ພິທີປະກາດຮັບຮອງເອົາ 69 ບ້ານຂອງເມືອງຈອມເພັດ ແຂວງຫຼວງພະບາງ ເປັນເມືອງຢຸດຕິການຖ່າຍຊະຊາຍ ເມືອງທີ 11 ຂອງແຂວງໄດ້ຈັດຂຶ້ນໃນວັນທີ 23 ກໍລະກົດຜ່ານມາ ທີ່ສະໂມສອນເມືອງ ໂດຍການເຂົ້າຮ່ວມຂອງທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງ, ທ່ານ ສາຍສະໜອນ ສາລິວົງ ເຈົ້າເມືອງຈອມເພັດ, ທ່ານ ຄໍາສອນ ພົງສະຫວັດດີ ຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບຸນເພັງ ພົມມະວົງ ຫົວໜ້າຫ້ອງການສາທາລະນະສຸກເມືອງ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານການສ້າງເມືອງຢຸດຕິການຖ່າຍຊະຊາຍວ່າ: ເມືອງຈອມເພັດມີທັງໝົດ 69 ບ້ານ, ພົນລະເມືອງ 35.523 ຄົນ, ຍິງ 17.148 ຄົນ ປະກອບດ້ວຍ 3 ເຜົ່າໃຫຍ່. ຜ່ານການຈັດຕັ້ງປະຕິບັດວຽກງານໃນການສ້າງຊຸມຊົນເປັນເຈົ້າດ້ານສຸຂາອະນາໄມ ຫຼື ການສ້າງຊຸມຊົນຢູ່ບັນດາບ້ານ ເພື່ອຢຸດຕິການຖ່າຍຊະຊາຍຕາມຄາດໝາຍສູ້ຊົນຂອງພະແນກສາທາລະນະສຸກແຂວງ ວ່າດ້ວຍການສ້າງບ້ານ ແລະ ເມືອງຢຸດຕິການຖ່າຍຊະຊາຍໃຫ້ບັນລຸຄາດໝາຍໃນປີ 2025 ຊຶ່ງໄດ້ປະກາດຮັບຮອງເມືອງຈອມເພັດ ເປັນເມືອງຢຸດຕິການຖ່າຍຊະຊາຍໃນປີ 2024. ປັດຈຸບັນ, ທົ່ວເມືອງມີໂຮງໝໍຊຸມຊົນ 1 ແຫ່ງ, ໂຮງໝໍນ້ອຍ 9 ແຫ່ງ, ບ້ານແບບຢ່າງສາທາລະນະສຸກ 69 ບ້ານ ເທົ່າກັບ 100%, ອັດຕາການຊົມໃຊ້ນໍ້າສະອາດ 100%, ອັດຕາການຊົມໃຊ້ວິດຖ່າຍ 100%. ຄຽງຄູ່ກັນນັ້ນ ວຽກງານສາທາລະນະສຸກເມືອງຈອມເພັດໄດ້ສຸມໃສ່ການຈັດຕັ້ງປະຕິບັດ 11 ຕົວຊີ້ບອກ ຕິດພັນກັບວຽກງານສຸຂາພິບານ ແລະ ສ້າງບ້ານຢຸດຕິການຖ່າຍຊະຊາຍ, ສ້າງບ້ານສາທາລະນະສຸກແບບຢ່າງ 10 ມາດຖານ 30 ຕົວຊີ້ວັດ ແລະ ສະໜອງນໍ້າສະອາດໃຫ້ພຽງພໍກັບຄວາມຕ້ອງການ ຊຶ່ງສາມາດບັນລຸຕົວຊີ້ບອກສໍາເລັດ 100%.
ໂອກາດນີ້, ທ່ານ ທອງງາມ ອາຍາສອນ ຫົວໜ້າຫ້ອງການພາຍໃນເມືອງ ໄດ້ຜ່ານຂໍ້ຕົກລົງຂອງທ່ານຫົວໜ້າພະແນກສາທາລະນະສຸກແຂວງ ວ່າດ້ວຍການຮັບຮອງເອົາເມືອງຈອມເພັດ ເປັນເມືອງຢຸດຕິການຖ່າຍຊະຊາຍປະຈໍາປີ 2024 ແລະ ຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍການຍ້ອງຍໍສັນລະເສີນໃຫ້ 69 ບ້ານພາຍໃນເມືອງຈອມເພັດ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຊຸມຊົນເປັນເຈົ້າການວຽກງານຢຸດຕິການຖ່າຍຊະຊາຍ, ໃຫ້ກຽດມອບໂດຍທ່ານ ບຸນເລື່ອມ ມະນີວົງ ແລະ ທ່ານ ຄໍາສອນ ພົງສະຫວັດດີ. ໃນພິທີຄະນະປະທານໄດ້ຮ່ວມກັນຕັດແຖບຜ້າ, ລັ່ນຄ້ອງ 9 ບາດ, ເປີດປ້າຍເພື່ອປະກາດຮັບຮອງເມືອງຈອມເພັດ ເປັນເມືອງຢຸດຕິການຖ່າຍຊະຊາຍ. ຂ່າວ: ເມືອງຈອມເພັດ