ໂດຍ:ຕະວິນຍານ
ຕາມການລາຍງານຂອງ ທ່ານ ສົມຫວັງ ພອນຄໍາວົງສາ ເລຂາພັກເມືອງ ເຈົ້າເມືອງນໍ້າບາກ ແຂວງຫຼວງພະບາງລາຍງານໃຫ້ຊາບວ່າ:ເມືອງໄດ້ເອົາໃຈໃສ່ວຽກວັດທະນະທໍາ-ສັງຄົມໄດ້ດີຂຶ້ນກວ່າເກົ່າ.ໃນ 6 ເດືອນຕົ້ນປີ 2024 ນີ້ ອັນພົ້ນເດັ່ນໃນວຽກງານສຶກສາ ແມ່ນສາມາດຄຸ້ມຄອງດໍາເນີນການຮຽນ-ການສອນໃນທຸກລະບົບໄດ້ເປັນປົກກະຕິ ປັບປຸງຄຸນນະພາບການສຶກສາໃນທຸກລະດັບໃຫ້ສູງຂຶ້ນ ພ້ອມທັງສ້າງເງື່ອນໄຂ ການເຂົ້າເຖິງການສຶກສາ ເພື່ອໃຫ້ມີຄວາມພ້ອມໃນການເຊື່ອມໂຍງກັບພາກພື້ນ ແລະ ສາກົນ.ເມືອງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ 15 ຄາດໝາຍວຽກງານສຶກສາ, ມີ 9 ຄາດໝາຍທີ່ບັນລຸ, ອີກ 6 ຄາດໝາຍໃກ້ຈະບັນລຸ.
ມາຮອດປັດຈຸບັນ,ທົ່ວເມືອງມີໂຮງຮຽນອະນຸບານ 17 ແຫ່ງ (ເອກະຊົນ 4 ແຫ່ງ)ມີໂຮງຮຽນປະຖົມ 82 ແຫ່ງ,ປະຖົມສົມບູນ 71 ແຫ່ງ,ມູນລະປະຖົມ 11 ແຫ່ງ,ມີໂຮງຮຽນມັດທະຍົມ 13 ແຫ່ງ,ມັດທະຍົມສົມບູນ 5 ແຫ່ງ, ມັດທະຍົມຕົ້ນ 8 ແຫ່ງ, ລົງຕິດຕາມປຸກລະດົມຊຸກຍູ້ການຈັດຕັ້ງການຮຽນ-ການສອນ ຊັ້ນປະຖົມບຳລຸງ 10 ບ້ານເປົ້າໝາຍ, ໃນນັ້ນສຳເລັດການສອບເສັງ 3 ບ້ານ.ສ່ວນວຽກກິລາ ເມືອງໄດ້ຈັດຕັ້ງການແຂ່ງຂັນກິລາເຕາະບານ ແລະ ກິລາເປຕັງ ຮຸ່ນອາວຸໂສ ແລະ ຮຸ່ນຊາວໜຸ່ມທົ່ວໄປ ເພື່ອສ້າງຂະບວນການຕ້ອນຮັບວັນສຳຄັນຕ່າງໆຂອງພັກ-ລັດ,ຈັດຕັ້ງການແຂ່ງຂັນກິລາເຕາະບານ ຊັ້ນມັດທະຍົມຕອນປາຍ ຊີງຂັນທ່ານເຈົ້າເມືອງນໍ້າບາກ, ຝຶກອົບຮົມຄູຝຶກກິລາເຕະບານຂັ້ນພື້ນຖານໃຫ້ກົມກອງ,ໂຮງຮຽນ ແລະ ບ້ານພາຍໃນເມືອງ,ເປີດຝຶກອົບຮົມວິຊາພື້ນຖານປ້ອງກັນຕົວໄດ້ 5 ໂຮງຮຽນ, ລົງຊຸກຍູ້ການຮຽນ-ການສອນວິຊາພາລະສຶກສານຳບັນດາໂຮງຮຽນເປັນປົກກະຕິ.
ສິ່ງພົ້ນເດັ່ນດ້ານສາທາລະນະສຸກ ໃນໄລຍະ 6 ເດືອນຕົ້ນປີ 2024 ນີ້,ເມືອງນໍ້າບາກໄດ້ສຸມໃສ່ ຈັດຕັ້ງປະຕິບັດວຽກງານໄປຕາມ 8 ແຜນງານ, 42 ແຜນງານຍ່ອຍ ແລະ 11 ຕົວຊີ້ວັດ ໂດຍສຸມໃສ່ການລົງໂຄສະນາສຸຂະສຶກສາ, ສັກຢາປ້ອງກັນພະຍາດຕ່າງໆບັນລຸໄດ້ 95% ອັດຕາການເສຍຊີວິດຂອງແມ່ ແລະ ເດັກຫຼຸດລົງ, ສຸມໃສ່ຫຼຸດຜ່ອນການຂາດສານອາຫານມາດຕະຖານລວງສູງ ແລະ ນໍ້າໜັກ, ສ້ອມແປງນໍ້າລິນໄດ້ 1 ບ້ານ, ມາຮອດປັດຈຸບັນ,ທົ່ວເມືອງມີອັດຕາການໃຊ້ນໍ້າສະອາດ 85 ບ້ານ ເທົ່າກັບ 98,83% ແລະ ບ້ານສາທາລະນະສຸກແບບຢ່າງ 85 ບ້ານ ກວມ 98,83% ຂອງບ້ານທັງໝົດ, ເປັນເຈົ້າການໃນການປ້ອງກັນ ແລະ ເຝົ້າລະວັງການແຜ່ລະບາດຂອງພະຍາດຕາມລະດູການຢ່າງເຂັ້ມງວດ ເປັນຕົ້ນແມ່ນພະຍາດໄຂ້ຍຸງລາຍ.
ດ້ານວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງໄດ້ຊຸກຍູ້ອໍານວຍຄວາມສະດວກໃນການລົງເຄື່ອນໄຫວ ເກັບກຳຂໍ້ມູນ-ຂ່າວສານການສ້າງບ້ານພັດທະນາຂອງເມືອງ ໃຫ້ໜັງສືພິມປະຊາຊົນ,ລາຍງານຜ່ານວິທະຍຸກະຈາຍສຽງແຫ່ງຊາດ, ວິທະຍຸແຂວງ, ແລະ ລະບົບໂທລະໂຄ່ງຂອງເມືອງໄດ້ເປັນປົກກະຕິ. ສ້ອມແປງໂທລະໂຄງໃຫ້ບ້ານໄດ້ 3 ບ້ານ,ມາຮອດປັດຈຸບັນ, ທົ່ວເມືອງມີໂທລະໂຄ່ງ 78 ບ້ານ, ໄດ້ມອບເຄື່ອງດົນຕີພື້ນເມືອງໃຫ້ບ້ານນະຄອນໄດ້ 1 ຊຸດ ແລະ ບ້ານຟ້າ 1 ຊຸດ, ສຳເລັດມອບໃບຢັ້ງຢືນຄອບຄົວວັດທະນະທຳ ໄດ້ 1 ບ້ານ, ເກັບກຳສະຖິຕິໝໍແຄນ ໄດ້ 28 ທ່ານ, ສຳຫຼວດຄວາມເປັນໄປໄດ້ເສັ້ນທາງທ່ອງທ່ຽວພະຈົນໄພຂີ່ເຮືອລອງຕາມສາຍນໍ້າບາກກັບທຸລະກິດຜູ້ສຳປະທານ, ຊຸກຍູ້ຜູ້ປະກອບການຂົງເຂດທ່ອງທ່ຽວ ໃຫ້ເຄື່ອນໄຫວໄປຕາມລະບຽບ, ກົດໝາຍ, ເລີກຮື້ປ້າຍໂຄສະນາບໍ່ຖືກຕ້ອງ ໄດ້ສໍາເລັດ.
ສ່ວນວຽກງານແຮງງານ-ສະຫວັດດີການສັງຄົມ ເມືອງໄດ້ລົງໂຄສະນາກ່ຽວກັບການຄ້າມະນຸດ ແລະ ຜົນຮ້າຍຂອງການຄ້າມະນຸດຢູ່ບ້ານເປົ້າໝາຍໄດ້ 20 ບ້ານ ແລະ 11 ໂຮງຮຽນ, ສ້າງສັນຍາແຮງງານໄດ້ 37 ຫົວໜ່ວຍ, ມີແຮງງານ 275 ຄົນຍິງ 140 ຄົນ.ສົມທົບກັບພະແນກສາທາແຂວງລົງກວດສຸຂະພາບແຮງງານຢູ່ບໍລິສັດຊຸນຮົວໄດ້ 70 ຄົນຍິງ 35 ຄົນ, ສົມທົບກັບບໍລິສັດຈັດຫາງານໄດ້ 125 ຄົນຍິງ 33 ຄົນ, ຊຸກຍູ້ໂຮງຮຽນເຕັກນິກວິຊາຊີບແບບປະສົມນ້ໍາບາກແຂວງຫຼວງພະບາງ ແລະ ໂຮງຮຽນເວດສະພົງໃນການຝຶກອົບຮົມພັດທະນາສີມືແຮງງານໃນສາຂາວິຊາຊ່າງໄຟຟ້າ, ຊ່າງສ້ອມແປງລົດຈັກ, ຊ່າງເຄຫາສະຖານ, ຊ່າງຄອມພິວເຕີ, ຊ່າງປຸງແຕ່ງອາຫານ ແລະ ດ້ານການປູກຝັງ-ລ້ຽງສັດໄດ້ 37 ຄົນຍິງ 17 ຄົນ.ໄປພ້ອມກັນນີ້,ເມືອງຍັງໄດ້ປະຕິບັດນະໂຍບາຍອຸດໜູນພະນັກງານບຳນານ, ພະນັກງານເສຍອົງຄະ ແລະ ຄູ່ສົມລົດ,ປະກັນຕົນເສຍຊີວິດ 12 ທ່ານ, ເກີດຜົນກະທົບຈາກອັກຄີໄພໄຟໄໝ້ເຮືອນ 3 ຄອບຄົວ, ລົມພາຍຸ 67 ຄອບຄົວ ລວມເປັນມູນຄ່າ 757.617.000 ກີບ ແລະ ໄດ້ມອບເຂົ້າຈ້າວໃຫ້ຄອບຄົວຜູ້ຖືກຜົນກະທົບຈາກໄພທຳມະຊາດ ເປັນມູນຄ່າ 154.170.000 ກີບ, ຊ່ວຍເຫຼືອຄອບຄົວຜູ້ຖືກເຄາະຮ້າຍໄພພິບັດຈຳນວນ 9 ຄອບຄົວ ລວມມູນຄ່າ 24.066.000 ກີບ.