ໂດຍ: ພູວັນ
ພັກ ແລະ ລັດຖະບານແຫ່ງ ສປປ ລາວ ຍາມໃດກໍມີຄວາມເປັນຫ່ວງເປັນໃຍຕໍ່ຊາວຜູ້ອອກແຮງງານ ໂດຍສະເພາະແຮງງານເຄື່ອນຍ້າຍໄປຕ່າງປະເທດເພື່ອໃຫ້ການຊ່ວຍເຫຼືອແຮງງານລາວທີ່ໄປເຮັດວຽກຢູ່ຕ່າງປະເທດແບບຖືກຕ້ອງ ແລະ ບໍ່ຖືກຕ້ອງທີ່ໄດ້ຮັບຜົນກະທົບ ແລະ ຖືກກົດຂີ່ຂູດຮີດໃນດ້ານຕ່າງໆ ໂດຍຈະຊ່ວຍເຫຼືອດ້ວຍຫຼາຍຮູບແບບ ເປັນຕົ້ນສະໜອງການພັດທະນາສີມືແຮງງານເພື່ອປ້ອນເຂົ້າສູ່ຕຳແໜ່ງງານວ່າງຢູ່ພາຍໃນປະເທດ, ສະໜອງເຄື່ອງອຸປະໂພກ-ບໍລິໂພກ, ທີ່ພັກຊົ່ວຄາວຈົນເຖິງການນຳສົ່ງກັບຄືນພູມລຳເນົາ, ສົ່ງຕໍ່ແຮງງານທີ່ໄດ້ຮັບຜົນກະທົບທາງດ້ານຮ່າງກາຍ ແລະ ຈິດໃຈເພື່ອປິ່ນປົວຢູ່ໂຮງໝໍໃຫ້ທ່ວງທັນສະພາບການ.
ທ່ານນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມການຈັດຫາງານ ກະຊວງ ຮສສ ກ່າວໃຫ້ຮູ້ໃນພິທີເປີດສູນຊ່ວຍເຫຼືອແຮງງານເຄື່ອນຍ້າຍເມື່ອບໍ່ດົນມານີ້ວ່າ: ປັດຈຸບັນແຮງງານເຄື່ອນຍ້າຍນັບມື້ນັບເພີ່ມຂຶ້ນ, ສະພາບແຮງງານເຄື່ອນຍ້າຍບໍ່ແມ່ນບັນຫາສະເພາະຂອງປະເທດໃດໜຶ່ງເທົ່ານັ້ນ, ແຕ່ມັນເປັນບັນຫາລວມຂອງຂົງເຂດ, ພາກພື້ນ ແລະ ຂອງໂລກ, ສາເຫດຕົ້ນຕໍທີ່ພາໃຫ້ເກີດມີການເຄື່ອນຍ້າຍແຮງງານເພື່ອຊອກຫາວຽກເຮັດງານທຳທີ່ດີກວ່າ ແລະ ການສະແຫວງຫາຄ່າແຮງງານທີ່ສູງກວ່າ, ແຕ່ຄຽງຄູ່ກັນນັ້ນມີແຮງງານຈຳນວນໜຶ່ງເຄື່ອນຍ້າຍຍ້ອນສະພາບຄວາມອຶດຫິວ, ຄວາມທຸກຍາກ, ໄພທຳມະຊາດ ແລະ ຄວາມເຊື່ອມໂຊມຂອງສິ່ງແວດລ້ອມ ລວມໄປເຖິງຄວາມຜັນຜວນຂອງສະພາບເສດຖະກິດ, ການເກີດຂໍ້ຂັດແຍ່ງທາງດ້ານການເມືອງ ແລະ ສົງຄາມ. ສະນັ້ນ,ໃນທຸກໆປີຈະມີແຮງງານເຄື່ອນຍ້າຍໄປ-ມາໃນທົ່ວໂລກເພີ່ມຂຶ້ນເລື້ອຍໆ ການເຄື່ອນຍ້າຍແຮງງານດັ່ງກ່າວນັ້ນໄດ້ກາຍເປັນບັນຫາທີ່ທຸກໆປະເທດຕ້ອງໄດ້ເອົາໃຈໃສ່ຮ່ວມກັນໃນການຄຸ້ມຄອງຕາມລະບຽບກົດໝາຍຂອງແຕ່ລະປະເທດ, ການອຳນວຍຄວາມສະດວກ, ການໃຫ້ການບໍລິການໂດຍຄຳນຶງເຖິງສິດ ແລະ ຜົນປະໂຫຍດຂອງແຮງງານເຄື່ອນຍ້າຍຊຶ່ງເຂົາເຈົ້າໄດ້ກາຍເປັນໜຶ່ງໃນໂຄງປະກອບຂອງກໍາລັງແຮງງານທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ. ແຕ່ແຮງງານເຄື່ອນຍ້າຍຈໍານວນບໍ່ໜ້ອຍໄດ້ຮັບຜົນກະທົບຈາກສະພາບການອອກແຮງງານທີ່ບໍ່ປອດໄພ ແລະ ບໍ່ມີຄວາມເປັນທຳ, ບໍ່ຮັບປະກັນເງື່ອນໄຂພື້ນຖານຂອງການດຳລົງຊີວິດ, ຖືກຂູດຮີດແຮງງານ, ຖືກຈຳກັດສິດທິ, ຖືກຂູດຮີດທາງເພດ ແລະ ຕົກເປັນເຫຍື່ອຂອງການຄ້າມະນຸດ ໂດຍສະເພາະແມ່ນແຮງງານເຄື່ອນຍ້າຍທີ່ບໍ່ຖືກຕ້ອງຕາມກົດໝາຍ.
ທ່ານນາງ ອານຸສອນ ຄຳສິງສະຫວັດ ກ່າວໃຫ້ຮູ້ຕື່ມວ່າ: ພັກ ແລະ ລັດຖະບານແຫ່ງ ສປປ ລາວ ຍາມໃດກໍມີຄວາມເປັນຫ່ວງເປັນໃຍຕໍ່ຊາວຜູ້ອອກແຮງງານ ໂດຍສະເພາະແມ່ນແຮງງານເຄື່ອນຍ້າຍໄປຕ່າງປະເທດຊຶ່ງສະແດງອອກໃນການປະກອບສ່ວນເຂົ້າເປັນຄະນະກຳມະການອາຊຽນກ່ຽວກັບແຮງງານເຄື່ອນຍ້າຍ ເພື່ອຈັດຕັ້ງປະຕິບັດຖະແຫຼງການອາຊຽນວ່າດ້ວຍການປົກປ້ອງ ແລະ ສົ່ງເສີມສິດທິຂອງແຮງງານເຄື່ອນຍ້າຍຢ່າງຕັ້ງໜ້າ. ນອກຈາກນີ້, ສປປ ລາວໄດ້ໃຫ້ຄວາມສໍາຄັນ ແລະ ໃຫ້ສັດຕະຍາບັນຕໍ່ສົນທິສັນຍາຂອງອົງການແຮງງານສາກົນແລ້ວຈໍານວນ 11 ສະບັບ, ໄດ້ສ້າງ ແລະ ປັບປຸງກົດໝາຍ, ນິຕິກຳລຸ່ມກົດໝາຍກ່ຽວກັບການຈັດຫາງານ, ການເຄື່ອນຍ້າຍແຮງງານ ແລະ ການສ້າງຕັ້ງກອງທຶນສໍາລັບແຮງງານເຄື່ອນຍ້າຍໃຫ້ມີຄວາມຮັດກຸມ ແລະ ຊັດເຈນຫຼາຍຂຶ້ນກວ່າເກົ່າ.ພ້ອມນັ້ນກໍໄດ້ຮ່ວມມືກັບປະເທດໃກ້ຄຽງເປັນຕົ້ນໄດ້ມີການປັບປຸງ ແລະ ເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງຣາຊະອານາຈັກໄທ, ສເກົາຫຼີ ແລະ ຍີ່ປຸ່ນໂດຍເນັ້ນໜັກບັນຫາການຄຸ້ມຄອງແຮງງານ, ການພັດທະນາສີມືແຮງງານ ແລະ ການປະກັນສັງຄົມ. ໄດ້ຮ່ວມມືກັບອົງການຈັດຕັ້ງສາກົນ ແລະ ບັນດາຂະແໜງການກ່ຽວຂ້ອງໂຄສະນາໃຫ້ຄວາມຮູ້ແກ່ແຮງງານເຄື່ອນຍ້າຍດ້ວຍຫຼາຍຮູບແບບ, ປັບປຸງ ແລະ ພັດທະນາລະບົບການຈັດຫາງານ ຊຶ່ງມາຮອດປັດຈຸບັນມີ 48 ວິສາຫະກິດບໍລິການຈັດຫາງານ ທີ່ເຮັດໜ້າທີ່ໃນການຈັດຫາວຽກເຮັດງານທໍາທັງພາຍ
ໃນ ແລະ ສົ່ງໄປຕ່າງປະເທດ, ມີຈຸດບໍລິການຈັດຫາງານຂັ້ນແຂວງ 18 ຈຸດ, ຂັ້ນເມືອງ 41 ຈຸດ, ສູນຂໍ້ມູນຂ່າວສານສໍາລັບແຮງງານເຄື່ອນຍ້າຍ 6 ແຫ່ງ. ນອກນັ້ນຍັງໄດ້ປັບປຸງລະບົບໂປຣແກຣມການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດໃຫ້ເປັນລະບົບທີ່ດີຂຶ້ນ ມີຄວາມສະດວກໃນການຕິດຕາມ ແລະ ຄຸ້ມຄອງບັນດາແຮງງານເຄື່ອນຍ້າຍດັ່ງກ່າວ. ນັບແຕ່ປີ 2002 ເປັນຕົ້ນມາ ກະຊວງ ຮສສ ໄດ້ຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ຊຶ່ງມາຮອດປັດຈຸບັນໄດ້ຈັດສົ່ງແຮງງານລາວຈໍານວນ 630.463 ຄົນ ຍິງ 330.188 ຄົນ ຄາດຄະເນແຮງງານສົ່ງເງິນກັບຄືນປະເທດປະມານ 52ລ້ານໂດລາຕໍ່ເດືອນ ຫຼືປະມານ 625ລ້ານໂດລາຕໍ່ປີ.
ກະຊວງ ຮສສ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການຕິດຕາມ, ຄຸ້ມຄອງ ແລະ ໃຫ້ການຊ່ວຍເຫຼືອແຮງງານລາວທີ່ເຄື່ອນຍ້າຍໄປເຮັດວຽກຢູ່ຕ່າງປະເທດ ໂດຍໄດ້ມີການປະສານງານ ແລະ ຮ່ວມມືກັບບັນດາຂະແໜງການທີ່ກ່ຽວຂ້ອງ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທາງສັງຄົມ ໂດຍສະເພາະແມ່ນອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ຈັດຕັ້ງປະຕິບັດຫຼາກຫຼາຍກິດຈະກຳແນໃສ່ເພື່ອລຶບລ້າງຂໍ້ຈຳກັດສິ່ງກີດຂວາງຕໍ່ກັບແຮງງານເຄື່ອນຍ້າຍ, ຜູ້ໃຊ້ແຮງງານ ແລະ ຊຸມຊົນ ເຮັດໃຫ້ແຮງງານເຫຼົ່ານັ້ນຫຼຸດພົ້ນຈາກຄວາມທຸກຍາກ, ເສດຖະກິດໄດ້ຮັບການຟື້ນຟູ ແລະ ຂະຫຍາຍຕົວ, ຮັບປະກັນໃຫ້ແຮງງານເຄື່ອນຍ້າຍສາມາດເຂົ້າເຖິງໂອກາດໃນການພັດທະນາສີມືແຮງງານ, ການປະກອບອາຊີບອິດສະຫຼະ ແລະ ການມີວຽກເຮັດງານທຳທີ່ໝັ້ນຄົງ ໂດຍສະເພາະແຮງງານເຄື່ອນຍ້າຍເພດຍິງ. ສູນຊ່ວຍເຫຼືອແຮງງານເຄື່ອນຍ້າຍ (iMAC) ທີ່ໄດ້ສ້າງຕັ້ງ ແລະ ເປີດໂຕຂຶ້ນເມື່ອບໍ່ດົນມານີ້ແມ່ນການຮ່ວມມືກັນລະຫວ່າງກະຊວງ ຮສສ ແລະ ອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ພາຍໃຕ້ໂຄງການຫຼຸດຜ່ອນຄວາມທຸກຍາກ ໂດຍຜ່ານການເຄື່ອນຍ້າຍທີ່ປອດໄພ, ການພັດທະນາສີມືແຮງງານ ແລະ ການບັນຈຸວຽກເຮັດງານທຳ ຫຼືເອີ້ນວ່າ: ໂຄງການ PROMISE ທີ່ໄດ້ຮັບທຶນສະໜັບສະໜູນຈາກອົງການຊ່ວຍເຫຼືອເພື່ອການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ (SDC), ຊຶ່ງເປັນສູນທຳອິດຂອງ ສປປ ລາວ ຈຸດປະສົງໃນການສ້າງຕັ້ງສູນດັ່ງກ່າວແນໃສ່ເພື່ອໃຫ້ການຊ່ວຍເຫຼືອແຮງງານລາວທີ່ໄປເຮັດວຽກຢູ່ຕ່າງປະເທດແບບຖືກຕ້ອງ ແລະ ບໍ່ຖືກຕ້ອງ ທີ່ໄດ້ຮັບຜົນກະທົບ ແລະ ຖືກກົດຂີ່ຂູດຮີດໃນດ້ານຕ່າງໆ ໂດຍຈະຊ່ວຍເຫຼືອດ້ວຍຫຼາຍຮູບແບບ ເປັນຕົ້ນສະໜອງການພັດທະນາສີມືແຮງງານ ເພື່ອປ້ອນເຂົ້າສູ່ຕຳແໜ່ງງານວ່າງຢູ່ພາຍໃນປະເທດ, ສະໜອງເຄື່ອງອຸປະໂພກ-ບໍລິໂພກ, ທີ່ພັກຊົ່ວຄາວຈົນເຖິງການນຳສົ່ງກັບຄືນພູມລຳເນົາ, ສົ່ງຕໍ່ແຮງງານທີ່ໄດ້ຮັບຜົນກະທົບທາງດ້ານຮ່າງກາຍ ແລະ ຈິດໃຈ ເພື່ອປິ່ນປົວຢູ່ໂຮງໝໍໃຫ້ທັນເວລາ. ເຫດຜົນທີ່ເລືອກເອົາດ່ານສາກົນຂົວມິດຕະພາບລາວ-ໄທ 1 ເປັນທີ່ຕັ້ງຂອງສູນຊ່ວຍເຫຼືອແຮງງານເຄື່ອນຍ້າຍ ເນື່ອງຈາກວ່າດ່ານດັ່ງກ່າວເປັນຈຸດທີ່ມີແຮງງານເຂົ້າ-ອອກເປັນຈໍານວນຫຼາຍ ແລະ ໃກ້ກັບສູນຮັບແຮງງານຕ່າງດ້າວຢູ່ຈັງຫວັດໜອງຄາຍປະເທດໄທ ຊຶ່ງຈະເປັນເງື່ອນໄຂອຳນວຍຄວາມສະດວກໃຫ້ແຮງງານເຄື່ອນຍ້າຍສາມາດເຂົ້າເຖິງການບໍລິການຂອງສູນໄດ້ງ່າຍຂຶ້ນ.