ໃນວັນທີ 23 ກໍລະກົດຜ່ານມາ ທີ່ຫ້ອງປະຊຸມພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ( ຖວທ ) ແຂວງວຽງຈັນ ໄດ້ຈັດກອງປະຊຸມສຳມະນາການວາງແຜນພັດທະນາວຽກງານ ຖວທ ແລະ ແນະນຳຂຽນບົດສະເໜີໂຄງການລົງທຶນຂອງລັດໃຫ້ ຖວທ 4 ແຂວງພາກກາງ ໂດຍການເປັນປະທານຮ່ວມຂອງທ່ານນາງ ແພງຈັນ ເມືອງແພງ ຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ກະຊວງ ຖວທ ແລະ ທ່ານ ສຳພັນ ມະນີຈັນ ຮອງຫົວໜ້າພະແນກ ຖວທ ແຂວງ, ມີຫົວໜ້າ, ຮອງຫົວໜ້າພະແນກ ພ້ອມດ້ວຍພະນັກງານ 4 ແຂວງພາກກາງເຂົ້າຮ່ວມ.
ທ່ານນາງ ແພງຈັນ ແພງເມືອງ ກ່າວວ່າ: ກອງປະຊຸມຄັ້ງນີ້ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ການກຳນົດວຽກງານຈຸດສຸມ, ແຜນງານ ແລະ ໂຄງການໃນແຜນພັດທະນາ 5 ປີ (2026-2030). ຜ່ານມາເຫັນວ່າຍັງມີລັກສະນະກວ້າງຂວາງເກີນໄປ ເຮັດໃຫ້ການຈັດຕັ້ງປະຕິບັດບໍ່ມີຈຸດສຸມ ແລະ ການກຳນົດຊື່ໂຄງການຈຳນວນໜຶ່ງຍັງບໍ່ສອດຄ່ອງກັບທິດທາງການພັດທະນາຂອງກະຊວງ, ການຈັດຕັ້ງປະຕິບັດຄາດໝາຍຂອງຂະແໜງການ ແລະ ສະພາແຫ່ງຊາດຂອງກົມກອງຍັງບໍ່ມີຈຸດສຸມ ຫຼືມີການຈັດລຽງບຸລິມະສິດເທົ່າທີ່ຄວນ ເຮັດໃຫ້ການຈັດຕັ້ງປະຕິບັດບໍ່ບັນລຸຕາມເປົ້າໝາຍທີ່ກຳນົດໄວ້; ການຂຽນບົດສະເໜີໂຄງການລົງທຶນຂອງລັດຍັງບໍ່ທັນປະຕິບັດໄດ້ຕາມກອບເວລາທີ່ກຳນົດໄວ້ໃນລະບຽບ, ກົດໝາຍທີ່ກ່ຽວ ຂ້ອງອື່ນໆ.
ຈາກນັ້ນ, ທ່ານນາງ ຄຳບາງ ສຸລິມາບຸນເລີດ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ກະຊວງ ຖວທ ໃຫ້ຮູ້ວ່າ: ການພັດທະນາວຽກງານ ຖວທ ໄລຍະ 5 ປີຜ່ານມາ ເຫັນວ່າມີຫຼາຍຜົນງານທີ່ພົ້ນເດັ່ນເປັນຕົ້ນ ດ້ານວຽກງານຖະແຫຼງຂ່າວ ສາມາດອອກບັດໃຫ້ນັກຂ່າວໄດ້ຈຳນວນ 90 ບັດ, ອອກໃບອະນຸຍາດໜ້າເພດສື່ອອນລາຍ ຈຳນວນ 124 ໜ້າເພດ, ໂຄສະນາເຜີຍແຜ່ການລະບາດຂອງພະຍາດໂຄວິດ-19, ພະຍາດຕາມລະດູການ, ຂໍ້ມູນການປ່ຽນແປງສະພາບດິນຟ້າອາກາດ, ສ້າງຕັ້ງວາລະສານໄດ້ 3 ສະບັບ, ປັບປຸງພື້ນຖານເຕັກນິກໂຄງລ່າງຂອງໂທລະ ພາບແຫ່ງຊາດລາວຊ່ອງ 3 ຈາກອານາລັອກໄປສູ່ລະບົບດີຈີຕອນເທື່ອລະກ້າວ. ທົ່ວປະເທດມີສູນວັດທະນະທຳເດັກທັງໝົດ 47 ແຫ່ງ, ສຳເລັດການກະກຽມຄຳຮ້ອງນຳສະເໜີເອົາອຸທິຍານແຫ່ງຊາດຫີນໜາມໜໍ່ແຂວງຄຳມ່ວນ ເປັນມໍລະ ດົກແຫ່ງຊາດ, ຝຶກອົບຮົມບຸກຄະລາກອນ ແລະ ໂຄງການແລກປ່ຽນກິດຈະກຳສູນວັດທະນະທຳເດັກຢູ່ບັນດາແຂວງ,ເມືອງໄດ້ 12 ຄັ້ງ, ສຳເລັດການຄົ້ນຄວ້າອະນຸມັດບັນຊີຊັບສົມບັດວັດທະນະທຳເບື້ອງຕົ້ນ ເພື່ອນຳສະເໜີເປັນມໍລະດົກຄວາມຊົງຈຳຂອງໂລກ 5 ຫົວຂໍ້, ສຳເລັດການເຜີຍແຜ່ກົດໝາຍຮູບເງົາ, ຄຸ້ມຄອງແນະນຳການຖ່າຍທຳບັນທຶກ ແລະການເຄື່ອນໄຫວຂອງຜູ້ນຳຂັ້ນສູງ ແລະ ກິດຈະກຳຕ່າງໆທີ່ເປັນເຫດການສຳຄັນຂອງຊາດໄດ້ 52 ຄັ້ງ, ການສາຍຮູບ ເງົາຮັບໃຊ້ສັງຄົມ 353 ຄັ້ງ, ປັບປຸງໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວ, ຍົກລະດັບບຸກຄະລາກອນການທ່ອງທ່ຽວໃນຫຼາຍຫົວຂໍ້ໃຫ້ແກ່ພັກ-ລັດ ແລະ ພາກທຸລະກິດໄດ້ຫຼາຍຫົວຂໍ້ມີຜູ້ເຂົ້າຮ່ວມທັງໝົດ 5.910 ເທື່ອຄົນ, ສຳເລັດການປະເມີນຫົວໜ່ວຍທຸລະກິດໄດ້ 1.140 ພາກສ່ວນ, ສຳເລັດການສ້າງແຜນພັດທະ ນາທ່ອງທ່ຽວແຂວງໄຊສົມບູນ 2021-2025 ແລະ ເມືອງເຟືອງແຂວງວຽງຈັນ 2023-2030. ພ້ອມນີ້, ຄະນະຮັບ ຜິດຊອບຈາກສູນກາງຍັງໄດ້ແນະນຳການຂຽນບົດສະເໜີໂຄງການລົງທຶນຂອງລັດນຳອີກ. ຂ່າວ: ແຂວງວຽງຈັນ