ທ່ານ ຈູມມະລີ ໄຊຍະສອນ ອາດີດປະທານປະເທດແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຄະນະພັກ-ອົງການປົກຄອງແຂວງວຽງຈັນ ໃນວັນທີ 23 ກໍລະກົດຜ່ານມາ ທີ່ເມືອງວັງວຽງ ໂດຍການຕ້ອນຮັບຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ, ມີບັນດາຄະນະປະຈໍາພັກແຂວງ, ຄະນະປະຈໍາພັກເມືອງທົ່ວແຂວງເຂົ້າຮ່ວມ.
ທ່ານ ຄຳພັນ ສິດທິດຳພາ ໄດ້ລາຍງານສະພາບລວມໂດຍສັງເຂບ ການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງແຂວງວຽງຈັນໃນໄລຍະຜ່ານມາ ໂດຍສະເພາະການຈັດຕັ້ງດໍາເນີນກອງປະຊຸມໃຫຍ່ 3 ຂັ້ນພາຍໃນແຂວງ; ການປະ ຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດຮອບດ້ານ ຕິດພັນກັບວຽກງານ 3 ສ້າງ ແລະ ສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ຕິດພັນກັບ 2 ວາລະແຫ່ງຊາດ. ຜ່ານມາ, ຄະນະປະຈໍາພັກແຂວງໄດ້ລົງຊຸກຍູ້ກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນໃນທົ່ວແຂວງ ເລີ່ມຈາກຂັ້ນຮາກຖານບ້ານ ປັດຈຸບັນແມ່ນສໍາເລັດກອງປະຊຸມໃຫຍ່ຂັ້ນບ້ານ 100%. ສໍາລັບການດໍາເນີນກອງປະຊຸມໃຫຍ່ຂອງໜ່ວຍພັກສໍານັກງານ, ອົງການຂັ້ນເມືອງໃນທົ່ວແຂວງໄດ້ຈັດຕັ້ງສໍາເລັດແລ້ວ 72% ຂອງຈໍານວນໜ່ວຍພັກທັງໝົດ ຄາດວ່າຈະສໍາເລັດ 100% ໃນເດືອນກັນຍາ 2024, ສຳລັບຮາກຖານພັກອ້ອມຂ້າງແຂວງແມ່ນຈະໃຫ້ສໍາເລັດພາຍໃນເດືອນທັນວາ 2024 ຕາມຄາດໝາຍທີ່ກໍານົດໄວ້. ຄະນະພັກ-ຄະນະນໍາແຂວງໄດ້ເອົາໃຈໃສ່ວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ແລະ ລົບລ້າງຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ ສາມາດຮັກສາໄດ້ຄວາມສະຫງົບຂັ້ນຮາກຖານໂດຍພື້ນຖານ ຊຶ່ງເປັນພື້ນຖານໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນທົ່ວແຂວງສາມາດລຶບລ້າງບ້ານທຸກຍາກໄດ້ 100%. ປັດຈຸບັນ, ຍັງມີຄອບຄົວທຸກຍາກທັງໝົດ 3.720 ຄອບຄົວ ເທົ່າກັບ 4,72% ຂອງຈໍານວນຄອບຄົວທົ່ວແຂວງ.
ໂອກາດນີ້, ທ່ານ ຈູມມະລີ ໄຊຍະສອນ ໄດ້ມີຄຳເຫັນໂອ້ລົມ ແລະ ເນັ້ນໜັກໃຫ້ການນຳແຂວງ ແລະ ເມືອງທົ່ວແຂວງ ສືບຕໍ່ນຳພາ-ຊີ້ນຳການຈັດຕັ້ງປະຕິບັດວຽກງານ 3 ສ້າງຄື: ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ. ການສ້າງແຂວງຕ້ອງສ້າງຕາມຍຸດທະສາດ 3 ດ້ານໃຫຍ່ຄື: ຍຸດທະສາດດ້ານການເມືອງ, ຍຸດທະສາດດ້ານເສດຖະກິດ ແລະ ຍຸດທະສາດດ້ານການທະຫານ. ສ່ວນການສ້າງເມືອງໃຫ້ສ້າງຕາມ 4 ເນື້ອໃນ ຫຼື 4 ບຸກທະລຸຄື: 1. ບຸກທະລຸທາງດ້ານຈິນຕະນາການ ຕ້ອງສືບຕໍ່ປັບປຸງໃຫ້ໜັກແໜ້ນຂຶ້ນໄປເລື້ອຍໆ, 2. ບຸກທະລຸທາງດ້ານບຸກຄະລາກອນໃຫ້ສືບຕໍ່ສ້າງຄົນ, ສ້າງກຳລັງ ແລະ ສ້າງຊັບພະຍາກອນມະນຸດ, 3. ບຸກທະລຸທາງດ້ານເສດຖະກິດ ຕ້ອງແກ້ໄຂດ້ານສິນຄ້າ ເປັນຕົ້ນການຜະລິດເປັນສິນຄ້າສົ່ງອອກຕ່າງປະເທດໃຫ້ຫຼາຍ. 4. ບຸກທະລຸທາງດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕ້ອງສືບຕໍ່ເຮັດຢ່າງຕັ້ງໜ້າ ແລະ ປົກກະຕິ. ສຳລັບການສ້າງບ້ານ ຊຶ່ງເປັນຫົວໜ່ວຍຕ່ຳສຸດ ແລະ ເປັນບ່ອນຈັດຕັ້ງປະຕິບັດຕົວຈິງ ຕ້ອງສຸມໃສ່ຢ່າງຕັ້ງໜ້າ ສ້າງກຸ່ມການຜະລິດຢູ່ແຕ່ລະບ້ານໃຫ້ໄດ້ 3 ກຸ່ມ ເປັນຕົ້ນກຸ່ມລ້ຽງສັດ, ປູກຝັງ ແລະ ກຸ່ມບໍລິການ. ຈາກນັ້ນໃຫ້ເລີ່ມຫັນຈາກກຸ່ມການຜະລິດ ໃຫ້ເປັນບໍລິສັດຂະໜາດນ້ອຍໃຫ້ໄດ້ໃນປີ 2025-2030. ໂອກາດດຽວກັນນີ້, ທ່ານ ຈູມມະລີ ໄຊຍະສອນ ໄດ້ໄປຢ້ຽມຊົມສະຖານທີ່ທ່ອງທ່ຽວຖໍ້ານາງຟ້າ, ຖ້ຳນອນ (ຂົວສີຟ້າ) ເມືອງວັງວຽງຕື່ມອີກ. ຂ່າວ-ພາບ: ບຸນມາ ແກ້ວບຸດດາ