ທີມເຕະບານ ເຍົາວະຊົນລາວ ມັດສະດາ ລາວ ຈີບີ ເອັບຊີ ຫຼື MAZDA LAOS GB FC ທີມ ເອ ສາມາດສ້າງຜົນງານໄດ້ຢ່າງພົ້ນເດັ່ນ ສາມາດຍາດໄດ້ແຊັມການແຂ່ງຂັນເຕະບານເຍົາວະຊົນ ຮຸ່ນບໍ່ເກີນ 11 ປີ ຫຼື ຢູ-11 ລາຍການ KELME Thailand cup 2024 ຈັດຂຶ້ນ ລະຫວ່າງວັນທີ 20-22 ກໍລະກົດ ຜ່ານມາ ທີ່ສະໜາມກິລາ UFA Arina Stadium ທີ່ແຂວງຊຽງໃໝ່ ປະເທດໄທ ສາມາດເອົາຊະນະ ທີມອາເອັນເອັດ (RNS Academy) ທີມທີ່ມາຈາກ ສປປ ລາວດ້ວຍກັນເອງ ໃນນັດຊີງຊະນະເລີດ 3-0 ປະຕູ.
ລາຍການນີ້ ມີການຊີງໄຊທັງໝົດ 3 ລາຍການ ປະກອບມີ ຢູ-11, ຢູ-13 ແລະ ຢູ-15 ທັງ 3 ຮຸ່ນແຂ່ງຂັນຕັ້ງລະ 15 ນາທີ ລວມສອງຕັ້ງ 30 ນາທີ, ສະເພາະຮຸ່ນອາຍຸບໍ່ເກີນ 11 ປີ ມີ 17 ທີມເຂົ້າຮ່ວມແຂ່ງຂັນ, ໃນນັ້ນ ມີ 2 ສະໂມສອນ ຈາກ ສປປ ລາວ ສົ່ງເຂົ້າຮ່ວມ 3 ທີມ ກໍຄື ມັດສະດາ ລາວ ຈີບີ ເອັບຊີ ສົ່ງ 2 ທີມ ກໍຄື ທີມ ເອ ແລະ ທີມ ບີ ສ່ວນ ອາເອັນເອັດ ສົ່ງເຂົ້າຮ່ວມພຽງ 1 ທີມ ສ່ວນອີກ 14 ທີມແມ່ນບັນດາທີມທີ່ມາຈາກແຕ່ລະແຂວງ ແລະ ພາຍໃນແຂວງຊຽງໃໝ່ ໃນຂອບເຂດທົ່ວປະເທດໄທ ສົ່ງເຂົ້າຮ່ວມຊີງໄຊ ລາຍການດັ່ງກ່າວ ຈັດແບ່ງອອກເປັນ 4 ກຸ່ມ ແຕ່ລະກຸ່ມແຂ່ງຂັນພົບກັນໝົດ ຄັດເລືອກເອົາທີ 1-2 ແຕ່ລະກຸ່ມຜ່ານເຂົ້າຮອບ 8 ທີມສຸດທ້າຍ. ຂະນະທີ່ ຢູ-15 ມີພຽງ ທ່າຊ້າງ ຢູໄນເຕັດ ສົ່ງເຂົ້າຮ່ວມພຽງ 1 ທີມ.
ສຳລັບຄູ່ຊີງຊະນະເລີດ ຢູ-11 ເປັນການພົບກັນເອງຂອງທີມຈາກ ສປປ ລາວ ລະຫວ່າງ ມັດສະດ້າ ທີມ ເອ ພົບກັບ ທີມອາເອັນເອັດ ອາຄາເດມີ້ ຜົນປະກົດວ່າ: ມັດສະດາ ລາວ ຈີບີ ເອັບຊີ ທີມ ເອ ສາມາດເອົາຊະນະ ອາເອັນເອັດ ຂາດຮອຍ 3-0 ປະຕູ ສຳລັບປະຕູໄຊ ໄດ້ຈາກການຍິງຂອງ ກຳມະການ ວິໄລພັນ ຫຼື ແຊ໋ມ ກອງກາງຫົວໃຈສຳຄັນທີມ ເໝົາຍິງຄົນດຽວ 2 ປະຕູ ແລະ ປະກອນລຳ ພົງສະຫວັດ ຫຼື ເຈອາ.
ການໄດ້ແຊັມລາຍການນີ້ ຂອງ ທີມ ມັດສະດາ ລາວ ຈີບີ ເອັບຊີ ເປັນແຊັມ(ທີ1) ລາຍການທີ 2 ໃນປີ 2024 ສະເພາະລາຍການຕ່າງປະເທດ ກໍຄື ໄດ້ແຊັມການເປັນຕົວແທນ ລາຍການ ໃຈຟ້າ ອາຄາເດມີ້ ຊີງຂັນພະລາດສະທານເຈົ້າຊີວິດໄທ ກຽມຮ່ວມລາຍການຊີງແຊັມ ປະເທດໄທ ທີ່ແຂວງລົບບູລີ ເປັນເຈົ້າພາບ ໃນເດືອນພະຈິກ, ຫຼ້າສຸດ ກໍຄອງແຊັມ KELME Thailand cup 2024. ນອກຈາກນັ້ນ, ກໍຍັງກະກຽມເຂົ້າຮ່ວມ 2 ງານໃຫຍ່ໃນທ້າຍປີ 2024 ທີ່ປະເທດໄທ ໂດຍສະເພາະແມ່ນງານແຂ່ງຂັນ ລາຍການ ລາລິກາ ແລະ ລາຍການ ຕ້າ (TAR) ລາຍການ ທີ່ສະໂມສອນ ດັບເບີນຢູໄອຈີ ໄດ້ສ້າງປະຫວັດສາດ ເປັນຕົວແທນຮ່ວມລາຍການທີ່ປະເທດສະເປນ ອີກດ້ວຍ.
(ຂ່າວ: ສົງການ ພັນແພງດີ)