ສະຫາຍ ຫງວຽນ ຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ປະກອບສ່ວນອັນໃຫຍ່ຫຼວງ, ລໍ້າຄ່າ ແລະ ສໍາຄັນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ມາໂດຍຕະຫຼອດ ຊຶ່ງການຈາກໄປຂອງ ສະຫາຍເປັນການສູນເສຍ ເພື່ອນສະຫາຍທີ່ໃກ້ຊິດ ສະໜິດສະໝົມທີ່ສຸດຂອງ ພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າ.
ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 23 ກໍລະກົດ ນີ້ຕໍ່ກັບຜົນງານ ແລະ ບົດຮຽນດ້ານວຽກງານການພົວພັນຂອງພັກ ທີ່ສະຫາຍ ຫງວຽນ ຝູຈ້ອງ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນວຽກປັບປຸງກໍ່ສ້າງພັກໃຫ້ເຂັ້ມແຂງ, ການແກ້ໄຂບັນຫາການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ຕ່າງໆ, ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຫວຽດນາມ ໄປຕາມທິດສັງຄົມນິຍົມ. ປັດຈຸບັນ, ສະພາບການພັດທະນາຂອງຫວຽດນາມ ມີການປ່ຽນແປງໄປທາງທີ່ຕັ້ງໜ້າ ໂດຍສະເພາະດ້ານເສດຖະກິດເຫັນໄດ້ວ່ານັບແຕ່ປີ 2015 ລະດັບການຂະຫຍາຍຕົວGDP ຂອງຫວຽດນາມສະເລ່ຍໃສ່ຫົວປະມານ 2.000 ໂດລາ, ມາເຖິງ 2021 ລະດັບການຂະຫຍາຍຕົວຂອງ GDP ສະເລ່ຍປະມານເກືອບ 3.000 ໂດລາ, ມາເຖິງໄລຍະມໍ່ໆນີ້, ລະດັບການຂະຫຍາຍຕົວຂອງ GDP ແມ່ນສູງກວ່າ 4.000 ໂດລາ. ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການຍົກລະດັບສູງຂຶ້ນຢ່າງປະຈັກຕາ, ປະຊາຊົນຫວຽດນາມ ມີຄວາມຮັ່ງມີຂຶ້ນໃນຈັງຫວະທີ່ໄວ, ການພົວພັນຮ່ວມມືກັບສາກົນ ເຫັນວ່າມີຈັງຫວະທີ່ດີຂຶ້ນ.
ເວົ້າລວມແລ້ວ, ພາຍໃຕ້ການນຳພາ-ຊີ້ນໍາຂອງ ສະຫາຍ ຫງວຽນ ຝູຈ້ອງ ທີ່ເປັນແກນນໍາໃນພັກກອມມູນິດຫວຽດນາມ ເຮັດໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ໂດຍສະເພາະການເພີ່ມທະວີເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ເປັນການພົວພັນແບບພິເສດ ຊຶ່ງການພົວພັນດັ່ງກ່າວ, ໄດ້ສ້າງຂຶ້ນດ້ວຍເລືອດເນື້ອ, ເຫື່ອແຮງຂອງນັກປະຕິວັດ ກໍຄືການນໍາສອງປະເທດໄລຍະທີ່ຜ່ານມາ ໃນຂະບວນການຕໍ່ສູ້ເພື່ອຄວາມເປັນເອກະລາດແຫ່ງຊາດ ເປັນພື້ນຖານໃນການສ້າງການພົວພັນພິເສດ ລະຫວ່າງສອງພັກ, ສອງລັດ ກໍຄື ປະຊາຊົນສອງຊາດ ຊຶ່ງ ສະຫາຍ ເປັນຜູ້ນໍາຜູ້ໜຶ່ງທີ່ໃຫ້ຄວາມສໍາຄັນ ໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ.
ຂ່າວ: ຂປລ