ພິທີເຊັນສັນຍາວ່າດ້ວຍການຈັດຕັ້ງປະຕິບັດໂຄງການພັດທະນາຄຸ້ມຄອງ ແລະ ໃຫ້ບໍລິການລະບົບຂໍ້ມູນຂ່າວສານທີ່ດິນແຫ່ງຊາດແບບທັນສະໄໝລະຫວ່າງກົມທີ່ດິນ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ບໍລິສັດ ລາວພັດທະນາ ແລະ ບໍລິການທີ່ດິນ ຈຳກັດໄດ້ມີຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ.
ພາຍຫຼັງພິທີເຊັນສັນຍາແລ້ວທັງສອງຝ່າຍຈະໄດ້ມີການຈັດຕັ້ງປະຕິບັດຕາມເງື່ອນໄຂຂອງສັນຍາເພື່ອສ້າງ, ພັດທະນາລະບົບບໍລິການ ແລະ ຄຸ້ມຄອງຂໍ້ມູນຂ່າວສານທີ່ດິນແຫ່ງຊາດແບບທັນສະໄໝ ໂດຍສືບຕໍ່ລະບົບຂອງກົມທີ່ດິນທີ່ເປັນພື້ນຖານຢູ່ແລ້ວໃຫ້ມີຄວາມສົມບູນ ແລະ ໃຫ້ສາມາດເຊື່ອມໂຍງເຂົ້າກັບກະຊວງການເງິນ ອົງການຈັດຕັ້ງ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດ.
ໂຄງການດັ່ງກ່າວເປັນການລົງທຶນຂອງບໍລິສັດ 100%,ບໍລິສັດຈະພັດທະນາລະບົບ API Gateway ເພື່ອເຊື່ອມຕໍ່ລະບົບຂອງກົມທີ່ດິນເຂົ້າກັບລະບົບຊຳລະຂອງກະຊວງການເງິນ; ປັບປຸງການເຊື່ອມຕໍ່ລະຫວ່າງບັນດາລະບົບພາຍໃນຂອງກົມທີ່ດິນທີ່ມີຢູ່ແລ້ວໃຫ້ເປັນອັນດຽວເຊັ່ນ: ຖານຂໍ້ມູນທະບຽນທີ່ດິນ (LaoLandReg),ຖານຂໍ້ມູນການເຊົ່າ ແລະ ສໍາປະທານທີ່ດິນຂອງລັດ (LCIS) ແລະ ຖານຂໍ້ມູນຂ່າວສານການວາງແຜນນໍາໃຊ້ທີ່ດິນ (LUIS),ບໍລິສັດ ໄດ້ອອກແບບ ແລະ ຕິດຕັ້ງລະບົບພື້ນຖານໂຄງລ່າງລວມມີລະບົບເຊີບເວີ້, ລະບົບເຄືອຂ່າຍ, ລະບົບສໍາຮອງຂໍ້ມູນ ແລະ ລະບົບຄວາມປອດໄພໃຫ້ມີປະສິດທິພາບສູງສຸດ, ບໍລິສັດ ພັດທະນາລະບົບສະໜອງການບໍລິການຂໍ້ມູນທີ່ດິນໃຫ້ແກ່ພາກສ່ວນອື່ນໆທີ່ຕ້ອງການເຊື່ອມຕໍ່ ແລະ ນຳໃຊ້ຂໍ້ມູນທີ່ດິນຢ່າງເປັນລະບົບໂປ່ງໃສສາມາດກວດສອບໄດ້, ສ້າງລະບົບອອກໃບບິນ (e-Billing) ສະລັບໃບຮັບເງິນອາກອນທີ່ດິນ (ພາສີທີ່ດິນ) ຄ່າທໍານຽມ ແລະ ຄ່າບໍລິການຂອງທີ່ດິນ ໃນນີ້, ບໍລິສັດຍັງໄດ້ພັດທະນາ ແລະ ຄຸ້ມຄອງການເຊື່ອມຕໍ່ກັບລະບົບເກັບເງິນສົດ (POS) ຂອງບັນດາພາກສ່ວນຕ່າງໆໃຫ້ສາມາດຊ່ວຍໃນການຊຳລະສະສາງແບບເງິນສົດສຳລັບປະຊາຊົນໃນເຂດທ້ອງຖິ່ນ.
ນອກຈາກນີ້, ຍັງພັດທະນາ Web ແລະ Mobile App ຂອງກົມທີ່ດິນ ເພື່ອເຊື່ອມຕໍ່ນຳຄູ່ຮ່ວມອື່ນໆ ເຊັ່ນ: ການສ້າງແອັບບໍລິການທີ່ດິນ Land services ເພື່ອບໍລິການ ແລະ ສະໜອງຂໍ້ມູນທີ່ດິນໃຫ້ປະຊາຊົນມີຊ່ອງທາງເຂົ້າເຖິງຂໍ້ມູນຂ່າວສານ ແລະ ບໍລິການຜ່ານໂທລະສັບມືຖື ຫຼື ເວັບໄຊຂອງທີ່ດິນ, ສ້າງລະບົບລາຍງານແບບລວມສູນ (Datawarehouse)ຂອງຂໍ້ມູນທີ່ດິນ ສາມາດເກັບກໍາສະຖິຕິການຈົດທະບຽນປ່ຽນແປງການເຄື່ອນໄຫວ ແລະ ຂໍ້ມູນຂ່າວສານອື່ນໆ ສ່ວນກົມທີ່ດິນປະກອບສ່ວນມີພື້ນຖານໂຄງລ່າງ ແລະລະບົບເຄືອຂ່າຍທີ່ມີໃນປັດຈຸບັນ, ໃນໂຄງການພັດທະນາ ແລະ ຄຸ້ມຄອງລະບົບຂໍ້ມູນຂ່າວສານທີ່ດິນ ພາກລັດກໍຄືກົມທີ່ດິນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈະໄດ້ຮັບຜົນປະໂຫຍດຈາກການລົງທຶນ ເຊັ່ນ: ອຸປະກອນໄອທີ ລະບົບເຄືອຂ່າຍທີ່ທັນສະໄໝ ຊ່ຽວຊານທີ່ປະກອບສ່ວນໃຫ້ພາກລັດ ແລະ ສາມາດຫັນເອົາວຽກງານຄຸ້ມຄອງທີ່ດິນໃຫ້ເປັນແບບທັນສະໄໝ ເພື່ອຕອບສະໜອງການບໍລິການກ່ຽວກັບທີ່ດິນໃຫ້ມີຄວາມວ່ອງໄວ ມີຄວາມປອດໄພດ້ານລະບົບ ມີຄວາມໂປ່ງໃສ ແລະ ສາມາດເຊື່ອມໂຍງເຂົ້າກັບຂະແໜງການເງິນໃນການເກັບລາຍຮັບເຂົ້າງົບປະມານຜ່ານລະບົບການເງິນການທະນາຄານ.
ຂ່າວ: ຈາກວິທະຍຸກະຈາຍສຽງແຫ່ງຊາດ