ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງຄອບ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະ ຫຼຸບການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2024 ຂຶ້ນໃນວັນທີ 23 ກໍລະກົດຜ່ານມາ ທີ່ຫ້ອງປະຊຸມກົມກອງດັ່ງກ່າວ ໃຫ້ກຽດເປັນປະທານຂອງທ່ານ ພັທ ປີຊາ ປັນຍາແກ້ວ ຫົວໜ້າກອງບັນຊາການ ປກສ ເມືອງ, ມີຄະນະພັກ, ຄະນະບັນຊາ, ນາຍ ແລະ ພົນຕໍາຫຼວດເຂົ້າຮ່ວມ.
ທ່ານ ພັທ ປີຊາ ປັນຍາແກ້ວ ໄດ້ໃຫ້ກຽດກ່າວເປີດກອງປະຊຸມ. ຈາກນັ້ນ, ທ່ານ ພັຕ ສີທັດ ຈິດຕະວົງ ຫົວໜ້າຫ້ອງການກອງບັນຊາການ ປກສ ເມືອງໄດ້ຂຶ້ນຜ່ານບົດສະຫຼຸບ 6 ເດືອນຜ່ານມາ ແລະ ແຜນການ 6 ເດືອນທ້າຍປີ 2024 ວ່າ: ໃນ 6 ເດືອນຜ່ານມາ ປກສ ເມືອງ ໄດ້ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາ ຊິກພັກ-ພະນັກງານນັກຮົບຢ່າງເປັນລະບົບຕໍ່ເນື່ອງ ໂດຍຖືເອົາການສ່ອງແສງລາຍງານ, ຕໍານິສົ່ງຂ່າວຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ກໍ່ສ້າງພະນັກງານ-ນັກຮົບໃຫ້ແທດເໝາະກັບຄວາມຮູ້ຄວາມສາມາດຂອງແຕ່ລະສະຫາຍ, ປັບປຸງກໍ່ສ້າງພັກໄປຕາມ 3 ທິດນໍາ 5 ຫຼັກການຂອງພັກຢ່າງຕັ້ງໜ້າ ໂດຍຕິດພັນກັບວຽກງານວິຊາສະເພາະ ເພື່ອປັບປຸງກໍາລັງ ປກສ ຢູ່ຂັ້ນຮາກຖານໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ເຮັດວຽກພາກສະໝາມ ຕິດພັນກັບວຽກງານ 3 ສ້າງ, ບ້ານພັດທະນາ, ບ້ານປ້ອງກັນຄວາມສະຫງົບດີຕາມຄໍາສັ່ງເລກທີ 09/ກມ.ສພ, ເອົາໃຈໃສ່ປັບປຸງກໍ່ສ້າງການເມືອງແນວຄິດໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນຂຶ້ນເທື່ອລະກ້າວ. ສຸມໃສ່ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມຢ່າງຕັ້ງໜ້າ. ໃນ 6 ເດືອນຜ່ານມາ ມີຄະດີທີ່ເກີດຂຶ້ນທັງໝົດ 7 ລາຍ, ພົ້ນເດັ່ນ ຄະດີຄ້າຂາຍຢາເສບຕິດຈໍານວນ 3 ລາຍ, ຄະດີລັກຊັບພົນລະເມືອງ 1 ລາຍ, ຄະດີທໍາລາຍຊັບສິນຂອງບຸກຄົນອື່ນ 1 ລາຍ, ມີອາວຸດໄວ້ຄອບຄອງ 1 ລາຍ ແລະ ຄະດີເຮັດໃຫ້ຄົນອື່ນເສຍຊີວິດ 1 ລາຍ. ທຽບໃສ່ 6 ເດືອນຜ່ານມາຫຼຸດລົງ 8 ລາຍ. ຂ່າວ: ທອງແກ້ວ ພອນມະລີ