ມີຄວາມສາມາດ ຢ່າງດີເດັ່ນ ໃນການຊີ້ນຳ ນຳພາ. ໃນວຽກງານ ການພົວພັນ ຕ່າງປະເທດ, ສີສັນ "ການທູດໄມ້ໄຜ່" ແລະ ແນວທາງ ການທູດ ພາຍໃຕ້ການຊີ້ນຳ ຂອງທ່ານ ຫງວຽນ ຝູຈ້ອງ ໄດ້ປະກອບສ່ວນ ຍົກສູງ ຖານະບົດບາດຂອງ ຫວຽດນາມ ບົນເວທີສາກົນ. ນັກຄົ້ນຄວ້າ Ueno Tomio ກໍຖືວ່າ ທ່ານ ຫງວຽນ ຝູຈ້ອງ ໄດ້ມີການປະກອບສ່ວນຢ່າງ ໃຫຍ່ຫລວງ ເຂົ້າການເຮັດໃຫ້ ການພົວພັນ ຍີ່ປຸ່ນ-ຫວຽດນາມ ເລິກເຊິ່ງຂຶ້ນຕື່ມ. ທ່ານ ສະເຕຟາໂນ ໂບນີລໍຣີ (Stefano Bonilauri) ຜູ້ອຳນວຍການ ສຳນັກພິມ ຈຳໜ່າຍ Anteo Edizioni ໄດ້ຕີລາຄາສູງ ຄວາມສາມາດຂອງ ທ່ານ
ຫງວຽນຝູຈ້ອງ ວ່າ: ທ່ານ ຫງວຽນຝູຈ້ອງ ມີບົດບາດ ສຳຄັນ ໃນການຊີ້ນຳ-ນຳພາປະເທດຊາດ ມຸ່ງໄປເຖິງ ການພັດທະນາ ຢ່າງແຮງ ທາງດ້ານເສດຖະກິດ ແລະ ສັງຄົມ. ການອຸທິດສະຕິປັນຍາເຫື່ອແຮງ ຂອງຕົນ ເພື່ອຄວາມຜາສຸກ ຂອງປະຊາຊົນ ຫວຽດນາມ ຊິ່ງໄດ້ສະແດງ ໃຫ້ເຫັນ ຢ່າງຈະແຈ້ງ ຜ່ານບັນດານະໂຍບາຍ ເພື່ອແນໃສ່ ປົວແປງ ຄຸນນະພາບ ການດຳລົງຊີວິດ ແລະ ລົບລ້າງ ຄວາມອຶດຫິວ ຫຼຸດຜ່ອນ ຄວາມທຸກຍາກ.
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ